ສສກ ປຶກສາຫາລືຜົນການປະເມີນຜົນການຮຽນ ໂດຍນໍາໃຊ້ມາດຕະຖານຄຸນນະພາບຂັ້ນພື້ນຖານຊັ້ນປະຖົມສຶກສາ
30/07/2026

ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດກອງປະຊຸມໜ່ວຍງານວິຊາການຂະແໜງການຍ່ອຍສາມັນສຶກສາ ແລະ ນອກໂຮງຮຽນ (Focal Group 2) ຄັ້ງທີ 10 ປະຈຳປີ 2026 ເພື່ອຊຸກຍູ້ການປັບປຸງຄຸນນະພາບການສຶກສາ ໃນວັນທີ 27 ມັງກອນ 2026 ທີ່ຫ້ອງປະຊຸມສູນໄອຊີທີ ກະຊວງສຶກສາທິການ ແລະ ກິລາ, ໃຫ້ກຽດເປັນປະທານຮ່ວມເຂົ້າຮ່ວມຂອງ ທ່ານ ໄຊຍະເດດ ຊົງມີໄຊ ຮອງຫົວໜ້າກົມສາມັນສຶກສາ ແລະ ທ່ານ ນາງ ດອກແກ້ວ ພົນທະຈິດ ຫົວໜ້າກົມການສຶກສານອກໂຮງຮຽນ ແລະ ທ່ານ ນາງ ຕາກາໂຮະ ຟູກາມິ (Takaho Fukami) ຫົວໜ້າພາກສ່ວນການສຶກສາ ອົງການ ອຸຍນີເຊັບ (UNICEF) ປະຈໍາ ສປປ ລາວ, ຜູ້ຕາງໜ້າຈາກອົງການ SCI, ອົງການ DVV ຕະຫຼອດຮອດບັນດາຫົວໜ້າກົມ, ຮອງຫົວໜ້າກົມ, ຜູ້ອໍານວຍການສູນ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ວິຊາການຈາກກົມອ້ອມຂ້າງ ສສກ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມໃນຄັ້ງນີ້ ໄດ້ມີການນໍາສະເໜີຄວາມຄືບໜ້າໃນການປັບປຸງລະບົບສາມັນສຶກສາ ຈາກ 5+4+3 ເປັນ 6+3+3, ນໍາສະເໜີແຜນພັດທະນາຂະແໜງການຍ່ອຍສາມັນສຶກສາ ຄັ້ງທີ 10 (2026-2030) ໂດຍເນັ້ນໃສ່ວຽກບູລິມະສິດທີ່ປິ່ນອ້ອມການປັບປຸງຄຸນນະພາບ ໂດຍສະເພາະຜົນການຮຽນຂອງນັກຮຽນ, ນໍາສະເໜີແຜນພັດທະນາຂະແໜງການຍ່ອຍການສຶກສານອກໂຮງຮຽນ ຄັ້ງທີ 10 (2026-2030) ໃຫ້ສອດຄ່ອງກັບແຜນພັດທະນາຂະແໜງການຍ່ອຍສາມັນສຶກສາ ແລະ ນໍາສະເໜີຜົນການປະເມີນຜົນການຮຽນ ໂດຍນໍາໃຊ້ມາດຕະຖານຄຸນນະພາບຂັ້ນພື້ນຖານຊັ້ນປະຖົມສຶກສາ ເພື່ອທົດສອບນັກຮຽນຂັ້ນ ປ.3 ແລະ ປ.5 ໃນວິຊາພາສາລາວ ແລະ ຄະນິດສາດ.
ພາບ-ຂ່າວໂດຍ: ສົງການ ພັນແພງດີ












