ສສກ-ສະຫະລັດອາເມຣິກາ ສືບຕໍ່ຮ່ວມມືໂຄງການສົ່ງເສີມການສອນພາສາອັງກິດ ໄລຍະ 2 ປີ
30/07/2026

ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ແລະ ສະຫະລັດອາເມຣິກາ ສືບຕໍ່ຮ່ວມມືໂຄງການສົ່ງເສີມການສອນພາສາອັງກິດ ໄລຍະ 2 ປີ ຢູ່ ສປປ ລາວ ເພື່ອຍົກລະດັບຄວາມສາມາດໃນການສິດສອນພາສາອັງກິດໃຫ້ແກ່ຄູ-ອາຈານໃນລາວ, ການປັບປຸງຫຼັກສູດ ແລະ ສື່ການຮຽນ-ການສອນ ພ້ອມທັງສົ່ງເສີມການແລກປ່ຽນວັດທະນະທຳລະຫວ່າງສອງປະເທດອີກດ້ວຍ.
ໃນວັນທີ 29 ກໍລະກົດ 2026 ທີ່ສໍານັກກະຊວງສຶກສາທິການ ແລະ ກິລາ ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ ຫຼື MOU ວ່າດ້ວຍການຮ່ວມມືໃນໂຄງການຜູ້ຊ່ວຍຄູສອນພາສາອັງກິດ ແລະ ຜູ້ຊ່ຽວຊານທາງດ້ານພາສາອັງກິດ ລະຫວ່າງກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ແລະ ສະຖານເອກອັກຄະລັດຖະທູດ ສະຫະລັດອາເມຣິກາ ປະຈຳ ສປປ ລາວ ໂດຍໃຫ້ກຽດລົງນາມໃນສັນຍາຂອງທ່ານ ແສງສະເດັນ ບຸນລາວົງ ຫົວໜ້າກົມຮ່ວມມືກັບຕ່າງປະເທດ, ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ມິເຊວ ວາຍ ເອົາລໍ (Michelle Y Outlaw) ອຸປະທູດຮັກສາການຊົ່ວຄາວ ສະຖານເອກອັກຄະລັດຖະທູດ ສະຫະລັດອາເມຣິກາ ປະຈຳ ສປປ ລາວ, ໃຫ້ກຽດເປັນສັກຂີພິຍານຂອງທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍຮອງຫົວໜ້າຫ້ອງການ, ຮອງຫົວໜ້າກົມ ແລະ ພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ໂຄງການດັ່ງກ່າວ, ໄດ້ຮັບການສະໜັບສະໜູນທຶນທັງໝົດຈາກກະຊວງການຕ່າງປະເທດ ສະຫະລັດອາເມຣິກາ ໂດຍມີເປົ້າໝາຍເພື່ອຍົກລະດັບຄວາມສາມາດໃນການສິດສອນພາສາອັງກິດໃຫ້ແກ່ຄູ-ອາຈານລາວ, ການປັບປຸງຫຼັກສູດ ແລະ ສື່ການຮຽນ-ການສອນ ພ້ອມທັງສົ່ງເສີມການແລກປ່ຽນວັດທະນະທຳລະຫວ່າງສອງປະເທດ, ພາຍໃຕ້ MOU ສະບັບນີ້, ຝ່າຍອາເມຣິກາ ຈະສົ່ງຜູ້ຊ່ວຍຄູສອນພາສາອັງກິດ 12 ທ່ານ ແລະ ຜູ້ຊ່ຽວຊານພາສາອັງກິດ 5 ທ່ານ ເຂົ້າມາປະຈຳການ ຢູ່ຕາມມະຫາວິທະຍາໄລ, ວິທະຍາໄລຄູ, ວິທະຍາໄລເຕັກນິກ-ວິຊາຊີບ ແລະ ໂຮງຮຽນມັດທະຍົມ ຢູ່ໃນຫຼາຍແຂວງທົ່ວປະເທດ ສປປ ລາວ ເປັນໄລຍະເວລາ 2 ປີ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.
ພາບ-ຂ່າວ: ບົວລະພາ













