ມອບ-ຮັບໜ້າທີ່ ຫົວໜ້າກົມກວດກາ ກະຊວງ ສສກ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່
30/07/2026

ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດພິທີມອບ-ຮັບໜ້າທີ່ຫົວໜ້າກົມກວດກາ ລະຫວ່າງ ທ່ານ ປອ ຈັນທະວົງ ປັນຍາສີລິ ຜູ້ເກົ່າ ແລະ ທ່ານ ຄຳແສນ ໄຊຍະວົງ ຜູ້ໃໝ່ ຂຶ້ນໃນວັນທີ 28 ກໍລະກົດ 2026 ທີ່ສຳນັກງານ ກະຊວງ ສສກ (ເຂດສີສະເກດ) ພາຍໃຕ້ການເປັນປະທານຂອງທ່ານ ຮສ.ປອ ສິນທະວອນ ດາລາວົງ ກຳມະການປະຈຳພັກກະຊວງ, ປະທານຄະນະກວດກາພັກກະຊວງ ທັງເປັນຜູ້ອຳນວຍການໃຫຍ່ມະຫາວິທະຍາໄລແຫ່ງຊາດ, ມີບັນດາຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າ-ຮອງຫົວໜ້າພະແນກ ພ້ອມດ້ວຍພະນັກງານ-ລັດຖະກອນທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.
ໂອກາດນີ້, ທ່ານ ປອ ຈັນທະວົງ ປັນຍາສີລິ ຫົວໜ້າກົມກວດກາ ຜູ້ເກົ່າ ໄດ້ລາຍງານໃຫ້ເຫັນຜົນງານອັນພົ້ນເດັ່ນໃນໄລຍະຜ່ານມາ ໃນການທຸ້ມເທສະຕິປັນຍາ, ເຫື່ອແຮງ ແລະ ມີຄວາມຮັບຜິດຊອບສູງໃນການນຳພາ-ຊີ້ນຳກົມ, ຮ່ວມສຸກຮ່ວມທຸກກັບໝູ່ຄະນະ, ສ້າງຄວາມສາມັກຄີພາຍໃນ ແລະ ຍາດໄດ້ຜົນງານອັນພົ້ນເດັ່ນຫຼາຍດ້ານ ເປັນຕົ້ນແມ່ນ ການເປັນເສນາທິການອັນຕັ້ງໜ້າໃຫ້ແກ່ອົງຄະນະພັກ ແລະ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໃນການຕິດຕາມ, ກວດກາ ແລະ ປະເມີນຜົນການຈັດຕັ້ງພັກ, ສະມາຊິກພັກ, ພ້ອມທັງຕິດຕາມແຜນພັດທະນາການສຶກສາ-ກິລາ, ດຳເນີນການກວດກາສະເພາະກິດ ແລະ ວຽກງານຕ້ານການສໍ້ລາດບັງຫຼວງ; ເອົາໃຈໃສ່ຄົ້ນຄວ້າ ແລະ ແກ້ໄຂຄຳຮ້ອງຟ້ອງ ຫຼື ຄຳສະເໜີຕ່າງໆ ຂອງພະນັກງານ-ລັດຖະກອນ, ສະມາຊິກພັກ ແລະ ພົນລະເມືອງທີ່ກ່ຽວຂ້ອງກັບຂະແໜງການສຶກສາ ແລະ ກິລາ ຢ່າງໃກ້ຊິດ; ການພາພາ-ຊີ້ນຳຕິດພັນກັບການເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິ, ຄຳສັ່ງ, ກົດໝາຍ ແລະ ນິຕິກຳຕ່າງໆ ຢ່າງມີຜົນສຳເລັດ, ເຮັດໃຫ້ວຽກງານຕິດຕາມ ກວດກາ ແລະ ປະເມີນຜົນ ໄດ້ຮັບການພັດທະນາເປັນຮາກຖານອັນສຳຄັນໃນການຍົກລະດັບຄຸນນະພາບການສຶກສາໂດຍລວມ.
ທ່ານ ປອ ຈັນທະວົງ ປັນຍາສີລິ ຍັງໃຫ້ຮູ້ເຖິງທິດທາງແຜນການ ແລະ ວຽກງານຈຸດສຸມ ປີ 2026-2027 ກົມກວດກາ ໄດ້ວາງວຽກງານຈຸດສຸມຫຼັກ ເພື່ອສືບຕໍ່ຈັດຕັ້ງປະຕິບັດໃນຕໍ່ໜ້າ ໂດຍຈະສືບຕໍ່ນຳພາກໍ່ສ້າງໜ່ວຍພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ພ້ອມທັງຕິດຕາມກວດກາການບໍລິຫານຄຸ້ມຄອງການສຶກສາຮອບດ້ານ, ຫຼັກສູດການຮຽນ-ການສອນ, ການປະຕິບັດພາລະບົດບາດຂອງຜູ້ບໍລິຫານ, ຄູ-ອາຈານ ແລະ ສືບຕໍ່ກວດກາສະເພາະກິດທີ່ຍັງຄ້າງ ລວມທັງການແກ້ໄຂສາຍດ່ວນ ແລະ ຄຳຮ້ອງ-ຄຳສະເໜີຕ່າງໆ; ສືບຕໍ່ຈັດຕັ້ງປະຕິບັດແຜນຍຸດທະສາດ, 8 ກິດຈະກຳທີ່ຍັງຄ້າງ, ສ້າງຄູ່ມື ແລະ ເຄື່ອງມືວິຊາການ, ປະສານງານກັບອົງການກວດສອບແຫ່ງລັດ, ພ້ອມທັງນຳເນື້ອໃນຕ້ານການສໍ້ລາດບັງຫຼວງແຊກຊ້ອນເຂົ້າໃນຫຼັກສູດການຮຽນ-ການສອນ ແລະ ຈັດລະບົບການຈໍລະຈອນເອກະສານແຈ້ງຊັບສິນໃຫ້ຮັບປະກັນຄວາມປອດໄພ.
ໂອກາດດັ່ງກ່າວ, ທ່ານ ຮສ.ປອ ສິນທະວອນ ດາລາວົງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນງານຂອງກົມກວດກາ. ພ້ອມທັງເນັ້ນໜັກ ແລະ ໃຫ້ທິດຊີ້ນຳ 5 ບັນຫາສຳຄັນ ເພື່ອເປັນເຂັມຊີ້ທິດໃຫ້ຫົວໜ້າກົມຜູ້ໃໝ່ ແລະ ພະນັກງານທົ່ວກົມ ນຳໄປຈັດຕັ້ງປະຕິບັດ; ຖືເອົາຄວາມສາມັກຄີເປັນຫຼັກ, ສ້າງຄວາມເປັນເອກະພາບພາຍໃນຄະນະນຳ ແລະ ພະນັກງານ, ເອົາໃຈໃສ່ຮັບຟັງຄຳຄິດເຫັນ ແລະ ເຮັດວຽກງານແນວຄິດໃຫ້ເລິກເຊິ່ງ; ປັບປຸງແບບແຜນວິທີເຮັດວຽກ ໃຫ້ມີຈຸດສຸມລະອຽດ, ຈັດບຸລິມະສິດວຽກດ່ວນ, ມີການແບ່ງງານຈະແຈ້ງ ແລະ ກຳໃຫ້ໄດ້ສະພາບປະກົດການຫຍໍ້ທໍ້ທັງວຽກພັກ ແລະ ວຽກລັດ; ຮີບຮ້ອນກຳແໜ້ນເນື້ອໃນບົດບັນທຶກມອບ-ຮັບ, ສືບຕໍ່ວຽກງານທີ່ດີ ແລະ ຮ່ວມກັນຄົ້ນຄວ້າແກ້ໄຂສິ່ງທ້າທາຍຢ່າງທັນການ; ເອົາໃຈໃສ່ກໍ່ສ້າງ, ຍົກລະດັບຄວາມຮູ້ຄວາມສາມາດໃຫ້ພະນັກງານ ໂດຍສະເພາະດ້ານການຂີດຂຽນ ແລະ ແບ່ງງານຕາມຄວາມສາມາດຕົວຈິງ ແລະ ເພີ່ມທະວີຄວາມຮັບຜິດຊອບ ແລະ ຈັນຍາບັນ; ຮຽກຮ້ອງໃຫ້ພະນັກງານທຸກສະຫາຍ ໃຫ້ການຮ່ວມມື ແລະ ຊ່ວຍເຫຼືອຫົວໜ້າກົມຜູ້ໃໝ່ຢ່າງຈິງໃຈ ເພື່ອປະຕິບັດໜ້າທີ່ການເມືອງທີ່ກະຊວງມອບໝາຍໃຫ້ ບັນລຸຜົນສຳເລັດຢ່າງຈົບງາມ.
ພາບ-ຂ່າວ ໂດຍ: ສົງການ ພັນແພງດີ













