ສສກ-ມຊ ແຂ່ງຂັນກິລາບານເຕະມິດຕະພາບ ຕ້ອນຮັບ ແລະ ຊົມເຊີຍວັນສ້າງຕັ້ງມະຫາວິທະຍາໄລແຫ່ງຊາດ ຄົບຮອບ 30 ປີ
02/06/2026

ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດຂະບວນການແຂ່ງຂັນກິລາບານເຕະມິດຕະພາບ ເພື່ອຕ້ອນຮັບ ແລະ ຊົມເຊີຍວັນສ້າງຕັ້ງມະຫາວິທະຍາໄລແຫ່ງຊາດ ຄົບຮອບ 30 ປີ ໃນວັນທີ 27 ພຶດສະພາ 2026 ທີ່ສະໜາມກິລາກາງ ມະຫາວິທະຍາໄລແຫ່ງຊາດ (ວິທະຍາເຂດດົງໂດກ) ທ່າມກາງບັນຍາກາດແຫ່ງຄວາມສາມັກຄີ ແລະ ອົບອຸ່ນ, ໂດຍການເຂົ້າຮ່ວມຂອງທ່ານ ກິ່ງມະໂນ ພົມມະຫາໄຊ ຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ຮສ.ປອ ສິນທະວອນ ດາລາວົງ ຄະນະປະຈຳພັກກະຊວງ, ຮອງຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ ພ້ອມດ້ວຍຄະນະຜູ້ບໍລິຫານ, ພະນັກງານ ແລະ ນັກກິລາ ເຂົ້າຮ່ວມຢ່າງພ້ອມພຽງ.
ການແຂ່ງຂັນໃນຄັ້ງນີ້ ບໍ່ພຽງແຕ່ເປັນການສ້າງຂະບວນການອອກກຳລັງກາຍ ແລະ ເສີມສ້າງສຸຂະພາບເທົ່ານັ້ນ ແຕ່ຍັງເປັນການເສີມສ້າງຄວາມສາມັກຄີ, ຄວາມສຳພັນອັນດີງາມ ລະຫວ່າງ ສສກ ແລະ ມຊ ໃຫ້ນັບມື້ແໜ້ນແຟ້ນຍິ່ງຂຶ້ນ. ສຳລັບຜົນການແຂ່ງຂັນ ທັງສອງທີມ ສາມາດສະແດງຝີມືໄດ້ຢ່າງດີ ແລະ ຈົບລົງດ້ວຍຜົນສະເໝີກັນ 2-2 ປະຕູ ທ່າມກາງສຽງເຊຍຢ່າງຄຶກຄື້ນ.
ໂດຍ: ບຸນທະວີ ນະວົງສາ
ຂ່າວຫຼ້າສຸດ
- ມະຫາວິທະຍາໄລສະຫວັນນະເຂດ ປະກາດການຈັດຕັ້ງ ແລະ ແຕ່ງຕັ້ງພະນັກງານດຳລົງຕຳແໜ່ງບໍລິຫານ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ

