ບໍລິສັດ ລັດວິສາຫະກິດ ໂຮງພິມສຶກສາ ຊຸກຍູ້ເຄື່ອງກິລາ ແລະ ໂປດສະເຕີຄະນະພັກຮາກຖານ ໃຫ້ ສວສ
04/03/2026

ເມື່ອວັນທີ 27 ກຸມພາ 2026 ທີ່ຫ້ອງປະຊຸມສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ໄດ້ມີພິມີມອບຮັບເຄື່ອງກິລາ ແລະ ໂປດສະເຕີ ຄະນະພັກຮາກຖານສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ຫຼື ສວສ ສະໄໝທີ ຕາງໜ້າກ່າວມອບໂດຍທ່ານ ຄຳສຸກ ຄຳມະວົງ ຮອງຫົວໜ້າພະແນກບໍລິຫານ ບໍລິສັດ ລັດວິສາຫະກິດ ໂຮງພິມສຶກສາ ແລະ ກ່າວຮັບໂດຍ ທ່ານ ປອ ວົງເພັດ ອຸດົມລິດ ຮອງຜູ້ອຳນວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ໂດຍມີພະນັກງານທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.
ໂອກາດນີ້, ທ່ານ ຄຳສຸກ ຄຳມະວົງ ກ່າວວ່າ: ເຄື່ອງທີ່ນຳມາມອບໃນຄັ້ງນີ້ ມີເສື້ອກິລາ ຈຳນວນ 60 ຜືນ ເປັນມູນຄ່າ 9,900,00 ກີບ ລວມເຖິງນ້ຳດື່ມມູນຄ່າ 3 ລ້ານກີບ ປະກອບສ່ວນໃຫ້ ສວສ ເຂົ້າຮ່ວມກິດຈະກຳຕ່າງໆ ໂດຍສະເພາະແມ່ນການແຂ່ງຂັນກິລາບານເຕະມິດຕະພາບ 4 ສາມັກຄີ ທີ່ຈັດຂຶ້ນ ໃນວັນທີ 27 ກຸມພາ 2026 ລວມເຖິງໂປດສະເຕີ ຄະນະພັກຮາກຖານ ສວສ ໃນຈຳນວນ 25 ແຜ່ນ.
ໂອກາດດຽວກັນ, ທ່ານຮອງຜູ້ອຳນວຍການ ສວສ ໄດ້ສະແດງຄວາມຂອງໃຈເປັນຢ່າງສູງ ທີ່ຍາມໃດ ບໍລິສັດ ລັດວິສາຫະກິດ ໂຮງພິມສຶກສາ ທີ່ໄດ້ໃຫ້ການອຸປະຖຳຕະຫຼອດມາ ດ້ວຍມູນເຊື້ອຄວາມສາມັກຄີຮັກແພງທີ່ມີມາຍາວນານ. ເຖິງແນວໃດກໍຕາມ, ໂອກາດໜ້າ ຢາກຂໍສະເໜີໃຫ້ມີກິດຈະກຳໃດໜຶ່ງລະຫວ່າງສອງຝາກສ່ວນເກີດຂຶ້ນອີກ ເພື່ອສືບຕໍ່ເພີ່ມທະວີຄວາມຮັດແໜ້ນຄວາມສາມັກຄີຮັກແພງ ລະຫວ່າງພະນັກງານສອງພາກສ່ວນທີ່ມີມາໃຫ້ດີຍິ່ງໆຕື່ມອີກ.
ຂ່າວໂດຍ: ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ມະຫາວິທະຍາໄລສະຫວັນນະເຂດ ປະກາດການຈັດຕັ້ງ ແລະ ແຕ່ງຕັ້ງພະນັກງານດຳລົງຕຳແໜ່ງບໍລິຫານ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ


