ແຂວງຈຳປາສັກ ກຽມຈັດຫຼາຍກິດຈະກຳ ສະຫຼອງວັນສ້າງຕັ້ງກິລາລາວ ຄົບຮອບ 60 ປີ ກາງເດືອນກໍລະກົດນີ້
12/07/2026

ພະແນກສຶກສາທິການ ແລະ ກິລາ ແຂວງຈຳປາສັກ ກຽມຈັດຫຼາຍກິດຈະກຳ ໂດຍສະເພາະແມ່ນການແຂ່ງຂັນມວຍ ມິດຕະພາບ ລາວ-ກຳປູເຈຍ, ແຂ່ງຂັນກິລາກະຕໍ້, ກິລາເປຕັງ ແລ່ນ ໄລຍະ 3 ກິໂລແມັດ ຫາ 7 ກິໂລແມັດ ພ້ອມທັງຈັດບູ໊ດວາງສະແດງສິນຄ້າຕ່າງໆ ໃນລະຫວ່າງວັນທີ 12-13 ກໍລະກົດນີ້ ເນື່ອງໃນໂອກາດສ້າງຂະບວນການປຸກລະດົມພໍ່ແມ່ປະຊາຊົນບັນດາເຜົ່າຊາວແຂວງຈຳປາສັກ ຮ່ວມກັນສະເຫຼີມສະຫຼອງວັນສ້າງຕັ້ງກິລາ-ກາຍຍະກຳແຫ່ງຊາດ ຄົບຮອບ 60 ປີ ໃຫ້ເປັນຂະບວນການຟົດຟື້ນ ເບີກບານ ແລະ ມ່ວນຊື່ນ.
ທ່ານ ໂພໄຊ ວົງຄໍາຊາວ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຈໍາປາສັກ ລາຍງານໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້ ທາງ ສກຂ ຈຳປາສັກ ພວກເຮົາໄດ້ມີການຖະແຫຼງຂ່າວແຈ້ງການໃຫ້ມວນຊົນຊາວແຂວງຈຳປາສັກ ຮັບຮູ້ຢ່າງທົ່ວເຖີງ ກ່ຽວກັບການຈັດບັນດາກິດຈະກຳຕ່າງໆ ເຊິ່ງໃນປີນີ້ ຈະຈັດການແຂ່ງຂັນມວຍ ມິດຕະພາບ ລະຫວ່າງ ສປປ ລາວ ແລະ ກຳປູເຈຍ ໃນວັນຕອນແລງວັນທີ 12 ກໍລະກົດ 2026 ທີ່ລານນອກສະໜາມກິລາແຂວງຈຳປາສັກ ເທດສະບານ ນະຄອນ ປາກເຊ ພາຍໃນງານກໍຈະມີການວາງສະແດງສິນຄ້າຕ່າງໆ ເພື່ອຄົບງັນໃຫ້ມວນຊົນໄດ້ເຂົ້າໄປທ່ຽວຊົມຢ່າງຄືນຄື້ນ ແລະ ເບີກບານມ່ວນຊື່ນ.
ສ່ວນໃນຕອນເຊົ້າວັນທີ 13 ກໍລະກົດ 2026 ຈະສືບຕໍ່ຈັດກິດຈະກຳແລ່ນ ໄລຍະ 3 ກິໂລແມັດ ແລະ 7 ກິໂລແມັດ ເຊິ່ງໄດ້ມີການເຊີນ ທ່ານ ນາງ ລົດແກ້ວ ອິນທະກຸມມານ ນັກກິລາແລ່ນ-ລານທີມຊາດລາວ ທີ່ສ້າງຜົນງານພົ້ນເດັ່ນຢ່າງຫຼວງຫຼາຍ ດ້ວຍການຄວ້າແຊ໋ມທັງພາຍໃນ ແລະ ຕ່າງປະເທດ ມາຮ່ວມງານນຳ. ນອກນັ້ນ ກໍຍັງຈະມີການແຂ່ງຂັນກິລາກະຕໍ້ ແລະ ກິລາເປຕັງ ອີກດ້ວຍ. ສະນັ້ນ ຂໍເຊີນຊວນພໍ່ແມ່ປະຊາຊົນບັນດາເຜົ່າຊາວແຂວງຈຳປາສັກ ມາຮ່ວມງານຄັ້ງນີ້ດ້ວຍກັນ ເພື່ອເຮດໃຫ້ວັນສ້າງຕັ້ງກິລາລາວ ເຕັມໄປດ້ວຍມີຄວາມໝາຍຢ່າງເລິກເຊິ່ງ.
ຂ່າວໂດຍ: ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ
- ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍາປີ 2026
