Skip to main content

ຫຼວງນໍ້າທາ ກຽມພ້ອມຮອບດ້ານ ເພື່ອຮັບປະກັນການສອບເສັງຈົບຊັ້ນ ມ.4 ແລະ ມ.7 ໃຫ້ດໍາເນີນໄປດ້ວຍຜົນສຳເລັດ

04/06/2026
ພະແນກສຶກສາທິການ ແລະ ກິລາ ແຂວງຫຼວງນໍ້າທາ ໄດ້ມີຄວາມພ້ອມໃນການຈັດຕັ້ງການສອບເສັງຈົບຊັ້ນມັດທະຍົມສຶກສາຕອນຕົ້ນ (ມ.4) ແລະ ມັດທະຍົມສຶກສາຕອນປາຍ (ມ.7) ປະຈໍາສົກຮຽນ 2025-2026 ເພື່ອຮັບປະກັນໃຫ້ການສອບເສັງຄັ້ງນີ້ດໍາເນີນໄປຢ່າງເປັນເອກະພາບ, ມີຄວາມສະຫງົບ ແລະ ຖືກຕ້ອງຕາມລະບຽບການຢ່າງເຂັ້ມງວດ.
ທ່ານ ບຸນໂຮມ ຈິດດາລາ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຫຼວງນໍ້າທາ ໄດ້ລາຍງານໃຫ້ຮູ້ກ່ຽວກັບການຫ້າງຫາກະກຽມການສອບເສັງຈົບຊັ້ນສາຍສາມັນສຶກສາ ມ.4 ແລະ ມ.7 ປະຈໍາສົກຮຽນ 2025-2026 ວ່າ: ໂດຍປະຕິບັດຕາມແຈ້ງການຂອງຫ້ອງການ ກະຊວງສຶກສາທິການ ແລະ ກິລາ ສະບັບເລກທີ 1998/ຫກ, ລົງວັນທີ 13 ພຶດສະພາ 2026, ທາງພະແນກສຶກສາທິການ ແລະ ກິລາແຂວງ ໄດ້ສົມທົບຢ່າງແໜ້ນແຟ້ນກັບ ຫ້ອງການສຶກສາທິການ ແລະ ກິລາເມືອງ ເພື່ອດໍາເນີນການກະກຽມຄວາມພ້ອມໃນແຕ່ລະດ້ານ ເປັນຕົ້ນແມ່ນໄດ້ມີການແຕ່ງຕັ້ງຄະນະຮັບຜິດຊອບຊີ້ນໍາລວມ ແລະ ຕັດສິນຜົນການສອບເສັງ, ຄະນະກໍາມະການເຂົ້າສູນອັດສໍາເນົາຫົວບົດສອບເສັງ (ເລີ່ມແຕ່ວັນທີ 1 ຫາ 19 ມິຖຸນາ 2026), ຄະນະກໍາມະການລົງຊີ້ນໍາແຕ່ລະສູນສອບເສັງ ສໍາລັບ ມ.7, ຄະນະກໍາມະການຄວບຄຸມຫ້ອງສອບເສັງ ແລະ ກວດບົດຕອບ, ຕະຫຼອດຮອດຄະນະກໍາມະການສະເພາະກິດເພື່ອຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ; ໄດ້ມີການຈັດກອງປະຊຸມມອບໝາຍໜ້າທີ່ຢ່າງຈະແຈ້ງ ພ້ອມທັງຈັດຫາອຸປະກອນຮັບໃຊ້ການສອບເສັງ ເປັນຕົ້ນແມ່ນ ເຈ້ຍ A4, ບິກຂຽນ, ນໍ້າມຶກປລິນເຕີ, ຈັກກັອບປີ ແລະ ອຸປະກອນອື່ນໆ ທີ່ຈໍາເປັນ.
ສຳລັບແຂວງຫຼວງນໍ້າທາ ໄດ້ສໍາເລັດການຈັດຕັ້ງການສອບເສັງຈົບຊັ້ນປະຖົມສຶກສາ (ປ.5) ໄປແລ້ວ ໃນລະຫວ່າງວັນທີ 25-29 ພຶດສະພາ 2026 ທີ່ຜ່ານມາ, ເຊິ່ງມີທັງໝົດ 95 ສູນ, 221 ຫ້ອງສອບເສັງ ແລະ ມີນັກຮຽນເຂົ້າຮ່ວມ 4.077 ຄົນ ຍິງ 1.976 ຄົນ ໃນ 3 ວິຊາສອບເສັງຄື: ພາສາລາວ, ຄະນິດສາດ, ວິທະຍາສາດ ແລະ ສິ່ງແວດລ້ອມ.
ສ່ວນການສອບເສັງຊັ້ນ ມ.4 ຈະໄດ້ສອບເສັງ ໃນວັນທີ 10-12 ມິຖຸນາ 2026, ສອບເສັງທັງໝົດ 5 ວິຊາ ຄື: ພາສາລາວ-ວັນນະຄະດີ, ຄະນິດສາດ, ວິທະຍາສາດທໍາມະຊາດ, ວິທະຍາສາດສັງຄົມ ແລະ ພາສາອັງກິດ, ມີສູນສອບເສັງ 47 ສູນ, ຫ້ອງສອບເສັງ 129 ຫ້ອງ ແລະ ມີຈໍານວນນັກຮຽນເຂົ້າສອບເສັງ 2.560 ຄົນ ຍິງ 1.258 ຄົນ. ສໍາລັບຊັ້ນ ມ.7 ຈະໄດ້ສອບເສັງໃນລະຫວ່າງວັນທີ 17-19 ມິຖຸນາ 2026, ສອບເສັງທັງໝົດ 5 ວິຊາ ຄື: ພາສາລາວ-ວັນນະຄະດີ, ຄະນິດສາດ, ກຸ່ມວິຊາວິທະຍາສາດທໍາມະຊາດ, ກຸ່ມວິຊາວິທະຍາສາດສັງຄົມ ແລະ ພາສາອັງກິດ, ມີສູນສອບເສັງ 22 ສູນ, ມີຫ້ອງສອບເສັງ 76 ຫ້ອງ ແລະ ນັກຮຽນເຂົ້າສອບເສັງ 1.483 ຄົນ ຍິງ 705 ຄົນ.
ທ່ານຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ຍັງໄດ້ຍົກໃຫ້ເຫັນເຖິງດ້ານດີ ແລະ ສິ່ງທ້າທາຍໃນໄລຍະຜ່ານມາໃນນີ້ຂໍ້ສະດວກແມ່ນໄດ້ຮັບຄຳສັ່ງແນະນຳ ແລະ ແຈ້ງການຢ່າງລະອຽດຈາກກະຊວງສຶກສາທິການ ແລະ ກິລາ; ໄດ້ຮັບການຊີ້ນໍາຢ່າງໃກ້ຊິດຈາກການນໍາແຂວງ ແລະ ການຮ່ວມມືຈາກຫຼາຍພາກສ່ວນ; ຄະນະກໍາມະການທຸກທ່ານລ້ວນແຕ່ມີບົດຮຽນ ແລະ ປະສົບການສູງ ພ້ອມທັງມີຄວາມຮັບຜິດຊອບສູງ. ຂໍ້ຫຍຸ້ງຍາກ ງົບປະມານຮັບໃຊ້ມີຈຳກັດ; ອຸປະກອນບາງຢ່າງຍັງບໍ່ພຽງພໍ ໂດຍສະເພາະຈັກອັດສໍາເນົາຫົວບົດສອບເສັງມີສະພາບເກົ່າແກ່; ໄລຍະເວລາສອບເສັງກົງກັບລະດູຝົນ; ສູນສອບເສັງບາງແຫ່ງຕັ້ງຢູ່ເຂດຫ່າງໄກສອກຫຼີກ ເຮັດໃຫ້ການປະສານງານ ແລະ ການຄົມມະນາຄົມພົບຄວາມຫຍຸ້ງຍາກ ຍ້ອນເສັ້ນທາງບໍ່ສະດວກ ແລະ ບາງຈຸດບໍ່ມີສັນຍານໂທລະສັບ; ນອກນັ້ນ ຍັງມີນັກຮຽນຈຳນວນໜຶ່ງບໍ່ສາມາດເຂົ້າຮ່ວມການສອບເສັງໄດ້.
ເນື່ອງໃນໂອກາດທີ່ຈະເປີດການສອບເສັງຈົບຊັ້ນ ມ.4 ແລະ ມ.7 ໃນມໍ່ໆນີ້, ທ່ານ ບຸນໂຮມ ຈິດດາລາ ໄດ້ຮຽກຮ້ອງມາຍັງທຸກພາກສ່ວນ ໂດຍສະເພາະອົງການປົກຄອງທຸກຂັ້ນ ແລະ ສັງຄົມ ຂໍໃຫ້ຮ່ວມມືເປັນເຈົ້າການຊ່ວຍຂະແໜງການສຶກສາ ໃນການຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ ເພື່ອໃຫ້ການສອບເສັງດຳເນີນໄປດ້ວຍຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ. ຕໍ່ຜູ້ປົກຄອງ ຈົ່ງເອົາໃຈໃສ່ ແລະ ອໍານວຍຄວາມສະດວກໃຫ້ແກ່ລູກຫຼານ ໄດ້ເດີນທາງມາສອບເສັງໃຫ້ທັນເວລາ ແລະ ຄົບຖ້ວນທຸກວິຊາ. ຕໍ່ນັກສອບເສັງທຸກຄົນ ຂໍໃຫ້ຕັ້ງໃຈຄົ້ນຄ້ວາຮໍ່າຮຽນ ເພື່ອຍາດເອົາຄະແນນດີໆ. ພາຍຫຼັງສໍາເລັດການສອບເສັງແລ້ວ, ຂໍໃຫ້ຮັກສາຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ບໍ່ໃຫ້ລົງລາຍເຊັນ ຫຼື ຂຽນຊື່ໃສ່ເສື້ອ, ຫຼີກເວັ້ນການດື່ມສິ່ງມຶນເມົາ ແລະ ຫ້າມຂີ່ລົດແຂ່ງກັນຢ່າງເດັດຂາດ ເພື່ອປ້ອງກັນການເກີດອຸປະຕິເຫດ ທີ່ອາດນໍາໄປສູ່ການສູນເສຍຊີວິດ ແລະ ຊັບສິນ.
ພາບ-ຂ່າວ: ສກຂ ຫຼວງນ້ຳທາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ