ມສ ວຽງຈັນ ເປີດ-ປິດງານກິລາ ແລະ ສິລະປະ-ວັນນຄະດີ ຕ້ານສິ່ງເສບຕິດ ຄັ້ງທີ 26 ສົກຮຽນ 2025-2026
23/02/2026

ໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ ຫຼື ມສ ວຽງຈັນ ໄດ້ຈັດພິທີເປີດ-ປິດງານກິລາ ແລະ ສິລະປະ-ວັນນະຄະດີ ເພື່ອສ້າງຄວາມເຂັ້ມແຂງຮອບດ້ານ, ຕ້ານປະກົດການຫຍໍ້ທໍ້ຕ່າງໆ ໂດຍສະເພາະແມ່ນຕ້ານສິ່ງເສບຕິດ ປະຈຳສົກຮຽນ 2025-2026 ແນໃສ່ສ້າງຂະບວນການຊົມເຊີຍຜົນສຳເລັດການຈັດຕັ້ງປະຕິບັດແຜນງານກອງປະຊຸມໃຫຍ່ ຂອງໜ່ວຍພັກໂຮງຮຽນ ມສ ວຽງຈັນ ໃນໄລຍະ 1 ປີ ຜ່ານມາ, ຊົມເຊີຍກອງປະຊຸມໃຫຍ່ ຄະນະພັກຮາກຖານ ຄັ້ງທີ 4, ອົງຄະນະພັກນະຄອນຫຼວງວຽງຈັນ ຄັ້ງທີ 8, ກອງປະຊຸມໃຫຍ່ ສູນກາງພັກ ຄັ້ງທີ 12 ແລະ ວັນສຳຄັນຕ່າງໆຂອງຊາດ ໃຫ້ມີຂະບວນການຟົດຟື້ນ.
ພິທີເປີດ-ປິດງານກິລາ ມສ ວຽງຈັນ ຈັດຂຶ້ນ ໃນຕອນເຊົ້າວັນທີ 20 ກຸມພາ 2026 ທີ່ເດີ່ນກິລາບານເຕະໂຮງຮຽນມັດທະຍົມສຶກສາສົມບູນ ວຽງຈັນ ຫຼັງຈາກໄດ້ດຳເນີນແຂ່ງຂັນມາແຕ່ເດືອນຕຸລາ 2025ເປັນຕົ້ນມາ ໃຫ້ກຽດເຂົ້າຮ່ວມມີທ່ານ ນາງ ຈັນທາ ຫຼວງອາໄພ ຮອງກົມກິລາມວນຊົນ ພະລະ ແລະ ສິລະປະສຶກສາ ກະຊວງສຶກສາທິການ ແລະ ກິລາ, ມີທ່ານ ສົມຊາຍ ພັນທຸອາມາດ ຮອງຫົວໜ້າຂະແໜງພະລະສຶກສາ ພະແນກສຶກສາທິການ ແລະ ກິລານະຄອນຫຼວງວຽງຈັນ, ທ່ານ ທອງພັນ ອຸໄລທອດ ຜູ້ອຳນວຍການ ມສ ວຽງຈັນ ແລະ ທ່ານ ບຸນທົງ ສີສຸລະສັກ ຜູ້ຈັດການພາກນະຄອນຫລວງວຽງຈັນ ພ້ອມດ້ວຍຮອງຫົວໜ້າຫ້ອງການສຶກສາເມືອງຈັນທະບູລີ, ຄະນະອໍານວຍການໂຮງຮຽນ, ຄູ- ອາຈານ, ພໍ່ແມ່ຜູ້ປົກຄອງ, ນ້ອງນັກຮຽນ ແລະ ແຂກເຊີນເຂົ້າຮ່ວມ.
ງານແຂ່ງຂັນກິລາ ແລະ ສິລະປະ-ວັນນະຄະດີ ມສ ວຽງຈັນ ຄັ້ງນີ້ ມີແຂ່ງຂັນ 11 ປະເພດກິລາ ຄື: ບານສົ່ງໃນຮົ່ມ, ບານສົ່ງຫາດຊາຍ, ບານເຕະ, ບານບ້ວງ, ກະຕໍ້, ປິ່ງປ່ອງ, ແລ່ນ-ລານ, ເປຕັງ, ດອກປີກໄກ່, ດຶງເຊືອກ ແລະ ກິລາເບສບອນ ສ່ວນ ສິລະປະ-ວັນນະຄະດີ ມີ 5 ລາຍການ ປະກອບມີ ຟ້ອນ, ຮ້ອງເພງ, ຂັບລຳທ້ອງຖິ່ນ, ດົນຕີພື້ນເມືອງ ແລະ ເຕັ້ນເພື່ອສຸຂະພາບ ການແຂ່ງຂັນຈັດແບ່ງອອກເປັນ 2 ຮຸ່ນ ກໍຄື ຮຸ່ນ ມັດທະຍົມຕອນຕົ້ນ ແລະ ມັດທະຍົມຕອນປາຍ.
ນອກນັ້ນ, ການແຂ່ງຂັນສິລະປະແລ້ວ ກໍຍັງມີກິດຈະກຳອື່ນໆອີກ ເຊັ່ນ: ກິດຈະກຳສົ່ງເສີມການອ່ານ, ນັກວິທະຍາສາດໜຸ່ມນ້ອຍ ເປັນຕົ້ນແມ່ນ ຈະລວດນໍ້າ, ພາສາສາດ, ໂຕ້ວາທີ ແລະ ສັບປະດາພາສາສາດ, ທັດສະນະສຶກສານອກສະຖານທີ່, ສິລະທຳ, ກິດຈະກຳຮັກສາສິ່ງແວດລ້ອມ ແລະ ກິດຈະກຳຄວາມປອດໄພທ້ອງຖະໜົນ ເພື່ອໃຫ້ນັກຮຽນໄດ້ສະອອກມີຄວາມສາມາດ ແລະ ພອນສະຫວັນຂອງຕົນເອງ ພ້ອມທັງເປັນການສ້າງໃຫ້ນັກຮຽນໃຊ້ເວລາເປັນປະໂຫຍດ ໄປກັບກິດຈະກຳຂອງໂຮງຮຽນ ເພື່ອຫຼີກເວັ້ນຈາກສິ່ງເສບຕິດ ແລະ ການໂລກໂຊຊຽວຕ່າງໆ.
ໃນງານແຂ່ງຂັນຄັ້ງນີ້ ກໍຍັງໄດ້ຮັບການສະໜັບສະໜູນຈາກຜະລິດຕະພັນນໍ້າຫວານລາວ ບໍລິສັດ ເບຍລາວ ຈຳກັດ ທັງຜະລິດຕະພັນ ແລະ ເງິນສົດ ລວມມູນຄ່າທັງໝົດ 170 ກວ່າລ້ານກີບ. ນອກຈາກນັ້ນ, ກໍຍັງມີບັນດາບໍລິສັດ ແລະ ຫ້າງຮ້ານອື່ນໆສະໜັບສະໜູນຕື່ມອີກ.
ພາບ-ຂ່າວ ໂດຍ ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ສະຫາຍເລຂາທິການໃຫຍ່ ທອງລຸນ ສີສຸລິດ ເຄື່ອນໄຫວຊີ້ນຳວຽກງານ ແລະ ຮ່ວມປູກຕົ້ນໄມ້ ຢູ່ນະຄອນປາກເຊ ແຂວງຈຳປາສັກ
- ຮອງລັດຖະມົນຕີ ສສກ ພ້ອມດ້ວຍຄະນະ ລົງຕິດຕາມການສອບເສັງຈົບຊັ້ນ ມ.4 ຢູ່ນະຄອນຫຼວງວຽງຈັນ
- ຫົວໜ້າພະແນກ ສກຂ ຈຳປາສັກ ພ້ອມດ້ວຍຄະນະ ລົງຕິດຕາມບັ້ນສອບເສັງຈົບຊັ້ນ ມ.4 ສົກຮຽນ 2025-2026 ຢູ່ເມືອງປະທຸມພອນ
- ເມືອງອຸທຸມພອນ ເປີດບັ້ນສອບເສັງຈົບ ມ.4 ປະຈຳສົກຮຽນ 2025-2026 ຢ່າງເປັນທາງການ
- ນັກຮຽນ ມ.4 ທົ່ວເມືອງຄູນຄຳ 248 ຄົນ ເຂົ້າຮ່ວມການສອບເສັງຈົບຊັ້ນ ປະຈຳສົກຮຽນ 2025-2026
- ເມືອງໂຂງ ເປີດບັ້ນສອບເສັງຈົບຊັ້ນ ມ.4 ສົກຮຽນ 2025-2026 ຢ່າງເປັນທາງການ ມີນັກຮຽນເຂົ້າຮ່ວມກວ່າ 440 ຄົນ



