Skip to main content

ນວ ມອບເງິນຊຸກຍູ້ໃຫ້ທີມເຍົາວະຊົນ ເບ ສະຫວັນ ເອັບຊີ ຫຼັງສ້າງຜົນງານເດັ່ນ ຄວ້າແຊ້ມລະດັບສາກົນ ທີ່ ສສ ຫວຽດນາມ

29/06/2026
ຫ້ອງວ່າການ ນະຄອນຫຼວງວຽງຈັນ (ນວ) ຈັດພິທີຕ້ອນຮັບ ແລະ ງານລ້ຽງອາຫານເບົາ ເພື່ອຊົມເຊີຍຜົນສໍາເລັດຂອງຫຼານນ້ອຍເຍົາວະຊົນ ຮຸ່ນອາຍຸບໍ່ເກີນ 10 ປີ (U-10) ສະໂມສອນ ເບ ສະຫວັນ ເອັບຊີ ຫຼັງສ້າງຜົນງານທີ່ພົ້ນເດັ່ນໃນການແຂ່ງຂັນບານເຕະເຍົາວະຊົນ ລາຍການ VIETNAM INTERNA TIONAL ACF FOOTBALL TOURNAMENT ຢູ່ ສສ ຫວຽດນາມ ຂຶ້ນວັນທີ 26 ມິຖຸນາ 2026 ຢູ່ຫ້ອງວ່າການ ນວ. ໂດຍກາດດັ່ງກ່າວ ທ່ານ ສີລິລາດທົງສິນ ທອງເພັງ ປະທານຄະນະກໍາມະການປົກຄອງ ນວ ກໍໄດ້ມອບເງິນຊຸກຍູ້ນໍ້າໃຈໃຫ້ຫຼານນ້ອຍ 40 ລ້ານກີບ ຕາງໜ້າກ່າວຮັບຂອງ ທ່ານ ບຸນມີ ຫຼ່ຽມໄຊຍະຈັກ ປະທານສະຫະພັນບານເຕະຄົນພິການຕາແຫ່ງຊາດລາວ, ຮອງປະທານສະຫະພັນບານເຕະ ນວ, ປະທານກິດຕິມະສັກສະໂມສອນ ເບ ສະ ຫວັນ ເອັບຊີ ພ້ອມດ້ວຍຮອງປະທານຄະນະກໍາມະການປົກ ຄອງ ນວ, ຄະນະປະທານທີ່ປຶກສາກິດຕິມະສັກສະໂມສອນ ເບ ສະຫວັນ ເອັບຊີ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ໂອກາດນີ້, ທ່ານ ບຸນມີ ຫຼ່ຽມໄຊຍະຈັກ ລາຍງານວ່າ: ແຂ່ງຂັນບານເຕະເຍົາວະຊົນລາຍການດັ່ງກ່າວ ຈັດຂຶ້ນວັນທີ 17-23 ມິຖຸນາ 2026 ຢູ່ນະຄອນທາຍຫງນຽນ ສສ ຫວຽດນາມ ໂດຍມີທີມຊັ້ນນໍາໃນອາຊຽນ ແລະ ຫຼາຍປະເທດ ເຂົ້າຮ່ວມຊີງໄຊ ໃນນີ້ U-10 ສະໂມສອນ ເບ ສະຫວັນ ເອັບຊີ ຖືກຈັດຢູ່ກຸ່ມ B ຮ່ວມ ກັບເຈົ້າພາບ ສສ ຫວຽດນາມ ແລະ ຫຼານນ້ອຍຂອງພວກເຮົາ ກໍເຮັດໃຫ້ບໍ່ຜິດຫວັງ ຍິງປະຕູຄູ່ແຂ່ງຂັນເຖີງ 75 ປະຕູ ທັງເປັນສະຖິຕິໃໝ່ ບໍ່ເສຍຈັກປະຕູໃນລາຍການນີ້ ສໍາລັບເດືອນກໍລະກົດ ທີ່ຈະມາເຖິງນີ້ ພວກເຮົາຍັງຈະສົ່ງນັກກິລາ ເຂົ້າຮ່ວມແຂ່ງຂັນເຕະບານຊີງແຊ້ມນານາຊາດ ຢູ່ແຂວງຊຽງໃໝ່ ປະເທດໄທ ຄາດວ່າຈະມີທີມຈາກ 15 ຊາດ ເຂົ້າຮ່ວມ ນອກນີ້ຍັງຈະສົ່ງນັກກິລາໄປຮ່ວມຊີງແຊ້ມ ຢູ່ນະຄອນຊຽງໄຮ້ ສປ ຈີນ ຕື່ມອີກ ເຊິ່ງພວກເຮົາຈະສຸມທຸກຄວາມພະຍາມ ເພື່ອຍາດເອົາໄຊຊະນະມາໃຫ້ຊາວ ນວ ກໍຄືປະເທດຊາດ.
ໂອກາດດຽວກັນ, ທ່ານ ສີລິລາດທົງສິນ ທອງເພັງ ກໍໄດ້ສະແດງຄວາມ ຍິນດີຕ້ອນຮັບ ແລະ ຊົມເຊີຍຄະນະບໍລິຫານ, ຄູຝຶກ ແລະ ນັກກິລາ ສະໂມສອນ ເບ ສະຫວັນ ເອັບຊີ ທີ່ສາມາດຍາດໄດ້ຜົນງານອັນໂດດເດັ່ນ ແລະ ຄວ້າແຊ້ມລາຍການນານາຊາດ ມາຝາກຕ້ອນຊາວ ນວ ກໍຄືຊາວລາວ ໄດ້ພາກພູມໃຈ ເຊິ່ງສະໂມສອນດັ່ງກ່າວ ຄະນະພັກ-ອົງການປົກຄອງ ນວ ໄດ້ຮັບຮູ້ ຕິດຕາມ ແລະ ອໍານວຍຄວາມສະ ດວກໃນການເຄື່ອນໄຫວມາໂດຍຕະຫຼອດ ແລະ ຢືນຢັນຈະສືບຕໍ່ໃຫ້ການສະໜັບສະໜູນ ແລະ ອໍານວຍຄວາມສະດວກຢ່າງສຸດຄວາມສາມາດ ເພື່ອໃຫ້ສະໂມສອນ ເບ ສະຫວັນ ເອັບຊີ ຍາດເອົາຜົນງານໃໝ່ ຍິ່ງໃຫຍ່ກວ່າເກົ່າ ມາຝາກຕ້ອນຊາວ ນວ ກໍຄື ສປປ ລາວ ໃນອະນາຄົດ.
ພາບ ແລະ ຂ່າວໂດຍ: ສົງການ ພັນແພງດີ