ນັກປັ່ນເຈົ້າຖິ່ນ “ຄຳມ່ວນ” ປະກາດສັກດາກວາດແຊ໋ມ 2 ລາຍການແຂ່ງຂັນລົດຖີບ ຊີງຂັນເລຂາພັກແຂວງຄໍາມ່ວນ ປະຈຳປີ 2026
04/06/2026
ນັກກິລາລົດຖີບເຈົ້າພາບ ແຂວງຄຳມ່ວນ ສ້າງຜົນງານໄດ້ຢ່າງໂດດເດັ່ນ ດ້ວຍການປະກາດສັກດາຄວ້າແຊ໋ມມາຄອງໄດ້ເຖິງ 2 ປະເພດການແຂ່ງຂັນ ໃນໄລຍະທາງ 50 ກິໂລແມັດ ໃນງານແຂ່ງຂັນລົດຖີບເພື່ອຊີງຂັນ ແລະ ລາງວັນຂອງທ່ານເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ ປະຈຳປີ 2026 ທີ່ໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ ແລະ ຄຶກຄື້ນ.
ໃນວັນທີ 1 ມິຖຸນາ 2026, ສະຫະພັນລົດຖີບແຂວງຄໍາມ່ວນ ຮ່ວມກັບ ສະໂມສອນລົດຖີບລູກສີໂຄດ ໄດ້ຮ່ວມກັນຈັດກິດຈະກໍາການແຂ່ງຂັນລົດຖີບເພື່ອຊີງຂັນ ແລະ ລາງວັນຂອງທ່ານເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງຄໍາມ່ວນ. ການແຂ່ງຂັນຄັ້ງນີ້ ຈັດຂຶ້ນເພື່ອເປັນການສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 46 ປີ ແລະ ວັນເດັກນ້ອຍສາກົນ ຄົບຮອບ 101 ປີ (1 ມິຖຸນາ 2026).
ພິທີປ່ອຍຕົວນັກກິລາ ໄດ້ເລີ່ມຂຶ້ນຕັ້ງແຕ່ເວລາ 06:00 ໂມງເຊົ້າ ໂດຍນໍາໃຊ້ເສັ້ນທາງເລກທີ 13 ໃຕ້. ຈຸດເລີ່ມຕົ້ນແມ່ນປ່ອຍຕົວຈາກສາງແຮ່ທາດຂອງບໍລິສັດ ແກ້ວວິເສດ ບໍລິການ ຂົນສົ່ງ ຈໍາກັດ ເມືອງຫີນບູນ ມຸ່ງໜ້າສູ່ເສັ້ນໄຊ ທີ່ຕັ້ງຢູ່ຕໍ່ໜ້າຫ້ອງການພາສີ ປະຈໍາແຂວງຄໍາມ່ວນ ເທດສະບານເມືອງທ່າແຂກ ລວມໄລຍະທາງໃນການປະຊັນຄວາມໄວທັງໝົດ 50 ກິໂລແມັດ. ເຊິ່ງການແຂ່ງຂັນຄັ້ງນີ້ ມີນັກກິລາເຂົ້າຮ່ວມທັງໝົດ 47 ຄົນ ຍິງ 5 ຄົນ ຈາກ 3 ແຂວງ ຄື: ແຂວງຄໍາມ່ວນ, ແຂວງສະຫວັນນະເຂດ ແລະ ແຂວງຈໍາປາສັກ ໂດຍແບ່ງການແຂ່ງຂັນອອກເປັນ 3 ປະເພດ ຄື: ປະເພດລົດກວັກ (ເສືອໝອບ) ເພດຊາຍ ໂອເພັນ (Open), ປະເພດລົດກວັກ (ເສືອໝອບ) ເພດຍິງ ໂອເພັນ (Open) ແລະ ປະເພດລົດຖີບເສືອພູເຂົາ ເພດຊາຍ ໂອເພັນ (Open) ໂດຍແຂວງຄໍາມ່ວນ ເຈົ້າພາບ ສົ່ງນັກກິລາເຂົ້າຮ່ວມ 29 ຄົນ ຍິງ 3 ຄົນ ປະກອບມີ ລົດກວັກຊາຍ 18 ຄົນ, ລົດກວັກຍິງ 3 ຄົນ ແລະ ເສືອພູເຂົາ 8 ຄົນ; ແຂວງສະຫວັນນະເຂດ ສົ່ງນັກກິລາເຂົ້າຮ່ວມ 14 ຄົນ ຍິງ 2 ຄົນ ປະກອບມີ ລົດກວັກຊາຍ 6 ຄົນ, ລົດກວັກຍິງ 2 ຄົນ ແລະ ເສືອພູເຂົາ 6 ຄົນ; ແຂວງຈໍາປາສັກ ສົ່ງນັກກິລາເຂົ້າຮ່ວມ ລົດກວັກຊາຍ 4 ຄົນ.
ຜ່ານການແຂ່ງຂັນຢ່າງດຸເດືອດ ແລະ ທ້າທາຍຄວາມອົດທົນຕະຫຼອດເສັ້ນທາງ 50 ກິໂລແມັດ ຜົນປະກົດວ່າ ປະເພດລົດກວັກຍິງ (ເສືອໝອບ) ໂອເພັນ ແຊ໋ມຕົກເປັນຂອງ ນາງ ວິໄລພອນ ພະກຸສົນ ໝາຍເລກ 201 ນັກປັ່ນສາວຈາກແຂວງຄຳມ່ວນ ໂຊຜົນງານໄດ້ຢ່າງໂດດເດັ່ນ, ອັນດັບທີ 2 ນາງ ພູໂຂງ ເພັງປາສັກ ໝາຍເລກ 205 ຈາກແຂວງສະຫວັນນະເຂດ, ອັນດັບທີ 3 ນາງ ນຸນີ ວິລະດາ ໝາຍເລກ 204 ຈາກແຂວງສະຫວັນນະເຂດ, ອັນດັບທີ 4 ນາງ ມຸກດາວັນ ເທບພະສອນ ໝາຍເລກ 203 ຈາກແຂວງຄໍາມ່ວນ ແລະ ອັນດັບທີ 5 ນາງ ທັນຍາລັດ ສຸວັນນາມ ໝາຍເລກ 202 ຈາກແຂວງຄໍາມ່ວນ.
ປະເພດລົດຖີບເສືອພູເຂົາຊາຍ ໂອເພັນ ແຊ໋ມຕົກເປັນຂອງ ທ້າວ ນິວັດ ເພົາພົງສະຫວັດ ໝາຍເລກ 301 ຈາກແຂວງຄໍາມ່ວນ ແລະ
ຖືເປັນອີກໜຶ່ງຄວາມພາກພູມໃຈຂອງນັກກິລາເຈົ້າຖິ່ນ ທີ່ສາມາດຄວ້າໄຊຊະນະມາຄອງໄດ້ສຳເລັດ, ອັນດັບທີ 2 ທ້າວ ວັດທະພອນ ໄຂຄໍາພິທູນ ໝາຍເລກ 309 ຈາກແຂວງສະຫວັນນະເຂດ, ອັນດັບທີ 3 ທ້າວ ຄອນສະຫວັນ ສີລິມະນີວົງ ໝາຍເລກ 308 ຈຈາກແຂວງສະຫວັນນະເຂດ, ອັນດັບທີ 4 ທ້າວ ແຟນຕ້າ ຕານວົງພັນ ໝາຍເລກ 312 ຈາກແຂວງສະຫວັນນະເຂດ ແລະ ອັນດັບທີ 5 ທ້າວ ສຸລິວັນ ສໍລະເສີນ ໝາຍເລກ 311 ຈາກແຂວງສະຫວັນນະເຂດ.
ປະເພດລົດກວັກຊາຍ (ເສືອໝອບ) ໂອເພັນ ອັນດັບທີ ທ້າວ ສິດທິພົນ ສີຫາວົງ ໝາຍເລກ 117 ຈາກແຂວງສະຫວັນນະເຂດ, ອັນດັບທີ 2 ທ້າວ ສາລີບຸດ ຊິນນະຈັກ ໝາຍເລກ 125 ຈາກແຂວງຈໍາປາສັກ, ອັນດັບທີ 3 ທ້າວ ພູຄູນ ຈັນສີດາ ໝາຍເລກ 104 ຈາກແຂວງຄໍາມ່ວນ, ອັນດັບທີ 4 ທ້າວ ພູມີຊັບ ມະນີວົງ ໝາຍເລກ 118 ຈາກແຂວງສະຫວັນນະເຂດ ແລະ ອັນດັບທີ 5 ທ້າວ ສົມຊາຍ ໄຊຊະນະ ໝາຍເລກ 110 ຈາກແຂວງຄໍາມ່ວນ.
ເພື່ອເປັນການຈາລຶກໄຊຊະນະ ແລະ ໃຫ້ກຳລັງໃຈແກ່ນັກກິລາ, ໄດ້ຮັບກຽດຢ່າງສູງເຂົ້າຮ່ວມມອບຂັນ ແລະ ລາງວັນໂດຍ ທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງຄໍາມ່ວນ. ນອກຈາກນີ້, ຍັງໄດ້ຮັບກຽດຈາກ ທ່ານ ແກ່ນຈັນ ທອງສະຫວັດ ຫົວໜ້າພະແນກສາທາລະນະສຸກແຂວງ, ປະທານສະຫະພັນລົດຖີບແຂວງຄໍາມ່ວນ ເຂົ້າຮ່ວມມອບຂັນ ແລະ ລາງວັນ ໃຫ້ແກ່ນັກປັ່ນລົດຖີບຍິງຈາກສະໂມສອນແມ່ຍິງຮ່ວມໃຈ ທີ່ເຂົ້າເສັ້ນໄຊອັນດັບ 1-5 ພ້ອມທັງມອບລາງວັນຊົມເຊີຍໃຫ້ແກ່ນັກປັ່ນລົດຖີບຊາຍຈາກ ສະໂມສອນລູກສີໂຄດ ທີ່ສາມາດເຂົ້າເສັ້ນໄຊໃນອັນດັບທີ 1-5 ຕື່ມອີກ ເພື່ອເປັນການຊຸກຍູ້ ແລະ ສົ່ງເສີມຂະບວນການກິລາລົດຖີບພາຍໃນແຂວງໃຫ້ມີຄວາມເຂັ້ມແຂງ ແລະ ກ້າວໜ້າຂຶ້ນໄປເລື້ອຍໆ.
#ຂ່າວໂດຍ: ຄໍາມ່ວນ News
ຂ່າວຫຼ້າສຸດ
- ມະຫາວິທະຍາໄລສະຫວັນນະເຂດ ປະກາດການຈັດຕັ້ງ ແລະ ແຕ່ງຕັ້ງພະນັກງານດຳລົງຕຳແໜ່ງບໍລິຫານ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ


