ທີມປະຕິຫານ ຄວ້າແຊ໋ມບານສົ່ງຊາຍ ຊີງຂັນຫົວໜ້າພະແນກ ສກຂ ຈຳປາສັກ 2026 ຕ້ອນຮັບວັນສ້າງຕັ້ງກິລາລາວ ຄົບຮອບ 60 ປີ
29/06/2026

ເພື່ອສ້າງຂະບວນການຟົດຟື້ນຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງກິລາ-ກາຍຍະກຳແຫ່ງຊາດລາວ ຄົບຮອບ 60 ປີ (13 ກໍລະກົດ 1966 – 13 ກໍລະກົດ 2026) ໃຫ້ມີບັນຍາກາດເບີກບານມ່ວນຊື່ນ ແລະ ມີຄວາມໝາຍຄວາມສຳຄັນຢ່າງເລິກເຊິ່ງ, ສວນອາຫານ ອິນທະວົງ ຮ່ວມກັບ ຮ້ານຂາຍເຄື່ອງກິລາ ດີພີ ສະປອດ (DP Sport) ນະຄອນປາກເຊ ແຂວງຈຳປາສັກ ໄດ້ຮ່ວມກັນເປັນເຈົ້າພາບຈັດການແຂ່ງຂັນກິລາບານສົ່ງ ປະເພດທີມຊາຍ ສຸດຍິ່ງໃຫຍ່ ເພື່ອຊີງຂັນລາງວັນກຽດຕິຍົດຂອງ ທ່ານຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງຈຳປາສັກ ປະຈຳປີ 2026.
ການແຂ່ງຂັນໃນຄັ້ງນີ້ ໄດ້ຈັດຂຶ້ນຢ່າງເປັນທາງການໃນລະຫວ່າງວັນທີ 27-28 ມິຖຸນາ 2026 ທີ່ຜ່ານມາ ຢູ່ທີ່ສະໜາມກິລາ ສວນອາຫານອິນທະວົງ (ຫຼັກ 28), ບ້ານຫ້ວຍນ້ຳໃສ, ເມືອງປະທຸມພອນ, ແຂວງຈຳປາສັກ ໂດຍມີມູນຄ່າການຈັດການແຂ່ງຂັນ ແລະ ລາງວັນຕ່າງໆ ລວມທັງໝົດສູງເຖິງ 20,000,000 ກີບ. ເຊິ່ງໃນການແຂ່ງຂັນຄັ້ງນີ້ ມີທີມເຂົ້າຮ່ວມປະຊັນຝີມືທັງໝົດ 8 ທີມ ທີ່ມາຈາກທັງພາຍໃນ ແລະ ຕ່າງແຂວງ, ແຕ່ລະທີມໄດ້ສ້າງຄວາມຕື່ນເຕັ້ນ ແລະ ສົ່ງສຽງເຊຍຢ່າງຟົດຟື້ນຈາກມວນຊົນທີ່ເຂົ້າຮ່ວມຮັບຊົມ. ຜ່ານການແຂ່ງຂັນຢ່າງດຸເດືອດຕະຫຼອດ 2 ວັນ ໃນທີ່ສຸດກໍສາມາດຄົ້ນຫາທີມສຸດຍອດສີມືທີ່ຄວ້າລາງວັນໄປຄອງ ໂດຍລາງວັນຊະນະເລີດ ໄດ້ແກ່ ທີມປະຕິຫານ ຄວ້າຂັນລາງວັນກຽດຕິຍົດ 1 ໜ່ວຍ ພ້ອມເງິນສົດ 3,000,000 ກີບ, ຮອງຊະນະເລີດ ໄດ້ແກ່ ທີມເມືອງສຸຂຸມາ ຮັບເງິນສົດ 1,500,000 ກີບ ແລະ ອັນດັບທີ 3 ໄດ້ແກ່ ທີມພະລັງໜຸ່ມ ຮັບເງິນສົດ 1,000,000 ກີບ.
ການຈັດກິດຈະກຳໃນຄັ້ງນີ້ ບໍ່ພຽງແຕ່ເປັນການສະເຫຼີມສະຫຼອງວັນປະຫວັດສາດຂອງວົງການກິລາລາວເທົ່ານັ້ນ, ແຕ່ຍັງເປັນການສົ່ງເສີມໃຫ້ໄວໜຸ່ມ ແລະ ປະຊາຊົນພາຍໃນແຂວງຈຳປາສັກ ໄດ້ຫັນມາໃສ່ໃຈການຫຼິ້ນກິລາເພື່ອສຸຂະພາບ, ຫຼີກເວັ້ນຈາກສິ່ງເສບຕິດ, ທັງເປັນການສ້າງຄວາມສາມັກຄີອັນແໜ້ນແຟ້ນລະຫວ່າງສະໂມສອນ ແລະ ໄວໜຸ່ມຜູ້ມັກຮັກໃນກິລາບານສົ່ງໃຫ້ມີເວທີໃນການສະແດງຄວາມສາມາດຢ່າງສ້າງສັນອີກດ້ວຍ.
ຂ່າວຫຼ້າສຸດ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ
- ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍາປີ 2026
