ເຍົາວະຊົນ “ເບ ສະຫວັນ ເອັບຊີ” ກັບເຖິງບ້ານເກີດຢ່າງປອດໄພ ຫຼັງຄວ້າແຊ້ມບານເຕະນານາຊາດ ທີ່ຊຽງໃໝ່ ພ້ອມກຽມລຸຍຕໍ່ ທີ່ ສປ ຈີນ
12/07/2026

ທີມນັກກິລາເຍົາວະຊົນ ສະໂມສອນ ເບ ສະຫວັນ ເອັບຊີ (Be Savan FC) ໄດ້ເດີນທາງກັບຄືນເຖິງບ້ານເກີດເມືອງນອນ ທີ່ນະຄອນຫຼວງວຽງຈັນ ດ້ວຍຄວາມປອດໄພເປັນທີ່ຮຽບຮ້ອຍແລ້ວ ໃນຄໍ່າຄືນວັນທີ 6 ກໍລະກົດ ຜ່ານມາ ທີ່ດ່ານຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 (ເມືອງຫາດຊາຍຟອງ), ຫຼັງຈາກສ້າງຜົນງານອັນໂດດເດັ່ນ ດ້ວຍການຄວ້າແຊ້ມການແຂ່ງຂັນບານເຕະເຍົາວະຊົນນານາຊາດ ລາຍການ COPA NAKA 2026 ໃນຮຸ່ນອາຍຸບໍ່ເກີນ 10 ປີ (U10) ທີ່ແຂວງຊຽງໃໝ່ ປະເທດໄທ ພ້ອມທັງຄວ້າໂຄຕ້າເຂົ້າຮ່ວມການແຂ່ງຂັນ ທີ່ປະເທດສິງກະໂປ.
ການເດີນທາງກັບໃນຄັ້ງນີ້ ທັບນັກກິລາທຸກຄົນກໍສາມາດເດີນທາງກັບເຖິງຈຸດໝາຍຢ່າງສະຫວັດດິພາບ ນຳພາໂດຍ ທ່ານ ຄອນສະຫວັນ ສິດທິໄທ ຫົວໜ້າຄູຝຶກສະໂມສອນ ເບ ສະຫວັນ ເອັບຊີ. ຂະນະທີ່ ທ່ານ ບຸນມີ ຫຼ່ຽມໄຊຍະຈັກ ປະທານສະຫະພັນບານເຕະຄົນພິການຕາແຫ່ງຊາດລາວ, ຮອງປະທານສະຫະພັນບານເຕະ ນະຄອນຫຼວງວຽງຈັນ ທັງເປັນປະທານກິດຕິມະສັກຂອງສະໂມສອນ ໄດ້ເດີນທາງມາຮອດກ່ອນໃນມື້ດຽວກັນ ແລະ ໄດ້ຮ່ວມຕ້ອນຮັບຄະນະນັກກິລາຢ່າງອົບອຸ່ນ ຮ່ວມກັບຄະນະບໍລິຫານງານສະໂມສອນ ແລະ ພໍ່ແມ່ຜູ້ປົກຄອງນັກກິລາ.
ການແຂ່ງຂັນບານເຕະເຍົາວະຊົນ U10 ລາຍການ COPA NAKA 2026 ຈັດຂຶ້ນລະຫວ່າງວັນທີ 4-5 ກໍລະກົດ 2026 ທີ່ແຂວງຊຽງໃໝ່ ປະເທດໄທ ໂດຍມີທີມເຂົ້າຮ່ວມທັງໝົດຈາກ 12 ປະເທດ ໃນຂົງເຂດທະວີບອາຊີ ແລະ ອາຊຽນ. ໃນການແຂ່ງຂັນຄັ້ງນີ້, ທັບນັກເຕະເຍົາວະຊົນ ເບ ສະຫວັນ ເອັບຊີ ເຮັດຜົນງານໄດ້ຢ່າງໂດດເດັ່ນ ແລະ ສາມາດເອົາຊະນະຄູ່ແຂ່ງຂັນໄປໄດ້ຢ່າງຂາດຮອຍ ໂດຍສະເພາະໃນຮອບ 8 ທີມສຸດທ້າຍ ສາມາດເອົາຊະນະ ທີມຊຽງໃໝ່ ເອັບເອ (Chiangmai FA) ໄປໄດ້ເຖິງ 7-0 ປະຕູ, ຮອບຮອງຊະນະເລີດ ເອົາຊະນະ ທີມລຳປາງ ອາຣີນາ (Lampang Arena) 5-1 ປະຕູ ແລະ ໃນຮອບຊີງຊະນະເລີດ ໄດ້ໂຄຈອນມາພົບກັບ ສະປີຣິດ ອາຄາເດມີ (Spirit Academy) ທີມຈາກ ສປປ ລາວ ດ້ວຍກັນ ເຊິ່ງຜົນການແຂ່ງຂັນແມ່ນ ເບ ສະຫວັນ ເອັບຊີ ໄລ່ຖະຫຼົ່ມເອົາຊະນະໄປໄດ້ 5-2 ປະຕູ ຄວ້າຂັນແຊ້ມປະຈຳລາຍການໄປຄອງຢ່າງສົມກຽດ ພ້ອມທັງໄດ້ຮັບສິດໄປຮ່ວມແຂ່ງຂັນໃນລະດັບນານາຊາດ ທີ່ປະເທດສິງກະໂປ ໃນເດືອນພະຈິກ 2026 ທີ່ຈະມາເຖິງນີ້.
ກ່ອນໜ້ານີ້, ທັບນັກເຕະເຍົາວະຊົນ ເບ ສະຫວັນ ເອັບຊີ ໃນຮຸ່ນອາຍຸດັ່ງກ່າວ ກໍເຄີຍສ້າງຜົນງານອັນໂດດເດັ່ນ ດ້ວຍການຄວ້າແຊ້ມບານເຕະຊີງແຊ້ມນານາຊາດ ທີ່ນະຄອນຖາຍຫງວຽນ ສສ ຫວຽດນາມ ມາແລ້ວ.
ຫຼັງຈາກນີ້, ທີມເຍົາວະຊົນ ເບ ສະຫວັນ ເອັບຊີ ຈະມີເວລາພັກຜ່ອນ ແລະ ກຽມຕົວພຽງແຕ່ 5 ວັນ ເທົ່ານັ້ນ ກ່ອນຈະມີແຜນສືບຕໍ່ອອກເດີນທາງໄປຮ່ວມການແຂ່ງຂັນລາຍການໃຫຍ່ ທີ່ນະຄອນຊຽງໄຮ້ ສປ ຈີນ ໃນວັນທີ 12 ກໍລະກົດ 2026 ນີ້.
ພາບ-ຂ່າວໂດຍ: ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ
- ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍາປີ 2026


