ແຂວງຈຳປາສັກ ຈັດແຂ່ງຂັນກິລາບານບ້ວງ 3 ລາຍການ ຊີງເງິນລາງວັນລວມ 25 ລ້ານກວ່າກີບ ສະຫຼອງວັນທີ 1 ມິຖຸນາ ຢ່າງຟົດຟື້ນ
03/06/2026

ສະຫະພັນກິລາບານບ້ວງແຂວງຈຳປາສັກ ໄດ້ຈັດງານແຂ່ງຂັນກິລາບານບ້ວງມິດຕະພາບລາຍການພິເສດ ຊີງເງິນລາງວັນລວມສູງເຖິງ 25 ລ້ານກວ່າກີບ ເພື່ອເປັນການສ້າງຂະບວນການຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ (ວັນທີ 1 ມິຖຸນາ 2026) ທີ່ຈະມາເຖິງນີ້ ໃຫ້ບັນຍາກາດໃຫ້ຟົດຟື້ນ, ເບີກບານມ່ວນຊື່ນ ແລະ ເຕັມໄປດ້ວຍຄວາມໝາຍຄວາມສຳຄັນຢ່າງເລິກເຊິ່ງ.
ກິດຈະກຳແຂ່ງຂັນກິລາບານບ້ວງໃນຄັ້ງນີ້ ໄດ້ມີຂຶ້ນໃນວັນທີ 30 ມິຖຸນາ 2026 ທີ່ສະໜາມກິລາບານບ້ວງແຂວງ, ໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນໂດຍ ທ່ານ ໂພໄຊ ວົງຄຳຊາວ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງຈຳປາສັກ, ພ້ອມດ້ວຍຄະນະບໍລິຫານງານສະຫະພັນກິລາບານບ້ວງແຂວງ, ຄູຝຶກ, ນັກກິລາ ແລະ ກອງເຊຍເຂົ້າຮ່ວມຢ່າງຄຶກຄື້ນ.
ການແຂ່ງຂັນໃນຄັ້ງນີ້ ມີທີມເຂົ້າຮ່ວມຊີງໄຊທັງໝົດ 6 ທີມ ໂດຍແບ່ງອອກເປັນ 3 ລາຍການແຂ່ງຂັນ ຄື: ທີມຊາຍ ຮຸ່ນທົ່ວໄປ ມີ 2 ທີມ, ທີມຍິງ ຮຸ່ນທົ່ວໄປ ມີ 2 ທີມ ແລະ ທີມຊາຍ ຮຸ່ນເຍົາວະຊົນ ມີ 2 ທີມ. ເຊິ່ງບັນຍາກາດຕະຫຼອດການແຂ່ງຂັນແມ່ນເຕັມໄປດ້ວຍຄວາມຟົດຟື້ນ ແລະ ສຽງເຊຍທີ່ດັງສະໜັ່ນທົ່ວສະໜາມ. ນັກກິລາທຸກຄົນ ໂດຍສະເພາະແມ່ນຮຸ່ນເຍົາວະຊົນ ໄດ້ມີໂອກາດສະແດງທັກສະ, ພອນສະຫວັນ ແລະ ຄວາມສາມາດທາງດ້ານກິລາບານບ້ວງຢ່າງເຕັມຂີດຄວາມສາມາດ ພາຍໃຕ້ສະປີຣິດຂອງການແຂ່ງຂັນກິລາ ຮູ້ໄດ້, ຮູ້ເສຍ ແລະ ຮູ້ໃຫ້ອະໄພເຊິ່ງກັນ ແລະ ກັນ.
ນອກຈາກການສ້າງຂະບວນການຂ່ຳນັບຮັບຕ້ອນວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດແລ້ວ, ການແຂ່ງຂັນຄັ້ງນີ້ ຍັງເປັນການທົດສອບລະບົບການຈັດການແຂ່ງຂັນໃຫ້ມີມາດຕະຖານສູງຂຶ້ນ ແລະ ທີ່ສຳຄັນແມ່ນເປັນເວທີຄັດເລືອກເອົານັກກິລາທີ່ມີຄວາມສາມາດ ແລະ ພອນສະຫວັນໂດດເດັ່ນ ທັງໃນຮຸ່ນເຍົາວະຊົນ ແລະ ຮຸ່ນທົ່ວໄປ ເພື່ອເປັນການກະກຽມຄວາມພ້ອມຮອບດ້ານກຽມຕາງໜ້າແຂວງສົ່ງເຂົ້າຮ່ວມແຂ່ງຂັນລາຍການຕ່າງໆທັງລະດັບເມືອງ, ລະດັບແຂວງ ແລະ ລະດັບຊາດ ໃນອະນາດຄົດ ເວົ້າລວມ, ເວົ້າສະເພາະແມ່ນກຽມຄວາມພ້ອມແຕ່ຫົວທີກຽມເຂົ້າຮ່ວມງານມະຫາກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ 8 ທີ່ແຂວງເຊກອງ ຮັບກຽດເປັນເຈົ້າພາບ ໃນປີ 2027 ແລະ ງານມະຫາກຳກິລາແຫ່ງຊາດ ຄັ້ງທີ 13 ທີ່ແຂວງຈຳປາສັກ ຈະເປັນເຈົ້າພາບ ໃນປີ 2028 ອີກດ້ວຍ.
ຂ່າວຫຼ້າສຸດ
- ສະຫາຍເລຂາທິການໃຫຍ່ ທອງລຸນ ສີສຸລິດ ເຄື່ອນໄຫວຊີ້ນຳວຽກງານ ແລະ ຮ່ວມປູກຕົ້ນໄມ້ ຢູ່ນະຄອນປາກເຊ ແຂວງຈຳປາສັກ
- ຮອງລັດຖະມົນຕີ ສສກ ພ້ອມດ້ວຍຄະນະ ລົງຕິດຕາມການສອບເສັງຈົບຊັ້ນ ມ.4 ຢູ່ນະຄອນຫຼວງວຽງຈັນ
- ຫົວໜ້າພະແນກ ສກຂ ຈຳປາສັກ ພ້ອມດ້ວຍຄະນະ ລົງຕິດຕາມບັ້ນສອບເສັງຈົບຊັ້ນ ມ.4 ສົກຮຽນ 2025-2026 ຢູ່ເມືອງປະທຸມພອນ
- ເມືອງອຸທຸມພອນ ເປີດບັ້ນສອບເສັງຈົບ ມ.4 ປະຈຳສົກຮຽນ 2025-2026 ຢ່າງເປັນທາງການ
- ນັກຮຽນ ມ.4 ທົ່ວເມືອງຄູນຄຳ 248 ຄົນ ເຂົ້າຮ່ວມການສອບເສັງຈົບຊັ້ນ ປະຈຳສົກຮຽນ 2025-2026
- ເມືອງໂຂງ ເປີດບັ້ນສອບເສັງຈົບຊັ້ນ ມ.4 ສົກຮຽນ 2025-2026 ຢ່າງເປັນທາງການ ມີນັກຮຽນເຂົ້າຮ່ວມກວ່າ 440 ຄົນ



