ແຂ່ງຂັນບານເຕະຍິງ-ຊາຍ ຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ ຄັ້ງທີ X ອົງຄະນະພັກ ສສກ ຢ່າງຄຶກຄື້ນ
04/03/2026

ກົມຄຸ້ມຄອງວິທະຍາສາດ ຮ່ວມກັບ ກົມອາຊີວະສຶກສາ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ແລະ ຫ້ອງການກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ຈັດກິດຈະກຳແຂ່ງຂັນກິລາບານເຕະຍິງ-ຊາຍ ເພື່ອຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ ຄັ້ງທີ X ຂອງຄະນະພັກກະຊວງ ສສກ ແລະ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ Xll ຂອງພັກປະຊາຊົນ ປະຕິວັດລາວ ພ້ອມທັງເປັນການຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 116 ປີ (8 ມີນາ 1910-8 ມີນາ 2026) ໃຫ້ມີບັນຍາກາດຟົດຟື້ນ, ເບີກບານມ່ວນຊື່ນ ແລະ ມີຄວາມໝາຍສຳຄັນຍິ່ງຂຶ້ນ.
ການແຂ່ງຂັນກິລາບານເຕະຍິງ-ຊາຍ ຄັ້ງນີ້ ຈັດຂຶ້ນ ໃນວັນທີ 27 ກຸມພາ ຜ່ານມາ ທີ່ສະໜາມບານເຕະຫຍ້າທຽມ ເບ ສະຫວັນ ບ້ານຄຳສະຫວາດ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນໂດຍ ສະຫາຍ ຮສ.ປອ ຫຼ້າວັນ ວົງຄຳສານ ຄະນະປະຈຳພັກກະຊວງ, ຫົວໜ້າຫ້ອງການກະຊວງ ສສກ, ສະຫາຍ ວິໄລພອນ ພົມມະຫາໄຊ ຄະນະປະຈຳພັກກະຊວງ, ຫົວໜ້າກົມອາຊີວະສຶກສາ, ສະຫາຍ ສຸກສະຫວາດ ສີຫາປັນຍາ ຄະນະພັກກະຊວງ, ຫົວໜ້າກົມຄຸ້ມຄອງວິທະຍາສາດ ແລະ ສະຫາຍ ປອ ວົງເພັດ ອຸດົມລິດ ຄະນະພັກກະຊວງ, ຮອງຜູ້ອຳນວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ພ້ອມດ້ວຍຕາງໜ້າ 3 ອົງການຈັດຕັ້ງມະຫາຊົນ ຈາກບັນດາພາກສ່ວນຕ່າງໆ ແລະ ພະນັກງານເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.
ການແຂ່ງຂັນຄັ້ງນີ້ ສະເພາະບານເຕະຊາຍ ມີ 4 ພາກສ່ວນ ກຳນົດໃຫ້ມີການຈັບສະຫຼາກປະກົບຄູ່ແຂ່ງຂັນ ເພື່ອຄັດເລືອກເອົາທີມຊະນະ ຜ່ານເຂົ້າຮອບຊີງຊະນະເລີດ ແລະ ທີມເສຍ ໄປຊີງອັນດັບ 3 ສ່ວນບານເຕະຍິງ ກຳນົດໃຫ້ບັນດາພາກສ່ວນ ໂຮມກັນ ໂດຍແບ່ງອອກເປັນ 2 ທີມ ແຂ່ງຂັນ ສຳລັບກົມຄຸ້ມຄອງວິທະຍາສາດ ຮ່ວມກັບ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ແລະ ບໍລິສັດ ລັດວິສາຫະກິດ ໂຮງພິມສຶກສາ ສ່ວນກົມອາຊີວະສຶກສາ ຮ່ວມກັບ ຫ້ອງການກະຊວງ ສສກ.
ຜ່ານການແຂ່ງຂັນຜົນປະກົດ: ທີມຊາຍ ແຊ໋ມຕົກເປັນຂອງ ທີມກົມອາຊີວະສຶກສາ ທີ່ໄລ່ເອົາຊະນະ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ຮ່ວມກັບບໍລິສັດ ລັດວິສາຫະກິດ ໂຮງພິມສຶກສາ ໃນນັດຊີງຊະນະເລີດ 4-3 ປະຕູ ສ່ວນ ທີມຍິງ ແຊ໋ມເປັນຂອງສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ແລະ ບໍລິສັດ ລັດວິສາຫະກິດ ໂຮງພິມສຶກສາ ຊະນະຈຸດໂທດ ກົມອາຊີວະສຶກສາ ຮ່ວມກັບ ຫ້ອງການກະຊວງ ສສກ 3-0 ປະຕູ ໃນເກມສະເໝີກັນ 1-1 ປະຕູ.
ຂ່າວໂດຍ: ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ລາວ-ຍີ່ປຸ່ນ ສືບຕໍ່ຮ່ວມມື ຈັດຕັ້ງປະຕິບັດໂຄງການ ITEAM3 ປັບປຸງຄຸນນະພາບການສຶກສາຄະນິດສາດປະຖົມ ທົ່ວປະເທດ
- ທັບນັກກິລາກະຕໍ້ ຈຳປາສັກ ພ້ອມ 100% ລຸຍຊີງແຊ້ມທົ່ວປະເທດ ພ້ອມຕັ້ງເປົ້າສູ້ຊົນຄວ້າແຊ້ມ ເພື່ອສ້າງສູ່ 2 ງານໃຫຍ່ລະດັບຊາດ
- ສສກ.ນວ ຈະສຸມໃສ່ຊ່ວຍເຫຼືອນັກຮຽນທຸກຍາກ ແກ້ໄຂບັນຫາການປະລະການຮຽນ ທົ່ວນະຄອນຫຼວງວຽງຈັນ
- ສສກ ຮ່ວມກັບ ລັດຖະບານອົດສະຕຣາລີ ສົ່ງເສີມຄວາມເປັນຜູ້ນຳຂອງແມ່ຍິງ ແລະ ການປົກປ້ອງເດັກ ໃນຂະແໜງ ການສຶກສາ
- ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີສຶກສາອາຊຽນ ຄັ້ງທີ 14 ແລະ ກອງປະຊຸມປິ່ນອ້ອມ ທີ່ ສິງກະໂປ
- ສປປ ລາວ ສືບຕໍ່ໄດ້ຮັບໄວ້ວາງໃຈໃຫ້ເປັນເຈົ້າພາບ ຈັດການແຂ່ງຂັນກິລາປິ່ງປ່ອງເຍົາວະຊົນໂລກ ແລະ ຮຸ່ນທົ່ວໄປ WTT 2026


