ລາວ-ຫວຽດນາມ ຮ່ວມມືສົ່ງເສີມທັກສະການປ້ອງກັນການລ່ວງລະເມີດທາງເພດ ສຳລັບເດັກອາຍຸ 3-5 ປີ
30/07/2026

ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ລົງນາມເຊັນສັນຍາການຮ່ວມມືກັບ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ແລະ ກໍ່ສ້າງ ນະຄອນໂຮ່ຈີມິນ ແຫ່ງ ສສ ຫວຽດນາມ ໃນການຈັດຕັ້ງປະຕິບັດໂຄງການເພດສຶກສາ ແລະ ທັກສະການປ້ອງກັນການລ່ວງລະເມີດທາງເພດ ສຳລັບເດັກອາຍຸ 3-5 ປີ “ERA Kids” ໄລຍະຍາວ.
ພິທີລົງນາມເຊັນສັນຍາການຮ່ວມມືກັນຂອງທັງສອງຝ່າຍໃນຄັ້ງນີ້ ໄດ້ຈັດຂຶ້ນໃນວັນທີ 28 ກໍລະກົດ 2026 ທີ່ສຳນັກງານກະຊວງ ສສກ (ເຂດຕຶກເຈົ້າອານຸວົງ) ລະຫວ່າງ ທ່ານ ນາງ ຈອມແພງ ວົງສາ ຫົວໜ້າກົມການສຶກສາກ່ອນໄວຮຽນ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ເຈີ່ນ ທິ ເກວ້ ຈີ່ (Trần Thị Quế Chi) ຮອງຫົວໜ້າສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ແລະ ກໍ່ສ້າງ ນະຄອນໂຮ່ຈີມິນ ແຫ່ງ ສສ ຫວຽດນາມ, ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານໂດຍ ທ່ານ ຮສ.ປອ ຫຼ້າວັນ ວົງຄຳສານ ຫົວໜ້າຫ້ອງການກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ພອນສີ ບຸນມີໄຊ ກົງສູນໃຫຍ່ ແຫ່ງ ສປປ ລາວ ປະຈຳ ນະຄອນໂຮ່ຈີມິນ ຕະຫຼອດຮອດບັນດາແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງທັງສອງຝ່າຍ.
ການລົງນາມໃນຄັ້ງນີ້ ແມ່ນເປັນໝາກຜົນອັນຕັ້ງໜ້າຕໍ່ເນື່ອງມາຈາກບົດບັນທຶກຄວາມເຂົ້າໃຈ (MOU) ທີ່ໄດ້ຖືກລົງນາມຮ່ວມກັນ ຜ່ານມາເມື່ອວັນທີ 26 ມີນາ 2026 ທີ່ນະຄອນໂຮ່ຈີມິນ ສສ ຫວຽດນາມ ເຊິ່ງໂຄງການດັ່ງກ່າວມີໄລຍະເວລາຈັດຕັ້ງປະຕິບັດ 5 ປີ 9 ເດືອນ (2026-2031).
ໂອກາດນີ້ິ, ທ່ານ ຮສ.ປອ ຫຼ້າວັນ ວົງຄຳສານ ກ່າວວ່າ: “ຫຼັກສູດ ERA Kids ສຳລັບເດັກອາຍຸ 3-5 ປີ ຖືເປັນຫຼັກສູດທີ່ທັນສະໄໝ ແລະ ມີເນື້ອໃນອັນໃໝ່ ທີ່ຈະນຳມາເຊື່ອມສານເຂົ້າໃນການຮຽນການສອນຊັ້ນອະນຸບານສຶກສາ ໃນຂອບເຂດທົ່ວປະເທດ. ສິ່ງນີ້ຮຽກຮ້ອງໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖິ່ນ ຕະຫຼອດຮອດຄູສອນ ແລະ ຜູ້ດູແລເດັກ ຕ້ອງໄດ້ພ້ອມກັນທົບທວນ, ແປ ແລະ ຮຽບຮຽງເນື້ອໃນໃຫ້ສອດຄ່ອງກັບຫຼັກສູດແຫ່ງຊາດ ເພື່ອເສີມສ້າງທັກສະຊີວິດປະຈຳວັນ ແລະ ປົກປ້ອງເດັກນ້ອຍລາວໃນຍຸກດີຈີຕອນ.”
ໃນໂອກາດດຽວກັນນັ້ນ, ຄະນະນຳທັງ 2 ຝ່າຍ ຍັງໄດ້ສະແດງຄວາມເຊື່ອໝັ້ນຢ່າງໜັກແໜ້ນໃນ ການຮ່ວມມືຄັ້ງນີ້ ຈະເປັນການປະກອບສ່ວນອັນສຳຄັນເຂົ້າໃນການຍົກສູງຄຸນນະພາບການສຶກສາກ່ອນໄວຮຽນ, ເປັນບາດກ້າວບຸກທະລຸໃນການພັດທະນາຊັບພະຍາກອນມະນຸດຂັ້ນພື້ນຖານ ພ້ອມທັງເປັນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ ໝັ້ນຄົງທະນົງແກນຕະຫຼອດໄປ.
ພາບ-ຂ່າວໂດຍ: ສົງການ ພັນແພງດີ














