ທຄຕລ ອັດຕະປື ມອບເຄື່ອງກິລາ ມູນຄ່າເກືອບ 13 ລ້ານກີບ ໃຫ້ພະແນກ ສກຂ ອັດຕະປື ເພື່ອເຂົ້າຮ່ວມແຂ່ງຂັນກິລາ 4 ແຂວງພາກໃຕ້
04/06/2026

ເມື່ອວັນທີ 3 ມິຖຸນາ 2026 ທີ່ຜ່ານມາ ທີ່ຫ້ອງການທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ສາຂາແຂວງອັດຕະປື, ທະນາຄານດັ່ງກ່າວ ມອບເຄື່ອງກິລາ ຈຳນວນ 72 ຊຸດ ລວມມູນຄ່າ 12.980.000 ກີບ ໃຫ້ແກ່ພະແນກສຶກສາທິການ ແລະ ກິລາ ແຂວງອັດຕະປື ເພື່ອນຳໃຊ້ເຂົ້າຮ່ວມການແຂ່ງຂັນກິລາພົບປະຮອບວຽນ 4 ແຂວງພາກໃຕ້ ປະຈຳປີ 2026 ທີ່ແຂວງສາລະວັນ ເປັນເຈົ້າພາບ ໂດຍໃຫ້ກຽດມອບຂອງ ທ່ານ ສຸກສະຫວັນ ໄຊຍະແສງ ຫົວໜ້າທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ສາຂາແຂວງອັດຕະປື ແລະ ກ່າວຮັບແມ່ນ ທ່ານ ພົງສະຫວັນ ຄຳສົງກາ ຮອງຫົວໜ້າພະແນກ ສກຂ ແຂວງອັດຕະປື, ມີພາກສ່ວນກ່ຽວຂ້ອງ 2 ຝ່າຍເຂົ້າຮ່ວມເປັນສັກຂີພິຍານ.
ທ່ານ ສຸກສະຫວັນ ໄຊຍະແສງ ກ່າວວ່າ: ການຊ່ວຍເຫຼືອໃນຄັ້ງນີ້ ແມ່ນສະແດງເຖິງ ຄວາມຮັບຜິດຊອບຕໍ່ສັງຄົມ ຂອງ ທຄຕລ ທີ່ມີຕໍ່ການພັດທະນາກິລາການສຶກສາ ເພື່ອເປັນກຳລັງໃຈໃຫ້ກັບຄະນະພັກ ຄະນະບໍລິຫານ ແລະ ບັນດານັກກິລາ ສກຂ ອັດຕະປື ໄປສ້າງຊື່ສຽງໃນງານແຂ່ງຂັນກິລາພົບປະຮອບວຽນ 4 ແຂວງພາກໃຕ້ ທີ່ແຂວງສາລະວັນ ເປັນເຈົ້າພາບ ເຊິ່ງຈະໄຂຂຶ້ນໃນວັນທີ 4 ມິຖຸນາ 2026 ນີ້.
ໂອກາດດຽວກັນ ທ່ານ ພົງສະຫວັນ ຄຳສົງກາ ກ່າວສະແດງຄວາມຊົມເຊີຍ ແລະ ຮູ້ບຸນຄຸນຕໍ່ ທຄຕລ ສາຂາອັດຕະປື ທີ່ໃຫ້ການສະໜັບສະໜູນຢ່າງທັນການ ພ້ອມຢັ້ງຢັນວ່າ ຈະນຳເຄື່ອງກິລາ 72 ຊຸດ ນີ້ ຈະໄປນໍາໃຊ້ຢ່າງເຕັມປະສິດທິພາບ ແລະ ຖືກຕ້ອງຕາມຈຸດປະສົງ ເພື່ອສ້າງຜົນງານໃຫ້ແຂວງ. ພ້ອມນີ້, ທ່ານ ພົງສະຫວັນ ຍັງໄດ້ມອບໃບຍ້ອງຍໍ ຈາກພະແນກ ສກຂ ໃຫ້ແກ່ ທຄຕລ ສາຂາອັດຕະປື ເພື່ອຈາລຶກເຖິງນ້ຳໃຈອັນດີງາມ ແລະ ການປະກອບສ່ວນອັນສຳຄັນຄັ້ງນີ້.
ຂ່າວໂດຍ: ພົມວິຫານ ໄຊຊະນະ (ຂ່າວ ສກຂ ອັດຕະປື).
ຂ່າວຫຼ້າສຸດ
- ມະຫາວິທະຍາໄລສະຫວັນນະເຂດ ປະກາດການຈັດຕັ້ງ ແລະ ແຕ່ງຕັ້ງພະນັກງານດຳລົງຕຳແໜ່ງບໍລິຫານ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ


