Skip to main content

ຈຳປາສັກ ຈັດກິດຈະກຳຍ່າງເພື່ອສຸຂະພາບ ສະຫຼອງວັນສາທາລະນະສຸກລາວ ຄົບຮອບ 61 ປີ ຢ່າງຟົດຟື້ນ

15/06/2026
ໃນຕອນເຊົ້າວັນທີ 15 ມິຖຸນາ 2026 ນີ້, ພະແນກສາທາລະນະສຸກແຂວງຈຳປາສັກ ໄດ້ຈັດກິດຈະກຳຍ່າງເພື່ອສຸຂະພາບ ເພື່ອຂ່ຳນັບຊົມເຊີຍ ແລະ ສະເຫຼີມສະຫຼອງວັນແພດລາວ ຫຼື ວັນສາທາລະນະສຸກລາວ ຄົບຮອບ 61 ປີ (18 ມິຖຸນາ 1965-18 ມິຖຸນາ 2026) ແລະ ວັນສຳຄັນຕ່າງໆຂອງພັກ-ຂອງຊາດ ທີ່ຈະມາເຖິງນີ້ ທີ່ນະຄອນປາກເຊ, ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປອ ສຸກສະຫວັນ ວິໄລວົງ ຮອງເລຂາພັກແຂວງ, ຮອງປະທານຄະນະກຳມະການປົກຄອງແຂວງຈຳປາສັກ, ທ່ານ ປະດິດ ວັນນະລັດສະໝີ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ແລະ ທ່ານ ປອ ນັນທະສານ ວັນນະວົງ ກຳມະການພັກແຂວງ, ຫົວໜ້າພະແນກສາທາລະນະສຸກແຂວງ ພ້ອມດ້ວຍບັນດາຄະນະນຳຂັ້ນແຂວງ, ພັນລະຍາການນຳ, ຄະນະນຳກອງບັນຊາການ ປກຊ-ປກສ ແຂວງ, ພະນັກງານ-ລັດຖະກອນ, ແພດໝໍ ແລະ ມວນຊົນຢ່າງພ້ອມພຽງ.
ໃນພິທີເປີດກິດຈະກຳ, ຕາງໜ້າຄະນະພະແນກສາທາລະນະສຸກແຂວງຈຳປາສັກ ໄດ້ກ່າວເຖິງຈຸດປະສົງ ແລະ ຄວາມໝາຍຄວາມສຳຄັນຂອງວັນສາທາລະນະສຸກລາວ ເຊິ່ງແມ່ນໂອກາດອັນດີທີ່ເຮັດໃຫ້ພົນລະເມືອງລາວບັນດາເຜົ່າທຸກຊັ້ນຄົນໃນສັງຄົມ, ໂດຍສະເພາະແມ່ນຖັນແຖວແພດໝໍ ແລະ ພະນັກງານສາທາລະນະສຸກທົ່ວແຂວງ ໄດ້ຮັບຮູ້ ແລະ ເຫັນໄດ້ເຖິງຄວາມເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງຂອງວຽກງານສາທາລະນະສຸກໃນແຕ່ລະໄລຍະ. ທັງນີ້, ກໍເພື່ອຈາລຶກຄຸນງາມຄວາມດີຂອງແພດໝໍຮຸ້ນກ່ອນ ທີ່ໄດ້ເສຍສະຫຼະ ແລະ ປະກອບສ່ວນເຂົ້າໃນການຮັກສາສຸຂະພາບຂອງກອງທັບ ແລະ ປະຊາຊົນ ໃນໄລຍະຕໍ່ສູ້ກູ້ຊາດ ກໍຄືໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ.
ການຈັດກິດຈະກຳຄັ້ງນີ້ ຍັງເປັນການປູກຈິດສຳນຶກໃຫ້ແກ່ແພດໝໍຮຸ່ນສືບທອດ ໄດ້ຮ່ຳຮຽນເອົາແບບຢ່າງອັນດີງາມ, ຝຶກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນແພດໝໍທີ່ມີຄຸນສົມບັດ, ມີຈັນຍາບັນວິຊາຊີບ ແລະ ຄວາມຊຳນານງານ ສົມກຽດສັກສີເປັນ “ນັກຮົບເສື້ອຂາວ” ປະຕິວັດຂອງພັກ ພ້ອມທັງເຊີດຊູຖານະບົດບາດຂອງແພດໝໍລາວຕໍ່ສັງຄົມ.
ນອກຈາກຄວາມໝາຍທາງປະຫວັດສາດແລ້ວ, ກິດຈະກຳຍ່າງເພື່ອສຸຂະພາບໃນຄັ້ງນີ້ ຍັງແນໃສ່ສົ່ງເສີມໃຫ້ບຸກຄະລາກອນສາທາລະນະສຸກ ແລະ ປະຊາຊົນທົ່ວໄປ ຫັນມາເອົາໃຈໃສ່ອອກກຳລັງກາຍ ເພາະການຍ່າງເປັນວິທີການທີ່ງ່າຍ, ປອດໄພ ແລະ ໃຫ້ຜົນດີຕໍ່ສຸຂະພາບ, ທັງເປັນການສ້າງຄວາມສາມັກຄີອັນແໜ້ນແຟ້ນ ແລະ ການພົວພັນຮ່ວມມືລະຫວ່າງພະນັກງານສາທາລະນະສຸກດ້ວຍກັນ.
ສຳລັບເສັ້ນທາງການຍ່າງແມ່ນເລີ່ມຕົ້ນຈາກຫ້ອງວ່າການປົກຄອງແຂວງ ໄປຫາສວນສາທາລະນະແຄມຂອງ ແລ້ວກັບຄືນມາສູ່ຈຸດເລີ່ມຕົ້ນຢູ່ຫ້ອງວ່າການປົກຄອງແຂວງຄືເກົ່າ.
ຂ່າວ-ພາບ: ຈັນທະວີສັກ