Skip to main content

ຊາວໜຸ່ມ ສສກ ຈັດກິດຈະກຳປູກຕົ້ນໄມ້ ໂອກາດວັນທີ 1 ມິຖຸນາ ພາຍໃຕ້ຄຳຂວັນ “ໜຶ່ງຄົນ ໜຶ່ງຕົ້ນ” ຢ່າງຟົດຟື້ນ

03/06/2026
ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ (ຄຊປປລ) ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກິດຈະກຳສ້າງຂະບວນການປູກຕົ້ນໄມ້ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 46 ປີ ແລະ ວັນເດັກນ້ອຍສາກົນ ຄົບຮອບ 101 ປີ ພາຍໃຕ້ຄຳຂວັນ “ໜຶ່ງຄົນ ໜຶ່ງຕົ້ນ” ຂຶ້ນຢ່າງຟົດຟື້ນ ແລະ ມີຄວາມໝາຍຄວາມສຳຄັນ ໃນວັນທີ 29 ພຶດສະພາ 2026 ຢູ່ທີ່ ວິທະຍາໄລເຕັກນິກ-ວິຊາຊີບ ການລົດໄຟ, ໃຫ້ກຽດເຂົ້າຮ່ວມເປັນປະທານໃນພິທີໂດຍ ທ່ານ ປອ ຈັນທະວົງ ປັນຍາສິລິ ຄະນະພັກກະຊວງ, ເລຂາທິການສູນກາງຊາວໜຸ່ມ, ເລຂາຄະນະບໍລິຫານງານຊາວໜຸ່ມກະຊວງສຶກສາທິການ ແລະ ກິລາ, ທັງເປັນຫົວໜ້າກົມກວດກາ. ນອກນັ້ນ, ຍັງມີບັນດາຮອງເລຂາ, ຄະນະບໍລິຫານງານຊາວໜຸ່ມກະຊວງສຶກສາທິການ ແລະ ກິລາ, ຄະນະຊາວໜຸ່ມຈາກມະຫາວິທະຍາໄລແຫ່ງຊາດ, ສະມາຄົມການສຶກສາພາກເອກະຊົນ, ພ້ອມດ້ວຍຄະນະຊາວໜຸ່ມຈາກຮາກຖານ ແລະ ໜ່ວຍຮາກຖານ ທີ່ຂຶ້ນກັບກະຊວງສຶກສາທິການ ແລະ ກິລາ ຕະຫຼອດຮອດສະມາຊິກຊາວໜຸ່ມຢ່າງຫຼວງຫຼາຍເຂົ້າຮ່ວມ.
ໃນພິທີ, ສະຫາຍ ປອ ຈັນທະວົງ ປັນຍາສິລິ ໄດ້ກ່າວວ່າ: ກິດຈະກຳປູກຕົ້ນໄມ້ໃນຄັ້ງນີ້ ແມ່ນຈັດຂຶ້ນຕາມທິດຊີ້ນຳຂອງຄະນະປະຈຳພັກກະຊວງ ເພື່ອສ້າງຂະບວນການເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ປະຈຳປີ 2026 ໃຫ້ມີຄວາມຟົດຟື້ນ ແລະ ຕໍ່ເນື່ອງ, ທັງເປັນການເພີ່ມເນື້ອທີ່ສີຂຽວ, ຮ່ວມກັນປົກປັກຮັກສາສິ່ງແວດລ້ອມ ແລະ ຕອບສະໜອງນະໂຍບາຍການຮັກສາທຳມະຊາດໃຫ້ມີຄວາມຍືນຍົງຕະຫຼອດໄປ.
ຫຼັງຈາກນັ້ນ, ຄະນະນຳ, ແຂກ ແລະ ບັນດາສະມາຊິກຊາວໜຸ່ມທຸກພາກສ່ວນ ໄດ້ຮ່ວມກັນປູກຕົ້ນໄມ້. ໂດຍຕົ້ນໄມ້ທີ່ນຳມາປູກໃນຄັ້ງນີ້ ມີທັງໝົດ 64 ມີຕົ້ນໄມ້ດູ່ ແລະ ໄມ້ແຕ້ ທີ່ບັນດາຮາກຖານຊາວໜຸ່ມໄດ້ຮ່ວມແຮງຮ່ວມໃຈກັນຈັດຊື້ ແລະ ກະກຽມມາ. ພ້ອມນີ້, ຕ້ອງໄດ້ຊົມເຊີຍ ຄະນະຊາວໜຸ່ມ ວິທະຍາໄລເຕັກນິກ-ວິຊາຊີບ ການລົດໄຟ ທີ່ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດຕາມທິດຊີ້ນຳ ໂດຍການອຳນວຍຄວາມສະດວກດ້ານສະຖານທີ່, ການຂຸດຂຸມ, ກະກຽມດິນປູກ ແລະ ອຸປະກອນຕ່າງໆ ໄວ້ຢ່າງຄົບຖ້ວນ ເຮັດໃຫ້ກິດຈະກຳດຳເນີນໄປຢ່າງມີປະສິດທິຜົນສູງ.
ກິດຈະກຳໃນຄັ້ງນີ້, ບໍ່ພຽງແຕ່ເປັນການສະແດງອອກເຖິງຄວາມສາມັກຄີ, ຄວາມຮັບຜິດຊອບຕໍ່ສັງຄົມ ແລະ ສິ່ງແວດ ລ້ອມຂອງຄະນະຊາວໜຸ່ມກະຊວງສຶກສາທິການ ແລະ ກິລາ ເທົ່ານັ້ນ, ແຕ່ຍັງເປັນການສ້າງຈິດສຳນຶກຮັກແພງທຳມະຊາດໃຫ້ແກ່ຄົນຮຸ່ນໃໝ່, ເພື່ອໃຫ້ຕົ້ນໄມ້ເຫຼົ່ານີ້ເຕີບໃຫຍ່ກາຍເປັນຮົ່ມເງົາ ແລະ ເປັນແຫຼ່ງທຳມະຊາດທີ່ສວຍງາມຢູ່ຄູ່ກັບວິທະຍາໄລເຕັກນິກ-ວິຊາຊີບ ການລົດໄຟ ຕະຫຼອດໄປ.
ພາບ-ຂ່າວໂດຍ: ການຈະນາ ວົງປັນຍາ