Skip to main content

ຮ່ວມສົ່ງແຮງໃຈເຊຍ! ຫຼານນ້ອຍເຍົາວະຊົນ ເບ ສະຫວັນ ເອັບຊີ ໃນລາຍການຊີງແຊ້ມລະດັບສາກົນ ທີ່ ສສ ຫວຽດນາມ

23/06/2026
ຖືເປັນອີກໜຶ່ງຄວາມພາກພູມໃຈ ແລະ ເປັນຂະບວນການທີ່ຄຶກຄື້ນໃນວົງການກິລາບານເຕະເຍົາວະຊົນລາວ ເມື່ອໃນຕອນເຊົ້າຂອງວັນທີ 17 ມິຖຸນາ 2026 ນີ້, ທ່ານ ບຸນມີ ຫຼ່ຽມໄຊຍະຈັກ ປະທານສະຫະພັນບານເຕະຄົນພິການຕາແຫ່ງຊາດລາວ, ຮອງປະທານສະຫະພັນບານເຕະນະຄອນຫຼວງວຽງຈັນ ທັງເປັນປະທານກິດຕິມະສັກ ສະໂມສອນ ເບ ສະຫວັນ ເອັບຊີ ໄດ້ຮ່ວມເດີນທາງໄປໃຫ້ກຳລັງໃຈ ແລະ ສົ່ງຂຸນພົນບານເຕະເຍົາວະຊົນ ສະໂມສອນ ເບ ສະຫວັນ ເອັບຊີ (BAY SAVANH FC) ຮຸ່ນອາຍຸບໍ່ເກີນ 10 ປີ ອອກເດີນທາງມຸ່ງໜ້າສູ່ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ເພື່ອເຂົ້າຮ່ວມການແຂ່ງຂັນບານເຕະເຍົາວະຊົນນານາຊາດ ລາຍການ “VIETNAM INTERNATIONAL ACF FOOTBALL TOURNAMENT”.
ລາຍການແຂ່ງຂັນດັ່ງກ່າວ ຖືເປັນເວທີລະດັບພາກພື້ນທີ່ລວມເອົາບັນດາທີມເຍົາວະຊົນລະດັບຊັ້ນນຳຈາກຂົງເຂດອາຊຽນ ແລະ ຫຼາຍປະເທດໃນຂົງເຂດອາຊີເຂົ້າຮ່ວມຊີງໄຊ. ນອກຈາກບັນດາສະໂມສອນເຈົ້າພາບ ສສ ຫວຽດນາມ ແລ້ວ, ຍັງມີຕົວແທນຈາກ ມາເລເຊຍ, ອິນໂດເນເຊຍ, ຟິລິບປິນ, ມົງໂກລີ ແລະ ອີກຫຼາຍປະເທດ ເຂົ້າຮ່ວມ. ໂດຍມີ ສະໂມສອນ ເບ ສະຫວັນ ເອັບຊີ ເປັນຕົວແທນໜຶ່ງດຽວຈາກ ສປປ ລາວ ທີ່ຈະໄປປະກາດສັກດາ ແລະ ສະແດງຄວາມສາມາດໃນເວທີສາກົນຄັ້ງນີ້. ເຊິ່ງການແຂ່ງຂັນຈະເລີ່ມເປີດສາກລະເບີດຄວາມມັນ ແລະ ຊີງໄຊກັນໃນລະຫວ່າງວັນທີ 20-21 ມິຖຸນາ 2026 ນີ້ ທີ່ນະຄອນຫຼວງຮ່າໂນ້ຍ.
ນີ້ຄືໂອກາດອັນດີງາມທີ່ຫຼານນ້ອຍເຍົາວະຊົນລາວ ຈະໄດ້ຖອດຖອນບົດຮຽນ, ຮຽນຮູ້ປະສົບການ ແລະ ສ້າງມິດຕະພາບກັບເພື່ອນມິດສາກົນ ຈົ່ງພ້ອມກັນສົ່ງແຮງເຊຍ ແລະ ກຳລັງໃຈຢ່າງລົ້ນເຫຼືອ ໄປຍັງທັບນັກກິລາ ໃຫ້ສາມາດສ້າງຜົນງານອັນໂດດເດັ່ນ ແລະ ນຳຊື່ສຽງມາສູ່ປະເທດຊາດ.
ສໍາລັບຜົນການແຂ່ງຂັນ ແລະ ຄວາມເຄື່ອນໄຫວຂອງຫຼານນ້ອຍ ເບ ສະຫວັນ ເອັບຊີ ຈະເປັນແນວໃດນັ້ນ, ທາງທີມງານຂ່າວຈະຄອຍຕິດຕາມ ແລະ ນຳສະເໜີໃຫ້ທ່ານໄດ້ຊາບໃນຄັ້ງຕໍ່ໄປ.
(ຂ່າວໂດຍ: ສົງການ ພັນແພງດີ)