Skip to main content

ສະຫະພັນລົດຖີບ ລາວ-ໄທ ຮ່ວມໃຈປັ່ນສອງລໍ້ມອບຮອຍຍິ້ມ ແລະ ອຸປະກອນການສຶກສາ-ກິລາ ໃຫ້ນ້ອງນັກຮຽນປະຖົມສະໝັນ ໂອກາດວັນທີ 1 ມິຖຸນາ 2026

04/06/2026
​ເພື່ອສ້າງຂະບວນການສະເຫຼີມສະຫຼອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ (1 ມິຖຸນາ 2026) ໃຫ້ມີບັນຍາກາດຟົດຟື້ນ ແລະ ມີຄວາມໝາຍເລິກເຊິ່ງ, ໃນວັນທີ 1 ມິຖຸນາ 2026 ນີ້, ຢູ່ທີ່ໂຮງຮຽນປະຖົມສະໝັນ ຕາແສງສັກເມືອງ ເມືອງໂພນທອງ ແຂວງຈຳປາສັກ ໄດ້ມີພິທີມອບ-ຮັບອຸປະກອນການສຶກສາ, ອຸປະກອນກິລາ ແລະ ທຶນຊ່ວຍເຫຼືອ ເຊິ່ງເປັນການຮ່ວມແຮງຮ່ວມໃຈກັນ ລະຫວ່າງ ສະຫະພັນລົດຖີບເສືອຊິງໆ ຈັງຫວັດອຸບົນລາດຊະທານີ ແຫ່ງ ຣາຊະອານາຈັກໄທ ແລະ ສະຫະພັນລົດຖີບແຂວງຈຳປາສັກ ສປປ ລາວ.
​ກິດຈະກຳໃນຄັ້ງນີ້ ເປັນການຮ່ວມມືສ້າງຂະບວນການຢ່າງມີຊີວິດຊີວາ ໂດຍຄະນະນັກປັ່ນລົດຖີບທັງສອງສະຫະພັນ ໄດ້ພ້ອມກັນປັ່ນລົດຖີບເປັນຂະບວນ ເລີ່ມອອກເດີນທາງຕັ້ງແຕ່ດ່ານສາກົນວັງເຕົ່າ-ຊ່ອງເມັກ ມຸ່ງໜ້າສູ່ໂຮງຮຽນປະຖົມສະໝັນ ເມືອງໂພນທອງ, ນຳພາໂດຍ ​ທ່ານ ໂພໄຊ ວົງຄຳຊາວ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຈຳປາສັກ, ​ທ່ານ ບຸນຫຼອຍ ຊົມພູ ປະທານຄະນະກຳມະການປົກຄອງຕາແສງສັກເມືອງ ເມືອງໂພນທອງ, ​ທ່ານ ສະອາດ ມຸງສິນ ອະດີດຮອງຜູ້ອຳນວຍການວິທະຍາໄລພະຍາບານສຳປະສິດທິປະສົງ ຈັງຫວັດອຸບົນລາດສະຖານີ ໃນນາມຫົວໜ້າຄະນະນຳທີມງານລົດຖີບເສືອຊິງໆ (ຕາງໜ້າຝ່າຍໄທ) ແລະ ​ທ່ານ ວຽງສີ ສຸພັກດີ ຕາງໜ້າສະຫະພັນລົດຖີບແຂວງຈຳປາສັກ (ຕ່າງໜ້າຝ່າຍລາວ) ພ້ອມດ້ວຍຄະນະຄູ-ອາຈານ, ນ້ອງນ້ອຍນັກຮຽນ ແລະ ທີມງານນັກປັ່ນລົດຖີບຈາກທັງສອງປະເທດ ເຂົ້າຮ່ວມຢ່າງພ້ອມພຽງ.
​ອຸປະກອນທີ່ນຳມາມອບໃນຄັ້ງນີ້ ປະກອບມີ: ອຸປະກອນການສຶກສາ (ປຶ້ມ, ບິກ, ສໍ), ອຸປະກອນກິລາ (ບານເຕະ, ກະຕໍ້), ເຂົ້າໝົມ ແລະ ປັດໄຈ (ທຶນຮອນ) ຈຳນວນໜຶ່ງ, ເຊິ່ງລວມມູນຄ່າການຊ່ວຍເຫຼືອທັງໝົດ 10 ກວ່າລ້ານກີບ. ​ສຳລັບທຶນປັດໄຈທີ່ໄດ້ຮັບໃນຄັ້ງນີ້, ທາງໂຮງຮຽນມີແຜນຈະນຳໄປຈັດຊື້ອຸປະກອນການສຶກສາເພີ່ມເຕີມ ແລະ ຈັດຊື້ປູນຊີມັງ ເພື່ອດຳເນີນການກໍ່ສ້າງຮົ້ວອ້ອມໂຮງຮຽນ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ແລະ ປອດໄພ, ໂດຍສະເພາະແມ່ນການປ້ອງກັນບໍ່ໃຫ້ສັດລ້ຽງເຂົ້າມາທຳລາຍ ຕົ້ນໄມ້ປະດັບ ແລະ ຕົ້ນໄມ້ໃຫ້ໝາກ ທີ່ຄູ-ອາຈານ ແລະ ນັກຮຽນໄດ້ພ້ອມກັນປູກໄວ້ໃນບໍລິເວນໂຮງຮຽນ.
​ກິດຈະກຳດັ່ງກ່າວ ບໍ່ພຽງແຕ່ເປັນການແບ່ງປັນນ້ຳໃຈອັນດີງາມເນື່ອງໃນວັນເດັກນ້ອຍສາກົນເທົ່ານັ້ນ, ແຕ່ຍັງສະແດງໃຫ້ເຫັນເຖິງສາຍພົວພັນມິດຕະພາບ, ຄວາມສາມັກຄີອັນດີງາມ ແລະ ການຮ່ວມມືແບບບ້ານໃກ້ເຮືອນຄຽງ ລະຫວ່າງ ປະຊາຊົນ ກໍຄືນັກກິລາສອງຊາດ ລາວ-ໄທ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ. ພ້ອມກັນນັ້ນ, ການສະໜັບສະໜູນອຸປະກອນການຮຽນ ແລະ ກິລາໃນຄັ້ງນີ້ ແມ່ນມີຄວາມສອດຄ່ອງຢ່າງສະໜິດແໜ້ນກັບນະໂຍບາຍຂອງພັກ ແລະ ລັດຖະບານ ສປປ ລາວ ທີ່ໃຫ້ຄວາມສຳຄັນຕໍ່ການພັດທະນາວຽກງານການສຶກສາ ແລະ ກິລາ-ກາຍະກຳ.
​ຂ່າວ-ພາບໂດຍ: ຂາວພອນ ມ້າວຄຳຜິວ