Skip to main content

ນັກສຶກສາທິດສະດີການເມືອງຂັ້ນຕົ້ນ ຊຸດທີ III ສສກ ສ້າງຂະບວນການແຂ່ງຂັນກິລາເປຕັງ ສະຫຼອງວັນແມ່ຍິງສາກົນ ຄົບຮອບ 116 ປີ ຢ່າງຟົດຟື້ນ

04/03/2026
ນັກສຶກສາທິດດີການເມືອງຂັ້ນຕົ້ນ ລະບົບ 3 ເດືອນ ຊຸດທີ III ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ສ້າງຂະບວນການແຂ່ງຂັນກິລາເປຕັງມິດຕະພາບ ເພື່ອສ້າງຂະບວນການຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 116 ປີ (8 ມີນາ 1910-8 ມີນາ 2026) ໃນວັນທີ 3 ມີນາ 2026 ທີ່ສະໜາມກິລາເປຕັງແຫ່ງຊາດ (ດົງໂດກ), ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປອ ນາງ ໃບສີ ວາເນັງຈື ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ຮອງປະທານສະຫະພັນແມ່ຍິງກະຊວງສຶກສາທິການ ແລະ ກິລາ, ທັງເປັນປະທານສະຫະພັນແມ່ຍິງມະຫາວິທະຍາໄລແຫ່ງຊາດ, ທ່ານ ນາງ ໄພວັນ ແທ່ງຄຳ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ຮອງປະທານສະຫະພັນແມ່ຍິງ ກະຊວງ ສສກ, ທ່ານ ນາງ ເພັດສະໝອນ ແກ້ວໂສພາ ຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງ ສສກ ແລະ ທ່ານ ປອ ສົມສີ ໄຊຍະລາດ ຫົວໜ້າຫ້ອງທິດສະດີການເມືອງຂັ້ນຕົ້ນ ລະບົບ 3 ເດືອນ ຊຸດທີ III ພ້ອມດ້ວຍຜູ້ຕາງໜ້າຈາກສະຖາບັນພັດທະນາການບໍລິຫານການສຶກສາ ພ້ອມດ້ວຍຄະນະຫ້ອງ ແລະ ສະມາຊິກນັກສຶກສາເຂົ້າຮ່ວມຢ່າງພ້ອມພຽງ.
ໂອກາດນີ້, ທ່ານ ປອ ນາງ ໃບສີ ວາເນັງຈື ໄດ້ມີຄຳເຫັນກ່າວເປີດການແຂ່ງຂັນບາງຕອນວ່າ: ຂ້າພະເຈົ້າຮູ້ສຶກດີໃຈ ແລະ ເປັນກຽດຢ່າງສູງທີ່ໄດ້ຮັບຕາງໜ້າໃຫ້ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງສຶກສາທິການ ແລະ ກິລາ ເຂົ້າຮ່ວມກິດຈະກຳການແຂ່ງຂັນກິລາເປຕັງມິດຕະພາບຂອງນັກສຶກສາທິດດີການເມືອງຂັ້ນຕົ້ນ ລະບົບ 3 ເດືອນ ຊຸດທີ III ກະຊວງ ສສກ ເພື່ອສ້າງຂະບວນການຂ່ຳນັບຮັບຕ້ອນ ແລະ ສະເຫຼີອມສະຫຼອງວັນແມ່ຍິງສາກົນ ຄົບຮອບ 116 ປີ ໃນຄັ້ງນີ້ ພ້ອມທັງໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສຳຄັນຂອງວັນແມ່ຍິງສາກົນ ເຊິ່ງວັນທີ 8 ມີນາ ແມ່ນເຫດການ-ການເມືອງທີ່ສໍາຄັນ, ເປັນຂີດໝາຍແຫ່ງໄຊຊະນະພື້ນຖານຂອງຂະບວນການແມ່ຍິງສາກົນ ໃນການຕໍ່ສູ້ທວງເອົາສິດຜົນປະໂຫຍດອັນເປັນທໍາໃຫ້ແກ່ແມ່ຍິງຊາວຜູ້ອອກ ແຮງງານໃນທົ່ວໂລກ, ວັນລະນຶກເຖິງການຕໍ່ສູ້ຂອງແມ່ຍິງ ເພື່ອປົດປອຍຕົນເອງ ແລະ ທວງໃຫ້ມີສິດສະເໝີພາບ ປະຊາທິປະໄຕ ຄືກັນກັບເພດຊາຍ. ພ້ອມນີ້, ຍັງເປັນການລະລຶກເຖິງບົດບາດທີ່ສຳຄັນຂອງແມ່ຍິງໃນໂລກ ກໍຄື ແມ່ຍິງລາວ ເຊິ່ງຍາມໃດກໍໄດ້ເປັນກໍາລັງແຮງໃນການປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດໃຫ້ມີຄວາມຈະເລີນກ້າວໜ້າ ໂດຍສະເພາະໃນຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ສະມາຊິກແມ່ຍິງຫຼາຍສະຫາຍ ໄດ້ມີບົດບາດ ແລະ ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງທີ່ສໍາຄັນໃນຫຼາຍຂົງເຂດວຽກງານວິຊາສະເພາະ, ເປັນກໍາລັງແຮງໃນການປູກຝັງແນວຄິດ-ຄ່ານິຍົມ, ການຮຽນຮູ້, ການສົ່ງເສີມຄວາມຄິດສ້າງສັນ, ການຖ່າຍທອດຄວາມຮູ້ໃຫ້ແກ່ຊັບພະຍາກອນມະນຸດຂອງຊາດ; ສົ່ງເສີມ ແລະ ຮັກສາມູນເຊື້ອທາງດ້ານວັດທະນະທໍາ-ຮີດຄອງປະເພນີອັນດີງາມຂອງຊາດໃຫ້ຄົງຢູ່ຄູ່ຊາດຕະຫຼອດມາ. ດັ່ງນັ້ນ, ຂ້າພະເຈົ້າຂໍອວຍພອນໃຫ້ການແຂ່ງຂັນໃນວັນນີ້ ດຳເນີນໄປດ້ວຍຄວາມສຳເລັດຜົນ ເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ ແລະ ແຂ່ງຂັນດ້ວຍໄມຕີຈິດມິດຕະພາບ, ຂໍໃຫ້ນັກກິລາທຸກຄົນ ສະແດງສີມືຂອງຕົນເອງຢ່າງເຕັມທີ່ ເພື່ອຍາດໄດ້ໄຊຊະນະ. ສະນັ້ນ, ມາຮອດນີ້ກໍເຖິງເວລາທີ່ເໝາະສົມແລ້ວ ຂ້າພະເຈົ້າຂໍປະກາດເປີດການແຂ່ງຂັນກິລາເປຕັງ ເພື່ອສະເຫຼີມສະຫຼອງວັນແມ່ຍິງສາກົນ ຢ່າງເປັນທາງການ ນັບແຕ່ເວລານີ້ເປັນຕົ້ນໄປ.
ການແຂ່ງຂັນກິລາເປຕັງໃນຄັ້ງນີ້ ມີທັງໝົດ 11 ທີມ ແຂ່ງຂັນແບບທີມປະສົມ (ຊາຍ 1 ຄົນ ແລະ ຍິງ 2 ຄົນ) ໃນນີ້ເປັນທີມນັກສຶກສາທິດສະດີການເມືອງຂັ້ນຕົ້ນ ຊຸດທີ III ຈຳນວນ 10 ທີມ ແລະ ທີມຮັບເຊີນຈາກສະຖາບັນພັດທະນາການບໍລິຫານການສຶກສາ ຫຼື ສພບ ຈຳນວນ 1 ທີມ. ຜ່ານການແຂ່ງຂັນດ້ວຍບັນຍາກາດຟົດຟື້ນ ແລະ ເບີກບານມ່ວນຊື່ນ ກໍສາມາດຄັດເລືອກໄດ້ທີມທີ່ຜ່ານເຂົ້າສູ່ຮອບຊີງຊະນະເລີດ ໂດຍເປັນການພົບກັນ ລະຫວ່າງ ນັກສຶກສາທີມໜ່ວຍ 3 (ທີມ 1) ແລະ ທີມ ສພບ. ເຊິ່ງຜົນການແຂ່ງຂັນປະກົດວ່າ ກາຍເປັນທີມ ສພບ ສາມາດເຂົ້າໄດ້ດີ ແລະ ຕີໄດ້ແມ້ນກວ່າ ເອົາຊະນະທີມ ທີມນັກສຶກສາ ໜ່ວຍ 3 ໄປໄດ້ 7-4 ຄະແນນ ຄວ້າແຊ໋ມໄປຄອງ ພ້ອມຮັບເງິນລາງວັນ 300,000 ກີບ ແລະ ທີມນັກສຶກສາ ໜ່ວຍ 3 ອັນດັບທີ 2 ໄດ້ຮັບເງິນລາງວັນ 200,000 ກີບ. ນອກຈາກນີ້, ຍັງມີການແຂ່ງຂັນເປຕັງມິດຕະພາບ ລະຫວ່າງທີມການນຳ ແລະ ທີມຄະນະຫ້ອງທິດສະດີການເມືອງຂັ້ນຕົ້ນຕື່ມອີກ.
ແນວໃດກໍດີ, ໃນກິດຈະກຳກິລາຄັ້ງນີ້ ບັນດານັກສຶກສາທິດສະດີການເມືອງຂັ້ນຕົ້ນຈຳນວນໜຶ່ງ ຍັງໄດ້ປະກອບສ່ວນຊຸກຍູ້ກິດຈະກຳທັງວັດຖຸ ແລະ ເງິນ ເຊັ່ນ: ນ້ຳດື່ມ, ໝູຕົ້ມ ແລະ ປາ ອີກດ້ວຍ.