Skip to main content

ເປີດໂອກາດສູ່ເສັ້ນທາງທີມຊາດ! ຮພກ ລົງເຄື່ອນໄຫວຄັດເລືອກ “ຊ້າງເຜືອກ” ສາຍກິລາ ຢູ່ຄຳມ່ວນ ແລະ ສະຫວັນນະເຂດ

08/06/2026
ເພື່ອສືບຕໍ່ສ້າງ ແລະ ພັດທະນານັກກິລາຮຸ່ນສືບທອດທີ່ມີພອນສະຫວັນ ໃຫ້ກາຍເປັນກຳລັງແຮງສຳຄັນຂອງຊາດໃນອະນາຄົດ ໃນລະຫວ່າງວັນທີ 2-5 ມິຖຸນາ 2026 ນີ້, ຄະນະຮັບຜິດຊອບສອບເສັງຄັດເລືອກຈາກ ໂຮງຮຽນພອນສະຫວັນກິລາ-ກາຍຍະກຳ (ຮພກ), ສະຖາບັນກິລາ-ກາຍຍະກຳ ນຳໂດຍ ທ່ານ ປທ ອາເລັ່ງ ໄຊແສນສຸກ ຮອງຜູ້ອຳນວຍການໂຮງຮຽນພອນສະຫວັນກິລາ-ກາຍຍະກຳ ພ້ອມດ້ວຍຄະນະວິຊາການ ແລະ ຄູຝຶກ ລວມທັງໝົດ 13 ທ່ານ ໄດ້ລົງເຄື່ອນໄຫວປະຕິບັດໜ້າທີ່ຕົວຈິງ ໃນການຄັດເລືອກນັກຮຽນເຂົ້າສຶກສາຕໍ່ປະຈຳສົກຮຽນ 2026-2027 ຢູ່ທີ່ແຂວງຄຳມ່ວນ ແລະ ແຂວງສະຫວັນນະເຂດ.
ພາຍຫຼັງອອກເດີນທາງຕັ້ງແຕ່ວັນທີ 2 ມິຖຸນາ 2026 ແລະ ເຖິງເປົ້າໝາຍແຂວງຄຳມ່ວນ ດ້ວຍຄວາມສະຫວັດດີພາບ. ຕໍ່ມາໃນວັນທີ 3 ມິຖຸນາ 2026, ທ່ານ ປທ ອາເລັ່ງ ໄຊແສນສຸກ ຮອງຜູ້ອຳນວຍການໂຮງຮຽນພອນສະຫວັນກິລາ-ກາຍຍະກຳ ພ້ອມດ້ວຍຄະນະກຳມະການ ແລະ ຄູຝຶກ ໄດ້ເດີນທາງໄປເຂົ້າຮ່ວມພົບ ແລະ ລາຍງານຈຸດປະສົງຂອງການລົງເຄື່ອນໄຫວໃນຄັ້ງນີ້ຕໍ່ ທ່ານ ອຸດຕະມະ ຈັນນິຍະວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຄຳມ່ວນ. ຫຼັງຈາກນັ້ນ, ທີມງານຄະນະກຳມະການໄດ້ເດີນທາງໄປຍັງ ໂຮງຮຽນມັດທະຍົມສຶກສາຕອນປາຍທ່າແຂກ ເມືອງທ່າແຂກ ເພື່ອດຳເນີນການຄັດເລືອກນັກກິລາ. ເຊິ່ງບັນຍາກາດແມ່ນເຕັມໄປດ້ວຍຄວາມຟົດຟື້ນ ແລະ ມ່ວນຊື່ນ ໂດຍມີນ້ອງໆນັກຮຽນ ແລະ ເຍົາວະຊົນ ທີ່ມີຄວາມສົນໃຈເຂົ້າຮ່ວມທົດສອບຄວາມສາມາດຫຼາຍກວ່າ 100 ຄົນ.
ພາຍຫຼັງສຳເລັດການຄັດເລືອກຢູ່ແຂວງຄຳມ່ວນ, ໃນວັນທີ 4 ມິຖຸນາ 2026 ທີມງານຄະນະກຳມະການຄັດເລືອກ ໄດ້ສືບຕໍ່ເດີນທາງລົງໄປເຄື່ອນໄຫວຢູ່ແຂວງສະຫວັນນະເຂດ ໂດຍມີເປົ້າໝາຍຢູ່ເມືອງສອງຄອນ. ໃນໂອກາດນີ້, ທ່ານ ຮອງຜູ້ອຳນວຍການ ຮພກ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ແລະ ລາຍງານຈຸດປະສົງຕໍ່ ທ່ານ ປທ ພູວາ ແກ້ວປະເສີດ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງສອງຄອນ. ຈາກນັ້ນ, ໄດ້ເດີນທາງໄປຍັງ ໂຮງຮຽນມັດທະຍົມສົມບູນປາກຊ່ອງ ເພື່ອສືບຕໍ່ຄັດເລືອກນັກຮຽນ-ນັກກິລາໃຫ້ໄດ້ຕາມເປົ້າໝາຍ ໂດຍມີນ້ອງໆນັກຮຽນມາຮ່ວມສະໝັກ ແລະ ຄັດເລືອກຈຳນວນ 80 ກວ່າຄົນ.
ຢ່າງໃດກໍຕາມ, ພາຍຫຼັງສຳເລັດການຄັດເລືອກຢູ່ 2 ແຂວງດັ່ງກ່າວແລ້ວ, ຄະນະກຳມະການ ຈະສືບຕໍ່ເດີນທາງໄປຄັດເລືອກຢູ່ບັນດາແຂວງ ແລະ ນະຄອນຫຼວງ ຕາມກຳນົດເວລາດັ່ງນີ້: ແຂວງເຊກອງ ວັນທີ 10 ມິຖຸນາ 2026, ແຂວງຈຳປາສັກ ວັນທີ 11 ມິຖຸນາ 2026 ແລະ ນະຄອນຫຼວງວຽງຈັນ (ສະຖາບັນກິລາ-ກາຍຍະກຳ) ວັນທີ 25-26 ມິຖຸນາ 2026 ໂດຍມີທັງໝົດ 14 ປະເພດກິລາທີ່ເປີດຮັບຄັດເລືອກ ຄື: ບານເຕະ, ກະຕໍ້, ເປຕັງ, ແລ່ນ-ລານ, ເທຄວັນໂດ, ຄາຣາເຕໂດ, ຢູໂດ, ວູຊູ, ມວຍສາກົນ, ມວຍປ້ຳ, ປິ່ງປ່ອງ, ເທັນນິດ, ຍົກນ້ຳໜັກ ແລະ ຍິງທະນູ.
ດັ່ງນັ້ນ, ຈຶ່ງຂໍຖືໂອກາດນີ້ ເຊີນຊວນມາຍັງນ້ອງໆນັກຮຽນ-ເຍົາວະຊົນ ທີ່ມີພອນສະຫວັນ, ມີຄວາມມັກຮັກ ແລະ ມີຄວາມສາມາດທາງດ້ານກິລາ ເຂົ້າມາສະໝັກ ແລະ ຮ່ວມການຄັດເລືອກກັບ ໂຮງຮຽນພອນສະຫວັນກິລາ-ກາຍຍະກຳ ຂອງພວກເຮົາ ຕາມກຳນົດວັນເວລາ ແລະ ສະຖານທີ່ຂ້າງເທິງນີ້. ສຳລັບຂໍ້ມູນຕິດຕໍ່ສອບຖາມເພີ່ມເຕີມ: ໂຮງຮຽນພອນສະຫວັນກິລາ-ກາຍຍະກຳ, ບ້ານສີເກີດ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ. ເບີໂທລະສັບ: 021 612418 ຫຼື 020 77607740.
ພາບ-ຂໍ້ມູນໂດຍ: ໂຮງຮຽນພອນສະຫວັນກິລາ-ກາຍະກຳ
ຮຽບຮຽງໂດຍ: ລູກນ້ຳເຊ ອິນທະດາລິນ