ອະດີດນັກສຶກສາທິດສະດີການເມືອງຂັ້ນຕົ້ນ ຮຸ່ນ III ກະຊວງ ສສກ ຮ່ວມເຕະບານມິດຕະພາບ ກັບ ຄູ-ອາຈານ ສມປຊ ເພື່ອຮັດແໜ້ນຄວາມສາມັກຄີສອງຝ່າຍ
15/06/2026

ໃນຕອນແລງຂອງວັນທີ 12 ມິຖຸນາ 2026 ນີ້, ທີ່ສະໜາມກິລາຫຍ້າທຽມ ສາທິດ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ໄດ້ມີການແຂ່ງຂັນກິລາເຕະບານມິດຕະພາບ ລະຫວ່າງ ທີມອະດີດນັກສຶກສາທິດສະດີການເມືອງຂັ້ນຕົ້ນ ຮຸ່ນທີ III ຂອງກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບ ທີມພະນັກງານ, ຄູ-ອາຈານ ຈາກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ).
ການຮ່ວມກິດຈະກຳແຂ່ງຂັນກິລາເຕະບານໃນຄັ້ງນີ້, ຈັດຂຶ້ນເພື່ອສ້າງຂະບວນການຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງບັນດາວັນປະຫວັດສາດ ແລະ ວັນສຳຄັນຕ່າງໆຂອງພັກ, ຂອງຊາດ ກໍຄືຂອງສາກົນ ໃຫ້ມີບັນຍາກາດຟົດຟື້ນ ແລະ ມີຄວາມໝາຍເລິກເຊິ່ງ ໂດຍສະເພາະແມ່ນການຮ່ວມຊົມເຊີຍວັນປູກຕົ້ນໄມ້ແຫ່ງຊາດ, ວັນເດັກນ້ອຍສາກົນ (1 ມິຖຸນາ) ແລະ ວັນຄ້າຍວັນເກີດຂອງ ທ່ານ ປະທານ ສຸພານຸວົງ ຄົບຮອບ 117 ປີ (13 ມິຖຸນາ 1909 – 13 ມິຖຸນາ 2026) ເຊິ່ງເປັນວັນທີ່ມີຄວາມໝາຍຄວາມສຳຄັນຢ່າງຍິ່ງ ເພື່ອໃຫ້ຄົນຮຸ່ນຫຼັງໄດ້ຮ່ວມກັນລະນຶກເຖິງຄຸນງາມຄວາມດີ, ຄຸນສົມບັດສິນທຳປະຕິວັດ, ນ້ຳໃຈຮັກຊາດອັນດູດດື່ມ ແລະ ຜົນງານອັນໃຫຍ່ຫຼວງຂອງເພິ່ນ ທີ່ເປັນໜຶ່ງໃນຜູ້ນຳຮຸ່ນກໍ່ຕັ້ງທີ່ດີເດັ່ນ ແລະ ແສນເຄົາລົບຮັກຂອງປະຊາຊົນລາວບັນດາເຜົ່າ.
ໃນໂອກາດອັນສະຫງ່າລາສີນີ້, ຕາງໜ້າໃຫ້ແກ່ຄະນະອະດີດນັກສຶກສາທິດສະດີການເມືອງຂັ້ນຕົ້ນ ຮຸ່ນທີ III ກະຊວງ ສສກ ຍັງໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ຮູ້ບຸນຄຸນຢ່າງເລິກເຊິ່ງ ມາຍັງຄະນະນຳ, ຄູ-ອາຈານ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ທີ່ໄດ້ເອົາໃຈໃສ່ຖ່າຍທອດຄວາມຮູ້, ປະສົບການ ແລະ ບົດຮຽນທາງດ້ານທິດສະດີການເມືອງ-ການປົກຄອງ ຕະຫຼອດໄລຍະເວລາ 3 ເດືອນຜ່ານມາ ຢ່າງສຸດອົກສຸດໃຈ ແລະ ຄວາມຮັບຜິດຊອບສູງ ຈົນເຮັດໃຫ້ການສຶກສາຮ່ຳຮຽນໃນຮຸ່ນນີ້ ໄດ້ຮັບການຈັດຕັ້ງປະຕິບັດ ແລະ ປະສົບຜົນສຳເລັດຢ່າງຈົບງາມ.
ພ້ອມດຽວກັນນັ້ນ, ການແຂ່ງຂັນກິລາຄັ້ງນີ້ ຍັງເປັນການຮັດແໜ້ນຄວາມສາມັກຄີຮັກແພງ, ສ້າງຄວາມສະໜິດສະໜົມອັນດີງາມ ລະຫວ່າງ ອະດີດນັກສຶກສາທິດສະດີການເມືອງຂັ້ນຕົ້ນ ຮຸ່ນທີ III ກະຊວງ ສສກ ເຊິ່ງເປັນພະນັກງານ-ລັດຖະກອນ ທີ່ມາຈາກຫ້ອງການ, ບັນດາກົມ, ສະຖາບັນ, ສູນ ແລະ ວິທະຍາໄລຕ່າງໆ ອ້ອມຂ້າງກະຊວງ ກັບ ຄູ-ອາຈານ ແລະ ພະນັກງານ ຂອງ ສມປຊ ໃຫ້ມີຄວາມແໜ້ນແຟ້ນຍິ່ງໆຂຶ້ນ ແນໃສ່ອຳນວຍຄວາມສະດວກ ແລະ ເພີ່ມທະວີການປະສານງານ, ພົວພັນວຽກງານ ລະຫວ່າງສອງພາກສ່ວນໃຫ້ມີຄວາມຄ່ອງຕົວ, ວ່ອງໄວ ແລະ ມີປະສິດທິພາບສູງໃນຕໍ່ໜ້າ.
ບັນຍາກາດໃນການແຂ່ງຂັນເຕະບານມິດຕະພາບດັ່ງກ່າວ ໄດ້ດຳເນີນໄປດ້ວຍຄວາມເບີກບານມ່ວນຊື່ນ, ສ້າງຮອຍຍິ້ມ ແລະ ສຽງເຊຍອັນຄຶກຄື້ນ, ສະແດງໃຫ້ເຫັນເຖິງສະປິຣິດຂອງການກິລາ ແລະ ຄວາມສາມັກຄີຮັກແພງຖານສະຫາຍອ້າຍນ້ອງຢ່າງແທ້ຈິງ. ຜ່ານການແຂ່ງຂັນຕົວຈິງຢ່າງສຸດມັນ, ຜົນປະກົດວ່າ ທີມພະນັກງານ, ຄູ-ອາຈານ ສມປຊ ສາມາດເອົາຊະນະ ທີມອະດີດນັກສຶກສາ ຮຸ່ນທີ III ກະຊວງ ສສກ ໄປດ້ວຍຄະແນນ 7 ຕໍ່ 6 ປະຕູ.
ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ
ຂ່າວຫຼ້າສຸດ
- ມະຫາວິທະຍາໄລສະຫວັນນະເຂດ ປະກາດການຈັດຕັ້ງ ແລະ ແຕ່ງຕັ້ງພະນັກງານດຳລົງຕຳແໜ່ງບໍລິຫານ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ
