Skip to main content

ຫຼານນ້ອຍ ເບ ສະຫວັນ ແຊ໋ມບານເຕະນານາຊາດ ທີ່ ສສ ຫວຽດນາມ ຖືກຕ້ອນຮັບຢ່າງອົບອຸ່ນ ຫຼັງເດີນທາງກັບເຖິງແຜ່ນດິນເກີດ

24/06/2026
ໝາກເຜັດຂີ້ໜູຫຼານນ້ອຍ ຢູ-10 ສະໂມສອນ ເບ ສະຫວັນ ເອັບຊີ ທີ່ຫາກໍສ້າງສະຖິຕິໃໝ່ໃນການອອກນອກປະເທດຍິງປະຕູຄູ່ແຂ່ງຂັນເຖິງ 75 ປະຕູ ບໍ່ເສຍຈັກປະຕູ ຄວ້າແຊ໋ມໃນການແຂ່ງຂັນມບານເຕະຊີງແຊ໋ມນານາຊາດທີ່ນະຄອນ ທາຍຫງຽນ ສສ ຫວຽດນາມ ຫຼື VIETNAM_INTERNATIONAL_ACF_FOOTBALL_TOURNAMENT ໄດ້ເດີນທາງກັບເຖີງບ້ານເກີດເມືອງນອນ ໂດຍໄດ້ຮັບການຕ້ອນຮັບຈາກການນຳ ນະຄອນຫຼວງວຽງຈັນ, ກະຊວງສຶກສາທິການ ແລະ ກິລາ ແລະ ຊາວລາວ ຕະຫຼອດຮອດແຂກຕ່າງດ້າວຢ່າງອົບອຸ່ນ.
ພິທີຕ້ອນຮັບ ທີມບານເຕະເຍົາວະຊົນ ເບ ສະຫວັນ ເອັບຊີ ຫຼື Bay Savanh FC ເດີນທາງກັບເຖີງບ້ານເກີດເມືອງນອນ ໃນຕອນແລງວັນທີ 23 ມິຖຸນາ 2026 ນຳໂດຍທ່ານ ບຸນມີ ຫຼ່ຽມໄຊຍະຈັກ ປະທານສະຫະພັນບານເຕະຄົນພິການຕາແຫ່ງຊາດລາວ, ຮອງປະທານສະຫະພັນບານເຕະ ນະຄອນຫຼວງວຽງຈັນ ທັງເປັນປະທານກິດຕິມະສັກ ສະໂມສອນ ເບ ສະຫວັນ ເອັຊີ ໃຫ້ກຽດຕ້ອນຮັບຢ່າງສົມກຽດ ໂດຍທ່ານ ປອ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກຳມະການປົກຄອງ ນະຄອນຫຼວງວຽງຈັນ ແລະ ທ່ານ ວິລະວັນ ບຸນສຸກໄທ ຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ພ້ອມດ້ວຍບັນດາຮອງຫົວໜ້າກົມ, ຫົວໜ້າພະແນກ-ຮອງຫົວໜ້າພະແນກປະທານປົກຄອງເມືອງ, ອຳນາດການປົກຄອງບ້ານ ເເລະ ພໍ່ເເມ່ຜູ້ປົກຄອງນັກກິລາ ແລະ ຊາວຕ່າງຊາດ ຮ່ວມສະແດງຄວາມຍິນດີ.
ທ່ານ ບຸນມີ ຫຼຽມໄຊຍະຈັກ ໃຫ້ສຳພາດວ່າ: ປີນີ້ ສະໂມສອນ ເບ ສະຫວັນ ເອັບຊີ ໄດ້ມີແຜນການເຄື່ອນໄຫວສົ່ງນັກກິລາຮ່ວມແຂ່ງຂັນນອກປະເທດຫຼາຍລາຍການ ແລະ ລາຍການຊີງແຊ໋ມນານາຊາດ ທີ່ ສສ ຫວຽດນາມ ກໍເປັນອີກໜຶ່ງລາຍການ ທີ່ໄດ້ສົ່ງນັກກິລາ ຈຳນວນ 10 ກວ່ານ້ອງ ແລະ ຄູຝຶກ 3 ທ່ານ ສ່ວນທີ່ເຫຼືອແມ່ນພໍ່ຄະນະບໍລິຫານງານ ແລະ ແມ່ຜູ້ປົກຄອງນັກກິລາຕິດຕາມໄປດ້ວຍກັນ ຊຶ່ງຜົນງານກໍມາເຮັດໃຫ້ຊາວລາວ ກໍຄື ຊາວ ນະຄອນຫຼວງວຽງຈັນ ໄດ້ພາກພູມໃຈ ຫຼາຍນ້ອຍ ເບ ສະຫວັນ ສາມາດຍາດໄດ້ອັນດັບທີ 1 ມາຄອງ ໂດຍລົງສະໜາມ 6 ນັດ ສາມາດເອົາຊະນະລວດ 6 ນັດຊ້ອນ ພ້ອມສ້າງສະຖິຕິໃໝ່ບໍ່ເສຍຈັກປະຕູ ຄອງແຊ໋ມເຕະບານຊີງແຊ໋ມນານາຊາດ ທີ່ ສສ ຫວຽດນາມ ມາຄອງ. ແນວໃດກໍດີ, ໃນຕໍ່ໜ້າຕົ້ນເດືອນກໍລະກົດນີ້ ຈະສົ່ງນັກກລາເຂົ້າຮ່ວມແຂ່ງຂັນເຕະບານຊີງແຊ໋ມນານາຊາດ ທີ່ແຂວງຊຽງໃໝ່ ປະເທດໄທ ຄາດວ່າຈະມີທີມຈາກ 15 ຊາດເຂົ້າຮ່ວມ. ນອກນັ້ນ ກໍຈະສົ່ງນັກກິລາໄປຮ່ວມຊີງແຊ໋ມທີ່ນະຄອນ ຊຽງໄຮ້ ສປ ຈີນ ຕື່ມອີກ.
ຂ່າວໂດຍ: ສົງການ ພັນແພງດີ