ສະຫະພັນກິລາປິ່ງປ່ອງແຫ່ງຊາດລາວ ປະກາດຮັບຮອງຄະນະບໍລິຫານງານຊຸດໃໝ່ ສົກປີ 2026-2029 ພ້ອມຕັ້ງເປົ້າສ້າງນັກກິລາສາຍເລືອດໃໝ່ສູ່ລະດັບສາກົນ
02/06/2026

ໃນວັນທີ 28 ພຶດສະພາ 2026 ຢູ່ທີ່ສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ ໄດ້ມີການຈັດພິທີປະກາດຮັບຮອງການຈັດຕັ້ງຄະນະບໍລິຫານງານ ສະຫະພັນກິລາປິ່ງປ່ອງແຫ່ງຊາດລາວ ຊຸດໃໝ່ ຢ່າງເປັນທາງການ, ພາຍໃຕ້ການເປັນປະທານຂອງ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທັງເປັນຮອງປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ, ມີ ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ອະດີດລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທັງເປັນປະທານທີ່ປຶກສາກິດຕິມະສັກ ສະຫະພັນກິລາປິ່ງປ່ອງແຫ່ງຊາດລາວ ແລະ ຮອງປະທານສະຫະພັນກິລາປິ່ງປ່ອງອາຊຽນ, ທ່ານ ປອ ສຳລານ ພັນຄະວົງ ອະດີດຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ແກ້ວວິສຸກ ໂສລະພົມ ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ຄະນະປະທານທີ່ປຶກສາກິດຕິມະສັກ ສະຫະພັນກິລາປິ່ງປ່ອງແຫ່ງຊາດລາວ ພ້ອມດ້ວຍບັນດາທ່ານຫົວໜ້າ-ຮອງຫົວໜ້າກົມ, ຄະນະນຳ, ຮອງປະທານ, ຄະນະບໍລິຫານງານສະຫະພັນກິລາປິ່ງປ່ອງແຫ່ງຊາດລາວ ທັງຊຸດເກົ່າ ແລະ ຊຸດໃໝ່, ແຂກຜູ້ມີກຽດ, ຄູຝຶກ, ຜູ້ໃຫ້ການສະໜັບສະໜູນ ແລະ ນັກສຶກສາເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ທ່ານ ນາງ ສົມໃຈ ວົງສາ ຮອງປະທານສະຫະພັນກິລາປິ່ງປ່ອງແຫ່ງຊາດລາວ ໄດ້ຂຶ້ນຜ່ານບົດລາຍງານການເຄື່ອນໄຫວວຽກງານ ໃນໄລຍະຜ່ານມາ (ສົກປີ 2022-2025) ເຊິ່ງໄດ້ຍົກໃຫ້ເຫັນຜົນງານອັນພົ້ນເດັ່ນໃນການພັດທະນາກິລາປິ່ງປ່ອງລາວ ທັງພາຍໃນ ແລະ ຕ່າງປະເທດ ເປັນຕົ້ນແມ່ນ ການສົ່ງນັກກິລາເຂົ້າຮ່ວມການແຂ່ງຂັນລະດັບພາກພື້ນ ແລະ ສາກົນ; ການຍົກລະດັບຂີດຄວາມສາມາດຂອງບຸກຄະລາກອນຄູຝຶກ ແລະ ກຳມະການຕັດສິນ; ການເປັນເຈົ້າພາບຈັດການແຂ່ງຂັນລະດັບສາກົນຫຼາຍລາຍການ ເຊິ່ງສາມາດສ້າງຊື່ສຽງ ແລະ ຜົນງານໃຫ້ແກ່ປະເທດຊາດຢ່າງຫຼວງຫຼາຍ.
ຫຼັງຈາກນັ້ນ, ທ່ານ ວຽງທອງ ພົມທະຈັກ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງສຶກສາທິການ ແລະ ກິລາ ໄດ້ຂຶ້ນອ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ວ່າດ້ວຍການຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງ ຄະນະບໍລິຫານງານສະຫະພັນກິລາປິ່ງປ່ອງແຫ່ງຊາດລາວ ຊຸດໃໝ່ ສົກປີ 2026-2029 ດັ່ງນີ້: ຄະນະປະທານທີ່ປຶກສາກິດຕິມະສັກ ມີທັງໝົດ 6 ທ່ານ ຄື: ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ອະດີດລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ແກ້ວວິສຸກ ໂສລະພົມ ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ໄຊຊະນະ ສິດທິພອນ ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ໂຈວ ຈີນຟູ ປະທານສະມາຄົມການຄ້າເຫີໜານ, ທ່ານ ລີ ມິງສົງ ປະທານບໍລິສັດ ວຽງຈັນຈະເລີນ ທ່ອງທ່ຽວກິລາ ຈຳກັດ ແລະ ທ່ານ ນາງ ມະລິຈັນ ທຳມະວົງ ພັນລະຍາທ່ານເລຂາພັກແຂວງບໍລິຄຳໄຊ.
ສຳລັບຄະນະບໍລິຫານງານສະຫະພັນກິລາປິ່ງປ່ອງແຫ່ງຊາດລາວ ມີທັງໝົດ 23 ທ່ານ ໂດຍ ທ່ານ ປອ ສຳລານ ພັນຄະວົງ ອະດີດຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ເປັນປະທານ ແລະ ຮອງປະທານ ຈຳນວນ 5 ທ່ານ ປະກອບມີ: ທ່ານ ນາງ ອໍລະໄທ ສັນຕິຄົງຄາ ປະທານບໍລິສັດ ກຣິດຕະພົງ ກຣຸບ ຈຳກັດ, ທ່ານ ນາງ ສົມໃຈ ວົງສາ ຮອງປະທານບໍລິສັດ ວຽງຈັນຈະເລີນ ທ່ອງທ່ຽວກິລາ ຈຳກັດ, ທ່ານ ນາງ ບົວສີ ສີສະຫວັດ ຫົວໜ້າພະແນກທຸລະກິດ ໂຮງແຮມ ແມ່ຂອງ, ທ່ານ ວຽງສະຫວັນ ສຸລິນພູມີ ທີ່ປຶກສາອາວຸໂສດ້ານການກໍ່ສ້າງ ບໍລິສັດ ລາວຄອນຊັລຕິງ ແລະ ທ່ານ ແແສງສະເດັດ ບຸນລາວົງ ຫົວໜ້າກົມຮ່ວມມືກັບຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ. ນອກນັ້ນຍັງມີເລທິການ 1 ທ່ານ ແລະ ຮອງເລຂາທິການ 2 ທ່ານ ແລະ ກຳມະການ 14 ທ່ານ.
ໃນໂອກາດນີ້, ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ຕາງໜ້າໃຫ້ຄະນະສະຫະພັນກິລາປິ່ງປ່ອງແຫ່ງຊາດລາວຊຸດເກົ່າ ໄດ້ຂຶ້ນກ່າວອຳລາໜ້າທີ່ຢ່າງມີກຽດ. ຈາກນັ້ນ, ທ່ານ ປອ ສຳລານ ພັນຄະວົງ ປະທານສະຫະພັນຄົນໃໝ່ ໄດ້ຂຶ້ນກ່າວຮັບໜ້າທີ່ ໂດຍສະແດງຄວາມຂອບໃຈຢ່າງສູງຕໍ່ ພັກ-ລັດ ກໍຄື ກະຊວງສຶກສາທິການ ແລະ ກິລາ ທີ່ໄດ້ມອບໝາຍໜ້າທີ່ອັນສຳຄັນນີ້ ແລະ ໃຫ້ຄຳໝັ້ນສັນຍາວ່າ ຈະພ້ອມກັນປະຕິບັດໜ້າທີ່ດ້ວຍຄວາມຕັ້ງໃຈ, ໂປ່ງໃສ, ສາມັກຄີ ແລະ ເສຍສະຫຼະ ເພື່ອນຳພາສະຫະພັນກ້າວສູ່ຍຸກໃໝ່ ໂດຍເນັ້ນໃສ່ເພີ່ມທະວີການສ້າງ ແລະ ພັດທະນານັກກິລາລຸ້ນໃໝ່, ເປີດໂອກາດໃຫ້ນັກກິລາລາວໄດ້ເຂົ້າຮ່ວມ ແລະ ສ້າງຜົນງານໃນເວທີລະດັບພາກພື້ນ ແລະ ສາກົນ ໂດຍສະເພາະແມ່ນການກຽມພ້ອມໃນງານມະຫາກຳກິລາອາຊຽນເກມ ທີ່ ສປປ ລາວ ຈະເປັນເຈົ້າພາບ ໃນປີ 2031; ມຸ່ງໝັ້ນສ້າງຄວາມສາມັກຄີພາຍໃນອົງກອນ, ປັບປຸງການບໍລິຫານໃຫ້ມີຄວາມໂປ່ງໃສ, ມີປະສິດທິຜົນ, ມີແບບແຜນ ແລະ ທັນສະໄໝ; ເປີດກວ້າງການຮ່ວມມືກັບທຸກພາກສ່ວນ ທັງພາຍໃນ ແລະ ຕ່າງປະເທດ, ລວມທັງພາກທຸລະກິດ ແລະ ຜູ້ໃຫ້ການສະໜັບສະໜູນ ເພື່ອລະດົມທຸກກຳລັງແຮງເຂົ້າໃນການພັດທະນາກິລາປິ່ງປ່ອງຂອງຊາດ ໃຫ້ກາຍເປັນກິລາທີ່ສັງຄົມນິຍົມ ແລະ ມີຄວາມສາມາດແຂ່ງຂັນໄດ້ໃນລະດັບສູງ.
ໃນຕອນທ້າຍຂອງພິທີ, ທ່ານ ກິ່ງມະໂນ ພົມມະຫາໄຊ ໄດ້ໃຫ້ກຽດຂຶ້ນມີຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳຕໍ່ຄະນະບໍລິຫານງານຊຸດໃໝ່ ໂດຍທ່ານໄດ້ເນັ້ນໜັກໃຫ້ຄະນະຊຸດໃໝ່ ຈົ່ງເອົາໃຈໃສ່ສືບຕໍ່ຜັນຂະຫຍາຍມູນເຊື້ອອັນດີງາມ, ເອົາໃຈໃສ່ຝຶກຊ້ອມນັກກິລາຢ່າງຕໍ່ເນື່ອງ ແລະ ຮຽກຮ້ອງໃຫ້ທຸກພາກສ່ວນຮ່ວມມືກັນຢ່າງເປັນເອກະພາບ ເພື່ອເຮັດໃຫ້ສະຫະພັນກິລາປິ່ງປ່ອງແຫ່ງຊາດລາວ ມີການເຕີບໃຫຍ່ຂະຫຍາຍຕົວ ແລະ ປະສົບຜົນສຳເລັດຍິ່ງໆຂຶ້ນໃນອະນາຄົດ.
ພ້ອມດຽວກັນນັ້ນ, ໃນພິທີຍັງໄດ້ມີການມອບໃບຍ້ອງຍໍຈາກກະຊວງສຶກສາທິການ ແລະ ກິລາ ໃຫ້ແກ່ຄະນະບໍລິຫານງານຊຸດເກົ່າ ເພື່ອສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຈົດຈຳບຸນຄຸນຕໍ່ຄວາມທຸ້ມເທແຮງກາຍແຮງໃຈໃນໄລຍະຜ່ານມາ.
ພາບ-ຂ່າວ ໂດຍ: ບົວລະພາ
ຂ່າວຫຼ້າສຸດ
- ສະຫາຍເລຂາທິການໃຫຍ່ ທອງລຸນ ສີສຸລິດ ເຄື່ອນໄຫວຊີ້ນຳວຽກງານ ແລະ ຮ່ວມປູກຕົ້ນໄມ້ ຢູ່ນະຄອນປາກເຊ ແຂວງຈຳປາສັກ
- ຮອງລັດຖະມົນຕີ ສສກ ພ້ອມດ້ວຍຄະນະ ລົງຕິດຕາມການສອບເສັງຈົບຊັ້ນ ມ.4 ຢູ່ນະຄອນຫຼວງວຽງຈັນ
- ຫົວໜ້າພະແນກ ສກຂ ຈຳປາສັກ ພ້ອມດ້ວຍຄະນະ ລົງຕິດຕາມບັ້ນສອບເສັງຈົບຊັ້ນ ມ.4 ສົກຮຽນ 2025-2026 ຢູ່ເມືອງປະທຸມພອນ
- ເມືອງອຸທຸມພອນ ເປີດບັ້ນສອບເສັງຈົບ ມ.4 ປະຈຳສົກຮຽນ 2025-2026 ຢ່າງເປັນທາງການ
- ນັກຮຽນ ມ.4 ທົ່ວເມືອງຄູນຄຳ 248 ຄົນ ເຂົ້າຮ່ວມການສອບເສັງຈົບຊັ້ນ ປະຈຳສົກຮຽນ 2025-2026
- ເມືອງໂຂງ ເປີດບັ້ນສອບເສັງຈົບຊັ້ນ ມ.4 ສົກຮຽນ 2025-2026 ຢ່າງເປັນທາງການ ມີນັກຮຽນເຂົ້າຮ່ວມກວ່າ 440 ຄົນ



