ແຂ່ງຂັນລອຍນ້ຳເຍົາວະຊົນ ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ I ຊີງຫຼຽນຄຳ ຫົວໜ້າພະແນກສຶກສາ-ກິລາ ນວ ປີ 2026
04/05/2026

ສະຫະພັນກິລາລອຍນໍ້າ ນະຄອນຫຼວງວຽງຈັນ ຮ່ວມມືກັບພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ຈັດການແຂ່ງຂັນກິລາລອຍນ້ຳ ຮຸ່ນເຍົາວະຊົນ ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ I ຊີງຫຼຽນຄຳ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນປະຈຳປີ 2026 ເພື່ອສົ່ງເສີມການພັດທະນາທັກສະຄວາມສາມາດໃຫ້ແກ່ນ້ອງນັກກິລາ ສາມາດກ້າວຂຶ້ນເປັນຕົວແທນນັກກິລາທີມຊາດໃນອະນາຄົດ.
ການແຂ່ງຂັນກິລາລອຍນໍ້າໃນຄັ້ງນີ້ ຈັດຂຶ້ນ ໃນວັນທີ 3 ພຶດສະພາ 2026 ທີ່ສະໂມສອນຝຶກສອນກິລາທາງນໍ້າ ວຽງຈັນ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ, ໃຫ້ກຽດເຂົ້າຮ່ວມໂດຍທ່ານ ນາງ ລີປ່າເອ້ຍ ລີບົວປາວ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ແລະ ທ່ານ ພູວັນ ພູເລືອງຫົງ ຮອງປະທານສະຫະພັນກິລາລອຍນໍ້ານະຄອນຫຼວງວຽງຈັນ, ພ້ອມດ້ວຍຄະນະຈັດງານ, ຄູຝຶກ, ນັກກິລາ ແລະ ຜູ້ປົກຄອງເຂົ້າຮ່ວມຢ່າງຄຶກຄື້ນ.
ການແຂ່ງຂັນລາຍການນີ້ ມີການຊີງໄຊຫຼຽນ 100 ກວ່າລາຍການ ແລະ ມີນັກກິລາເຍົາວະຊົນທີ່ມາຈາກບັນດາໂຮງຮຽນ ແລະ ສະໂມສອນ ທົ່ວນະຄອນຫຼວງວຽງຈັນ ເຂົ້າຮ່ວມ ທັງໝົດ 7 ພາກສ່ວນ ເພື່ອເປັນການທົດສອບຄວາມສາມາດ ແລະ ພັດທະນາທັກສະພື້ນຖານຂອງນັກກິລາຮຸ່ນສືບທອດ ໃຫ້ກ້າວສູ່ລະດັບທີ່ສູງຂຶ້ນໃນອະນາຄົດ.
ໃນພິທີ, ທ່ານ ນາງ ລີປ່າເອ້ຍ ລີບົວປາວ ໄດ້ຍ້ອງຍໍຊົມເຊີຍການຈັດກິດຈະກຳດັ່ງກ່າວ ແລະ ເນັ້ນໜັກວ່າ ການພັດທະນາກິລາໃນລະດັບຮາກຖານ ໂດຍສະເພາະກຸ່ມເຍົາວະຊົນແມ່ນມີຄວາມສຳຄັນທີ່ສຸດ ເພື່ອເປັນການສ້າງນັກກິລາຮຸ່ນສືບທອດ ກ້າວສູ່ການເປັນຜູ້ໃຫຍ່ທີ່ມີຄຸນນະພາບ ກາຍເປັນກຳລັງສຳຄັນໃຫ້ແກ່ປະເທດຊາດໃນອະນາຄົດ.
ສ່ວນຜົນການແຂ່ງຂັນ ທີມໃດສາມາດຄອງເຈົ້າຫຼຽນຄຳ ໄດ້ຫຼາຍທີ່ສຸດ ຈະຂໍລາຍງານໃຫ້ບັນດາທ່ານຊາບຕື່ມອີກ.
ພາບ ແລະ ຂ່າວ ໂດຍ ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ຂະແໜງການຍ່ອຍການສຶກສາຫຼັງຊັ້ນມັດທະຍົມ ເຫັນດີປັບປຸງ TOR ເພື່ອຍົກລະດັບວຽກງານອາຊີວະສຶກສາ ແລະ ການສຶກສາຊັ້ນສູງ
- ເລຂາທິການໃຫຍ່ອາຊຽນ ແລະ ຄະນະຜູ້ແທນລະດັບສູງ ເດີນທາງມາຮອດ ສປປ ລາວ ເພື່ອເຂົ້າຮ່ວມກອງປະຊຸມ AMMSTI-22
- ອາຊຽນ-ຍີ່ປຸ່ນ ຮ່ວມຫາລືດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ
- ອາຊຽນ-ສ.ເກົາຫຼີ ສໍາມະນາວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ ປະຈໍາປີ 2026
- ສື່ມວນຊົນ ໃຫ້ຄວາມສຳຄັນ ແລະ ສຸມໃສ່ຮັບໃຊ້ກອງປະຊຸມ AMMSTI-22 ແລະ ກອງປະຊຸມປິ່ນອ້ອມ ຢ່າງຫ້າວຫັນ
- ຫຼານນ້ອຍ ເບ ສະຫວັນ ແຊ໋ມບານເຕະນານາຊາດ ທີ່ ສສ ຫວຽດນາມ ຖືກຕ້ອນຮັບຢ່າງອົບອຸ່ນ ຫຼັງເດີນທາງກັບເຖິງແຜ່ນດິນເກີດ


