ເຄລຍເມັນ ສືບຕໍ່ສະໜັບສະໜູນ ບານເຕະເຍົາວະຊົນ ຢູ-16 ແລະ ຢູ-19 ຊີງຂັນປະທານ ສຕລ 2026 ມູນຄ່າ 750 ລ້ານກີບ
23/06/2026

ເຄລຍເມັນ (Clear Men) ສືບຕໍ່ຍືນຄຽງຂ້າງວົງການບານເຕະລາວ ດ້ວຍການມອບທຶນສະໜັບສະໜູນ ສະຫະພັນກິລາບານເຕະແຫ່ງຊາດລາວ (ສຕລ) ຈຳນວນ 750 ລ້ານກີບ ເພື່ອນຳໃຊ້ເຂົ້າໃນການຈັດການແຂ່ງຂັນບານເຕະເຍົາວະຊົນ ຮຸ່ນອາຍຸບໍ່ເກີນ 16 ປີ (U16) ແລະ ຮຸ່ນອາຍຸບໍ່ເກີນ 19 ປີ (U19) ຊີງຂັນປະທານ ສຕລ ປະຈຳປີ 2026 ເຊິ່ງຈະຈັດຂຶ້ນໃນມໍ່ໆນີ້.
ພິທີເຊັນສັນຍາສະໜັບສະໜູນການແຂ່ງຂັນດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 19 ມິຖຸນາ 2026 ທີ່ສຳນັກງານໃຫຍ່ ສຕລ ໂດຍການຮ່ວມລົງນາມລະຫວ່າງ ທ່ານ ຈັນທະວົງ ສິລິມະໂນທຳ ຮອງເລຂາທິການ ສຕລ ແລະ ທ່ານ ສຽວສະຫວາດ ເດດວົງສາ ຜູ້ຈັດການຝ່າຍສື່ສານອົງກອນ ແລະ ພົວພັນລັດຖະບານ ບໍລິສັດ ຢູນິລີເວີ ລາວ ຈຳກັດ, ມີຄະນະຜູ້ແທນຈາກທັງສອງຝ່າຍ, ຄູຝຶກ, ນັກກິລາ ແລະ ສື່ມວນຊົນ ເຂົ້າຮ່ວມເປັນສັກຂີພິຍານຢ່າງພ້ອມພຽງ.
ໃນໂອກາດນີ້, ທ່ານ ຈັນທະວົງ ສິລິມະໂນທຳ ກ່າວວ່າ: “ການເຊັນສັນຍາຄັ້ງນີ້ ຖືເປັນນິມິດໝາຍອັນດີ ແລະ ເປັນບາດກ້າວທີ່ສຳຄັນຍິ່ງ ໃນການພັດທະນາວົງການກິລາບານເຕະຮຸ່ນເຍົາວະຊົນ. ລາຍການແຂ່ງຂັນ U16 ແລະ U19 ຖືເປັນເວທີຫຼັກໃນການຄົ້ນຫາ ແລະ ເລືອກເຟັ້ນເອົານັກກິລາທີ່ມີພອນສະຫວັນ ແລະ ທັກສະອັນໂດດເດັ່ນ ເພື່ອກ້າວຂຶ້ນມາເປັນກຳລັງຫຼັກໃຫ້ແກ່ສະໂມສອນພາຍໃນປະເທດ ແລະ ທີມຊາດລາວໃນອະນາຄົດ ພ້ອມທັງເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ການພັດທະນາບານເຕະລາວຢ່າງຍືນຍົງ.”
ດ້ານທ່ານ ສຽວສະຫວາດ ເດດວົງສາ ຕາງໜ້າໃຫ້ແກ່ ຜະລິດຕະພັນ ເຄລຍເມັນ ບໍລິສັດ ຢູນິລີເວີ ລາວ ຈຳກັດ ໄດ້ສະແດງຄວາມຮູ້ສຶກຍິນດີວ່າ: “ປີນີ້ຖືເປັນປີທີ 2 ຕິດຕໍ່ກັນ ທີ່ Clear Men ໄດ້ຮ່ວມເປັນຜູ້ສະໜັບສະໜູນຫຼັກໃນການແຂ່ງຂັນບານເຕະເຍົາວະຊົນ U16 ແລະ U19. ພວກເຮົາຮູ້ສຶກເປັນກຽດ ແລະ ດີໃຈເປັນຢ່າງຍິ່ງ ທີ່ໄດ້ຮັບຄວາມໄວ້ວາງໃຈຈາກຄະນະຜູ້ບໍລິຫານ ສຕລ ໃຫ້ມີໂອກາດປະກອບສ່ວນຊຸກຍູ້ ແລະ ພັດທະນາວົງການບານເຕະລາວ ໂດຍສະເພາະໃນລະດັບເຍົາວະຊົນ. ພວກເຮົາຫວັງຢ່າງຍິ່ງວ່າ ການສະໜັບສະໜູນໃນຄັ້ງນີ້ ຈະສ້າງຜົນກະທົບໃນທາງບວກ ແລະ ຫວັງວ່າຈະໄດ້ຮ່ວມເປັນສ່ວນໜຶ່ງໃນການສົ່ງເສີມວົງການບານເຕະລາວໃຫ້ກ້າວໄກໃນອະນາຄົດອີກ.”
ສຳລັບການແຂ່ງຂັນ ເຕະບານ ຮຸ່ນອາຍຸບໍ່ເກີນ 16 ປີ (U16) ມີ 11 ທີມ, ແຂ່ງຂັນພົບກັນໝົດ 1 ຮອບເພື່ອສະສົມຄະແນນ, ຄັດເລືອກເອົາອັນດັບ 1-4 ເຂົ້າສູ່ຮອບຮອງຊະນະເລີດ, ຈາກນັ້ນຈະມີການຈັບສະຫຼາກປະກົບຄູ່ແຂ່ງຂັນແບບເຕະເສຍຄັດອອກ. ທີມຊະນະຈະຜ່ານເຂົ້າສູ່ຮອບຊີງຊະນະເລີດ ສ່ວນທີມເສຍຈະເຂົ້າໄປຊີງອັນດັບ 3; ທຸກໆນັດຈະແຂ່ງຂັນຢູ່ທີ່ ສູນຝຶກບານເຕະແຫ່ງຊາດ ສຕລ (ຫ້ວຍຫົງ) ເລີ່ມແຕ່ວັນທີ 8 ກໍລະກົດ ຫາ 22 ສິງຫາ 2026 ຈຶ່ງສຳເລັດ.
ສ່ວນຮຸ່ນອາຍຸບໍ່ເກີນ 19 ປີ (U19) ມີ 7 ທີມ, ພົບກັນໝົດ 1 ຮອບເພື່ອສະສົມຄະແນນ, ຄັດເລືອກເອົາອັນດັບ 1-4 ເຂົ້າສູ່ຮອບຮອງຊະນະເລີດ ໂດຍການຈັບສະຫຼາກປະກົບຄູ່ແບບເຕະເສຍຄັດອອກ. ທີມຊະນະຜ່ານເຂົ້າຮອບຊີງຊະນະເລີດ ແລະ ທີມເສຍຊີງອັນດັບ 3, ສະໜາມແຂ່ງຂັນ ແມ່ນສູນຝຶກບານເຕະແຫ່ງຊາດ ສຕລ (ຫ້ວຍຫົງ) ເລີ່ມແຕ່ວັນທີ 27 ມິຖຸນາ ຫາ 26 ກໍລະກົດ 2026ຈຶ່ງສຳເລັດ.
ສຳລັບງົບປະມານການສະໜັບສະໜູນຈາກ ເຄລຍເມັນ ຈຳນວນ 750 ລ້ານກີບໃນປີນີ້, ທາງ ສຕລ ໄດ້ມີການຈັດສັນບິແບ່ງໃຫ້ແກ່ບັນດາທີມທີ່ເຂົ້າຮ່ວມແຂ່ງຂັນ ທີມລະ 15 ລ້ານກີບ. ໃນສ່ວນຂອງທີມທີ່ເດີນທາງມາຈາກ 5 ແຂວງຕ່າງແຂວງ ຈະໄດ້ຮັບທຶນຊ່ວຍເຫຼືອຄ່າເດີນທາງທັງຂາໄປ ແລະ ຂາກັບຕື່ມອີກ ຈຳນວນໜຶ່ງ. ນອກຈາກນັ້ນ, ທາງ ສຕລ ຍັງໄດ້ຈັດຕຽມທີ່ພັກໃຫ້ນັກກິລາໄດ້ພັກຟຣີ ຢູ່ທີ່ສູນເກັບຕົວນັກກິລາທີມຊາດ ຂອງ ສຕລ ຕະຫຼອດໄລຍະການແຂ່ງຂັນ ເພື່ອຫຼຸດຜ່ອນຄ່າໃຊ້ຈ່າຍ ແລະ ອຳນວຍຄວາມສະດວກໃຫ້ແກ່ນັກກິລາຢ່າງເຕັມທີ່.
ພາບ ແລະ ຂ່າວ ໂດຍ: ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ຍີ່ປຸ່ນ ສະໜອງທຶນການສຶກສາ ພັດທະນາຊັບພະຍາກອນມະນຸດ ໃຫ້ແກ່ ສປປ ລາວ
- ແຂວງອຸດົມໄຊ ເປີດການສອບເສັງຈົບຊັ້ນ ມ.7 ສົກຮຽນ 2025-2026 ຢ່າງເປັນທາງການ
- ຮ່ວມສົ່ງແຮງໃຈເຊຍ! ຫຼານນ້ອຍເຍົາວະຊົນ ເບ ສະຫວັນ ເອັບຊີ ໃນລາຍການຊີງແຊ້ມລະດັບສາກົນ ທີ່ ສສ ຫວຽດນາມ
- ຜົນສຳເລັດການແຂ່ງຂັນ “ທູດພາສາຫວຽດນາມແຫ່ງອະນາຄົດ” ຄັ້ງທີ II ເພື່ອຮັດແໜ້ນມິດຕະພາບ ລາວ-ຫວຽດນາມ
- ສື່ມວນຊົນລາວ ສໍາເລັດການຍົກລະດັບດ້ານການຄຸ້ມຄອງວິທະຍຸ-ໂທລະພາບ ຍຸກໃໝ່ ທີ່ ສປ ຈີນ
- ແຂວງບໍ່ແກ້ວ ເປີດບັ້ນສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ ມ.7 ເອກະພາບທົ່ວປະເທດ ສົກຮຽນ 2025-2026


