ນັກສຶກສາທິດສະດີການເມືອງຂັ້ນຕົ້ນ ສສກ ຮຸ່ນທີ III ສ້າງຂະບວນແຂ່ງຂັນກິລາເຕະບານ ຕ້ອນຮັບວັນແມ່ຍິງສາກົນ ຄົບຮອບ 116 ປີ ຢ່າງຟົດຟື້ນ
04/03/2026

ນັກສຶກສາທິດສະດີການເມືອງຂັ້ນຕົ້ນ ກະຊວງສຶກສາທິການ ແລະ ກິລາ (ສສກ) ຮຸ່ນທີ III ໄດ້ສ້າງຂະບວນການແຂ່ງຂັນກິລາເຕະບານມິດຕະພາບ ເພື່ອສ້າງຂະບວນການຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 116 ປີ ໃນຕອນແລງວັນທີ 26 ກຸມພາ 2026 ພາຍຫຼັງເລີກຮຽນ ທີ່ສະໜາມກິລາຫຍ້າທຽມວິກຕໍຣີ ບ້ານທ່າພະລານໄຊ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ນຳພາຂະບວນໂດຍ ສະຫາຍ ປອ ສົມສີ ໄຊຍະລາດ ຫົວໜ້າຫ້ອງທິດສະດີການເມືອງຂັ້ນຕົ້ນ ສສກ ຮຸ່ນທີ III ພ້ອມດ້ວຍຄະນະຫ້ອງ ແລະ ສະມາຊິກ ຈຳນວນ 63 ສະຫາຍ, ຍິງ 23 ສະຫາຍ ເຂົ້າຮ່ວມຢ່າງພ້ອມພຽງ.
ໂອກາດນີ້, ສະຫາຍ ປອ ສົມສີ ໄຊຍະລາດ ໄດ້ກ່າວມີຄຳເຫັນວ່າ: ການຈັດກິດຈະກຳແຂ່ງຂັນກິລາເຕະບານມິດຕະພາບໃນເທື່ອນີ້ ກໍເພື່ອສ້າງຂະບວນການຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 116 ປີ (8 ມີນາ 1910-8 ມີນາ 2026) ທັງເປັນການຊົມເຊີຍຜົນສຳເລັດບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາແຂວງ (ສສຂ) ຊຸດທີ V ທີ່ຫາກໍຜ່ານພົ້ນໄປນັ້ນໃຫ້ມີບັນຍາກາດຟົດຟື້ນ, ເບີກບານມ່ວນຊື່ນ ແລະ ມີຄວາມໝາຍສຳຄັນເລິກເຊິ່ງ. ຄຽງຄູ່ກັນນີ້, ກໍເພື່ອເປັນຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງນັກສຶກສາດ້ວຍກັນ ໃຫ້ມີຄວາມສະໜິດສະໜົມ ແລະ ແໜ້ນແຟ້ນກັນຍິ່ງຂຶ້ນ ແນໃສ່ເຮັດໃຫ້ບັ້ນດຳເນີນການຮຽນທິດສະດີການເມືອງຂັ້ນຕົ້ນຊຸດນີ້ ດຳເນີນໄປດ້ວຍດີ ແລະ ມີຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.
ສຳລັບການແຂ່ງຂັນກິລາເຕະບານຄັ້ງນີ້ ທີມຊາຍແມ່ນແບ່ງອອກເປັນ 2 ທີມ ຄື: ທີມສີແດງ ແລະ ທີມສີຟ້າ. ສ່ວນເຕະບານຍິງກໍເຊັ່ນກັນ ແບ່ງອອກເປັນທີມສີແດງ ແລະ ທີມສີຟ້າ. ຜ່ານການແຂ່ງຂັນເຕະບານຊາຍ ຜົນປະກົດວ່າ ທີມສີແດງ ເອົາຊະນະ ທີມສີຟ້າ ໄປໄດ້ 7-5 ປະຕູ ແລະ ປະເພດທີມຍິງ ສະເໝີກັນ 0-0. ຊຶ່ງການແຂ່ງຂັນໃນຄັ້ງນີ້ ແມ່ນເຕັມໄປດ້ວຍບັນຍາກາດຟົດຟື້ນ ແລະ ເບີກບານມ່ວນຊື່ນ ນັກກິລາຫຼິ້ນກັນດ້ວຍໄມຕີຈິດມິດຕະພາບ, ຮູ້ໄດ້ຮູ້ເສຍ ແລະ ຮູ້ໃຫ້ອະໄພເຊິ່ງກັນ ແລະ ກັນ ເມື່ອມີການປະທະກັນ ສົມກັບວ່າການແຂ່ງຂັນກິລາເພື່ອມິດຕະພາບຢ່າງແທ້ຈິງ.
ຂ່າວຫຼ້າສຸດ
- ມະຫາວິທະຍາໄລສະຫວັນນະເຂດ ປະກາດການຈັດຕັ້ງ ແລະ ແຕ່ງຕັ້ງພະນັກງານດຳລົງຕຳແໜ່ງບໍລິຫານ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ



