Skip to main content

3 ຝ່າຍ ລົງນາມຮ່ວມມືພັດທະນາກິລາບານເຕະແຂວງຈຳປາສັກ ສູ່ກິລາອາຊີບ ພ້ອມເປີດຊື່ ແລະ ໂລໂກ້ສະໂມສອນໃໝ່ “Champasak HAGL Avenir FC”

15/06/2026
ໃນວັນທີ 11 ມິຖຸນາ 2026 ທີ່ຜ່ານມາ, ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) 3 ຝ່າຍ ເພື່ອຮ່ວມມືສະໜັບສະໜູນ ແລະ ພັດທະນາກິລາບານເຕະແຂວງຈຳປາສັກ ໃຫ້ກ້າວໄປສູ່ການເປັນກິລາອາຊີບໃນອະນາຄົດ ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງຈຳປາສັກ ໂດຍໃຫ້ກຽດລົງນາມໃນບົດບັນທຶກຄວາມເຂົ້າໃຈຄັ້ງນີ້ ມີ ທ່ານ ແກ້ວລັດຕະນະ ສີຫາວົງ ປະທານສະຫະພັນກິລາບານເຕະແຂວງຈຳປາສັກ, ທ່ານ ຫງວຽນ ຈິ ແທງ (NGUYEN CHI THANG) ຜູ້ອຳນວຍການ ບໍລິສັດ ຮວ່າງແອັງ ຈຳປາສັກ ຈຳກັດຜູ້ດຽວ ແລະ ທ່ານ ລີ ດອງ ຈຸນ (Lee Dong Jun) ຕາງໜ້າບໍລິສັດ ຄອນເນັກ ພລັດ ຈຳກັດຜູ້ດຽວ, ໂດຍມີ ທ່ານ ປອ ພູວົງ ອະໄພ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຈຳປາສັກ, ພ້ອມດ້ວຍການນຳສະຫະພັນກິລາປະເພດຕ່າງໆພາຍໃນແຂວງ, ຂະແໜງການທີ່ກ່ຽວຂ້ອງ ແລະ ພະນັກງານວິຊາການທັງສາມຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.
ການຮ່ວມມື 3 ຝ່າຍໃນຄັ້ງນີ້ ແມ່ນອີງຕາມຂໍ້ຕົກລົງວ່າດ້ວຍຍຸດທະສາດການຮ່ວມມື ຫວຽດນາມ – ລາວ ແລະ ສັນຍາການຮ່ວມມືສອງຝ່າຍ ລາວ – ຫວຽດນາມ ໄລຍະ 2026-2030; ທັງເປັນການຈັດຕັ້ງປະຕິບັດຕາມບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ຄະນະກຳມະການປົກຄອງແຂວງຈຳປາສັກ ແລະ ກຸ່ມບໍລິສັດ ຮວ່າງແອັງ ຢາລາຍ (Hoang Anh Gia Lai Joint Stock Company – HAGL) ລົງວັນທີ 10 ພຶດສະພາ 2026. ນອກຈາກນີ້, ຍັງເປັນການສືບຕໍ່ປະຕິບັດຕາມບົດບັນທຶກຄວາມເຂົ້າໃຈເພີ່ມເຕີມ ວ່າດ້ວຍການຮ່ວມມືຍຸດທະສາດ, ການປ່ຽນຊື່ສະໂມສອນ ແລະ ການສະໜັບສະໜູນສະໂມສອນບານເຕະອາຊີບ, ບົນພື້ນຖານບົດບັນທຶກຕົ້ນສະບັບ ລະຫວ່າງ ສະຫະພັນກິລາບານເຕະແຂວງຈຳປາສັກ, ບໍລິສັດ ຄອນເນັກ ພລັດ ຈຳກັດຜູ້ດຽວ ແລະ ສະໂມສອນຈຳປາສັກ ເອັບຊີ ລົງວັນທີ 10 ເມສາ 2025 ເພື່ອຮ່ວມກັນຊຸກຍູ້ ແລະ ຍົກລະດັບວົງການບານເຕະແຂວງຈຳປາສັກ ໃຫ້ກ້າວສູ່ການເປັນນັກກິລາອາຊີບຢ່າງແທ້ຈິງ.
ໂອກາດທີ່ມີຄວາມໝາຍຄວາມສຳຄັນນີ້, ບໍລິສັດ ຮວ່າງແອັງ ຈຳປາສັກ ຈຳກັດຜູ້ດຽວ ຍັງໄດ້ມອບອຸປະກອນກິລາ (ໝາກບານ) ຈຳນວນ 1.000 ໜ່ວຍ ໃຫ້ແກ່ສະຫະພັນບານເຕະແຂວງຈຳປາສັກ ເພື່ອນຳໃຊ້ເຂົ້າໃນການຝຶກຊ້ອມ ແລະ ພັດທະນາຮາກຖານກິລາບານເຕະພາຍໃນແຂວງ.
ພ້ອມດຽວກັນນັ້ນ, ໃນພິທີຍັງໄດ້ມີການປະກາດປ່ຽນຊື່ສະໂມສອນຢ່າງເປັນທາງການ ຈາກ “ສະໂມສອນ ຈຳປາສັກ ເອັບຊີ” (Champasak Provincial Football Club) ມາເປັນ “ສະໂມສອນ ຈຳປາສັກ ຮວ່າງແອັງ ອາເວັນເນຍ ເອັບຊີ” ຫຼື “Champasak HAGL Avenir FC” ພ້ອມທັງໄດ້ເປີດໂຕໂລ້ໂກ້ (Logo) ໃໝ່ຂອງສະໂມສອນ ເພື່ອຕ້ອນຮັບການກ້າວເຂົ້າສູ່ມິຕິໃໝ່ຂອງວົງການບານເຕະແຂວງຈຳປາສັກຢ່າງສະຫງ່າງາມ.
ຂ່າວ: ທູນທອງໃຈ