ສສພຊ ຈັດຕັ້ງປະຕິບັດໂຄງການຮ່ວມມືດ້ານການສຶກສາພົນລະເມືອງໂລກ ປະຈຳປີ 2026
30/07/2026

ໃນວັນທີ 21 ກໍລະກົດ 2026, ສູນການສຶກສາເພື່ອພັດທະນາຊຸມຊົນຂົງເຂດອາຊີຕາເວັນອອກສ່ຽງໃຕ້ (ສສພຊ), ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດຊຸດຝຶກອົບຮົມຕາມໂຄງການຮ່ວມມືດ້ານການສຶກສາພົນລະເມືອງໂລກ (ສພລ) ປະຈຳປີ 2026 ຂຶ້ນຢ່າງເປັນທາງການ ຢູ່ທີ່ວິທະຍາໄລຄູສະຫວັນນະເຂດ ໂດຍການເປັນປະທານຮ່ວມຂອງທ່ານ ຮສ.ປອ ນາງ ສິລິນທອນ ສັກລໍຄຳ ຜູ້ອຳນວຍການ ສສພຊ ແລະ ທ່ານ ພົມມາ ໄຊຍະວົງ ຮັກສາການຜູ້ອຳນວຍການວິທະຍາໄລຄູສະຫວັນນະເຂດ, ມີບັນດາຄູຝຶກ, ວິຊາການຈາກ ສສພຊ ແລະ ມະຫາວິທະຍາໄລແຫ່ງຊາດ ພ້ອມດ້ວຍຄູ-ອາຈານ ແລະ ນັກສຶກສາຄູລະບົບຕໍ່ເນື່ອງເຂົ້າຮ່ວມຢ່າງພ້ອມພຽງ.
ໃນງານດັ່ງກ່າວ, ທ່ານ ຮສ.ປອ ນາງ ສິລິນທອນ ສັກລໍຄຳ ໄດ້ກ່າວວ່າ: ການຝຶກອົບຮົມຄັ້ງນີ້ ຈັດຕັ້ງປະຕິບັດຕາມຂໍ້ຕົກລົງ ເລກທີ 2464/ສສກ, ລົງວັນທີ 20 ພຶດສະພາ 2026 ໂດຍໄດ້ເນັ້ນໃຫ້ເຫັນເຖິງຈຸດປະສົງສຳຄັນ ເພື່ອສ້າງຄວາມເຂັ້ມແຂງ ແລະ ຍົກລະດັບທັກສະໃຫ້ຄູ-ອາຈານ ແລະ ນັກສຶກສາຄູ ໃຫ້ມີຄວາມຮູ້, ທັກສະໃນການເຊື່ອມສານແນວຄິດການສຶກສາພົນລະເມືອງໂລກ ເຂົ້າໃນການຮຽນ-ການສອນຕົວຈິງ. ນອກຈາກນີ້, ຍັງມຸ່ງເນັ້ນພັດທະນາທັກສະ ການຄົ້ນຄວ້າ-ວິໄຈ ແລະ ການຄິດວິເຄາະຢ່າງມີເຫດຜົນ, ທັກສະການແກ້ໄຂບັນຫາ ແລະ ການເຮັດວຽກເປັນທີມຕາມວິໄສທັດສາກົນ, ການນຳເອົາບົດຮຽນໄປໝູນໃຊ້ໃນໂຮງຮຽນທ້ອງຖິ່ນ ເພື່ອຂະຫຍາຍວິໄສທັດໃຫ້ແກ່ເດັກນ້ອຍ ແລະ ເຍົາວະຊົນຮຸ່ນໃໝ່.
ນັບແຕ່ປີ 2023 ເປັນຕົ້ນມາ, ສູນ ສພລ ປະຈຳ ສປປ ລາວ (ເຊິ່ງຕັ້ງຢູ່ ສສພຊ) ໂດຍການສະໜັບສະໜູນຈາກ ອົງການອຸຍເນັດໂກ (UNESCO) ແລະ ສູນການສຶກສາເພື່ອຄວາມເຂົ້າໃຈລະຫວ່າງຊາດ ອາຊີ-ປາຊິຟິກ (APCEIU) ໄດ້ຂັບເຄື່ອນໂຄງການສ້າງຄວາມເຂັ້ມແຂງຢ່າງຕໍ່ເນື່ອງໃນ 8 ວິທະຍາໄລຄູ, ໂຮງຮຽນ, ສູນຮຽນຮູ້ຊຸມຊົນ ແລະ ຜູ້ນຳຊຸມຊົນ. ເຊິ່ງຜົນສຳເລັດທີ່ໂດດເດັ່ນໃນໄລຍະ 4 ປີຜ່ານມາ ແມ່ນລວມມີການສ້າງຄູຝຶກດ້ານການສຶກສາພົນລະເມືອງໂລກ ໄດ້ທັງໝົດ 280 ຄົນ; ຜູ້ທີ່ໄດ້ຮັບຜົນປະໂຫຍດແມ່ນມີຄູ, ນັກຮຽນ ແລະ ນັກສຶກສາ ເຂົ້າຮ່ວມກິດຈະກຳລວມ 4,279 ຄົນ; ການພັດທະນາສະຖາບັນ ໂດຍການສ້າງໂຮງຮຽນຕົວແບບດ້ານການສຶກສາພົນລະເມືອງໂລກໄດ້ 4 ແຫ່ງ; ເວທີແລກປ່ຽນລະດັບສາກົນ ເຊິ່ງ ສສພຊ ໄດ້ເປັນເຈົ້າພາບຈັດສຳມະນາສາກົນດ້ານ ສພລ ໃນປີ 2025 ແລະ 2026 ໂດຍມີຜູ້ກຳນົດນະໂຍບາຍ, ນັກຄົ້ນຄວ້າ ແລະ ເຊ່ຽວຊານຈາກພາກພື້ນອາຊີຕາເວັນອອກສ່ຽງໃຕ້ເຂົ້າຮ່ວມແລກປ່ຽນບົດຮຽນ. ໂດຍລວມແລ້ວ, ໂຄງການດັ່ງກ່າວບໍ່ພຽງແຕ່ຊ່ວຍຍົກລະດັບຄວາມຮູ້, ທັກສະ ແລະ ທັດສະນະຄະຕິຂອງບຸກຄະລາກອນທາງການສຶກສາເທົ່ານັ້ນ, ແຕ່ຍັງເປັນກຳລັງແຮງສຳຄັນໃນການປູກຝັງເດັກນ້ອຍ ແລະ ເຍົາວະຊົນລາວໃຫ້ມີຄວາມຮັບຜິດຊອບຕໍ່ສັງຄົມ, ເປັນພົນລະເມືອງໂລກທີ່ມີຄຸນນະພາບ ແລະ ພ້ອມທີ່ຈະຂັບເຄື່ອນການພັດທະນາປະເທດຊາດໃຫ້ບັນລຸເປົ້າໝາຍການພັດທະນາແບບຍືນຍົງໃນອະນາຄົດ.
ສຳລັບຊຸດຝຶກອົບຮົມຕາມໂຄງການຮ່ວມມືດ້ານການສຶກສາພົນລະເມືອງໂລກ (ສພລ) ປະຈຳປີ 2026 ແມ່ນດຳເນີນເປັນເວລາ 3 ວັນ ລະຫວ່າງວັນທີ 21-23 ກໍລະກົດ 2026 ກໍສຳເລັດລົງຕາມລະດັບຄາດໝາຍ.















