Skip to main content

ເມືອງສາມັກຄີໄຊ ເປີດການແຂ່ງຂັນເຕະບານຊີງຂັນເລຂາຄະນະບໍລິຫານງານພັກເມືອງ ຄັ້ງທຳອິດ ຢ່າງຍິ່ງໃຫຍ່

04/06/2026
​ເມືອງສາມັກຄີໄຊ ແຂວງອັດຕະປື ຮ່ວມກັບ ຜູ້ປະກອບການເດີ່ນກິລາບານເຕະ ນາຫຼັກ 4 (ບ້ານເວີນແຄນ) ໄດ້ຮ່ວມກັນຈັດງານແຂ່ງຂັນກິລາບານເຕະຊາຍ ຊີງຂັນເລຂາຄະນະບໍລິຫານງານພັກເມືອງ ຄັ້ງທີ I ປະຈຳປີ 2026 ຂຶ້ນຢ່າງຍິ່ງໃຫຍ່ ເພື່ອສ້າງຂະບວນການຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແແຫ່ງຊາດ ປະຈຳປີ 2026 ໃຫ້ມີເນື້ອໃນເລິກເຊິ່ງ ແລະ ເປັນຂະບວນການຟົດຟື້ນກວ້າງຂວາງ.
​ງານແຂ່ງຂັນຄັ້ງປະຫວັດສາດນີ້ ໄດ້ດຳເນີນໄປຢ່າງດຸເດືອດ ແລະ ສຸດຕື່ນເຕັ້ນ ແຕ່ລະຫວ່າງວັນທີ 13-31 ພຶດສະພາ 2026 ທີ່ເດີ່ນກິລາບານເຕະ ນາຫຼັກ 4, ບ້ານເວີນແຄນ, ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ກ່າວເປີດພິທີຢ່າງສົມກຽດໂດຍ ສະຫາຍ ອິນປັນ ອິນທິລາດ ກຳມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງສາມັກຄີໄຊ, ເຂົ້າຮ່ວມມີ ສະຫາຍ ນິຄົມ ພົມມະຈັນ ກຳມະການພັກເມືອງ, ເລຂາຄະນະພັກຮາກຖານ ຫ້ອງການສຶກສາທິການ ແລະ ກິລາ ເມືອງສາມັກຄີໄຊ, ພ້ອມດ້ວຍຄະນະກຳມະການຈັດງານ, ຄູຝຶກ, ນັກກິລາ ແລະ ມວນຊົນຊາວເມືອງສາມັກຄີໄຊເຂົ້າຮ່ວມຢ່າງພ້ອມພຽງ ແລະ ຄຶກຄື້ນ.
​ໃນໂອກາດນີ້, ສະຫາຍ ອິນປັນ ອິນທິລາດ ໄດ້ກ່າວເນັ້ນໜັກເຖິງຄວາມສໍາຄັນຂອງງານຄັ້ງນີ້ວ່າ: ​“ງານແຂ່ງຂັນເຕະບານຊາຍຊີງຂັນສະຫາຍເລຂາຄະນະບໍລິຫານງານພັກເມືອງຄັ້ງນີ້ ຖືເປັນຄັ້ງທໍາອິດໃນປະຫວັດສາດຂອງເມືອງສາມັກຄີໄຊ ເຊິ່ງບໍ່ພຽງແຕ່ຈັດຂຶ້ນເພື່ອສະເຫຼີມສະຫຼອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ໃຫ້ມີບັນຍາກາດຟົດຟື້ນ ແລະ ມີຄວາມໝາຍທາງປະຫວັດສາດເທົ່ານັ້ນ, ແຕ່ຍັງເປັນການປຸກລະດົມ, ຊຸກຍູ້ ແລະ ສົ່ງເສີມໃຫ້ເຍົາວະຊົນ ຕະຫຼອດຮອດຊາວໜຸ່ມ ຜູ້ທີ່ມີຄວາມມັກຮັກໃນກິລາບານເຕະ ໄດ້ມີເວທີໃນການສະແດງພອນສະຫວັນ, ພັດທະນາສີຕີນ ແລະ ສະແດງຄວາມສາມາດສູ່ສັງຄົມຢ່າງມີກຽດສະຫງ່າ.”
​ສະຫາຍເລຂາພັກເມືອງ ຍັງໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຂອບໃຈມາຍັງທຸກພາກສ່ວນທີ່ໃຫ້ການສະໜັບສະໜູນວ່າ: ​“ຄວາມສຳເລັດອັນຈົບງາມຂອງງານແຂ່ງຂັນຄັ້ງນີ້ ຈະເກີດຂຶ້ນບໍ່ໄດ້ເລີຍ ຫາກຂາດການປະກອບສ່ວນຢ່າງຕັ້ງໜ້າ ແລະ ສະໜັບສະໜູນຢ່າງສຸດໃຈຈາກຫຼາຍພາກສ່ວນ ເປັນຕົ້ນແມ່ນ: ຫ້ອງການສຶກສາທິການ ແລະ ກິລາເມືອງ, ບໍລິສັດ ຂຸດຄົ້ນ ແລະ ປຸງແຕ່ງແຮ່ຄຳ ພາກໃຕ້ ຈຳກັດ, ບໍລິສັດ ວັງຕັດມາຍນິງກຣຸບ, ຜູ້ປະກອບການເດີ່ນກິລາ ນາຫຼັກ 4, ບັນດານັກກິລາ, ຄູຝຶກ ຕະຫຼອດຮອດຜູ້ປົກຄອງຂອງນັກກິລາເຍົາວະຊົນ-ຊາວໜຸ່ມທຸກໆທ່ານ ທີ່ຮ່ວມແຮງຮ່ວມໃຈກັນ ຜັກດັນໃຫ້ທຸກຢ່າງດຳເນີນໄປດ້ວຍດີ.”
​​ການແຂ່ງຂັນໃນຄັ້ງນີ້ ມີທັບນັກກິລາເຂົ້າຮ່ວມຢ່າງຫຼວງຫຼາຍເຖິງ 38 ທີມ ທີ່ມາຈາກ 5 ເມືອງ ພາຍໃນແຂວງອັດຕະປື ໂດຍໄດ້ແບ່ງການແຂ່ງຂັນອອກເປັນຫຼາຍຮຸ່ນອາຍຸ ເພື່ອຄວາມຍຸຕິທຳ ແລະ ເປີດໂອກາດໃຫ້ທຸກຄົນໄດ້ສະແດງຝີຕີນຢ່າງເຕັມທີ່. ຫຼັງຈາກຜ່ານການແຂ່ງຂັນຢ່າງດຸເດືອດຕະຫຼອດເກືອບ 3 ອາທິດ. ຜົນການແຂ່ງຂັນປະກົດວ່າ: ຮຸ່ນທົ່ວໄປ ​ຊະນະເລີດ ທີມພະເມືອງ ຄວ້າຂັນເງິນກຽດຕິຍົດ 1 ໜ່ວຍ ພ້ອມເງິນລາງວັນ 3.500.000 ກີບ, ຮອງຊະນະເລີດ ທີມຄລີນິກ ຫ້ວຍແກ້ວ ຮັບເງິນລາງວັນ 2.000.000 ກີບ ແລະ ອັນດັບທີ 3 ທີມ ເຂົ້າປຽກແຊບ ຮັບເງິນລາງວັນ 1.500.000 ກີບ.
​ຮຸ່ນອາຍຸບໍ່ເກີນ 12 ປີ (U-12) ຊະນະເລີດ ທີມຫຼັກ 4 A, ອັນດັບທີ 2 ທີມນ້ອງອາງຸ່ນ ແລະ ອັນດັບທີ 3 ທີມ KZ FC (ເຄເຊັດ ເອັບຊີ); ຮຸ່ນອາຍຸບໍ່ເກີນ 14 ປີ (U-14) ຊະນະເລີດ ທີມນ້ອງອາຫຼອຍ, ອັນດັບທີ 2 ທີມເສືອນ້ອຍ ແລະ ອັນດັບທີ 3 ທີມບາບີຄິວ; ຮຸ່ນອາຍຸບໍ່ເກີນ 16 ປີ (U-16); ຊະນະເລີດ ທີມຫຼັກ 4 A, ອັນດັບທີ 2 ທີມນ້ອງອາງຸ່ນ ແລະ ອັນດັບທີ 3 ທີມເມືອງຊານໄຊ.
​ພິທີປິດ ແລະ ມອບຂັນລາງວັນໃຫ້ແກ່ທີມແຊ້໋ ແລະ ທີມຕ່າງໆ ໄດ້ຈັດຂຶ້ນຢ່າງສົມກຽດ ແລະ ປິຕິຊົມຊື່ນ ໂດຍການໃຫ້ກຽດຂຶ້ນມອບຂອງ ສະຫາຍ ປະໂລມ ເຮືອງສັກ ຄະນະປະຈຳພັກເມືອງ, ຮອງປະທານຄະນະກຳມະການປົກຄອງເມືອງສາມັກຄີໄຊ ພ້ອມດ້ວຍຄະນະຮັບຜິດຊອບຈັດງານ ເຊິ່ງຖືເປັນການປິດສາກງານແຂ່ງຂັນເຕະບານຄັ້ງປະຫວັດສາດນີ້ລົງ ດ້ວຍຮອຍຍິ້ມ, ຄວາມສາມັກຄີ ແລະ ຜົນສຳເລັດອັນສະຫງ່າງາມ.
​ຂຽນຂ່າວໂດຍ: ພົມວິຫານ ໄຊຊະນະ