ດັບເບິນຢູໄອຈີ ນາຄາ ແຊ໋ມ ໄອເບີ ຄັບ 2 ສະໄໝ ຖືກຕ້ອນຮັບຢ່າງສົມກຽດ
13/07/2026

ທີມບານເຕະລູກຫຼານພະຍານາກ ສະໂມສອນ ດັບເບິນຢູໄອຈີ ນາຄາ ໄດ້ເດີນທາງກັບເຖິງບ້ານເກີດເມືອງນອນ ພ້ອມຂັນແຊ໋ມ ເຕະບານເຍົາວະຊົນຊີງແຊ໋ມນານາຊາດ ລາຍການ ໄອເບີ ຄັບ 2026 ຈັດຂິ້ນທີ່ປະເທດປອກຕຸຍການ ທີ່ສາມາດປ້ອງກັນແຊ໋ມສະໄໝທີ 2 ຕິດຕໍ່ກັນ ຖືກການນຳ ນະຄອນຫຼວງວຽງຈັນ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າຊາວລາວ ຕ້ອນຮັບຢ່າງສົມກຽດ.
ພາຍຫຼັງທີ່ຂຸນພົນພະຍານາກ ສະໂມສອນ ດັບເບິນຢູໄອຈີ ປ້ອງກັນແຊ໋ມສະໄໝທີ 2 ຕິດຕໍ່ກັນ ລາຍການ ໄອເບີ ຄັບ 2026 ທີ່ປະເທດປອກຕຸຍການ ກໍໄດ້ເດີນທາງມາເຖິງນະຄອນຫຼວງວຽງຈັນ ສປປ ລາວ ໃນຕອນເຊົ້າວັນທີ 8 ກໍລະກົດ 2026 ທີ່ສະໜາມບິນສາກົນວັດໄຕ ນຳພາໂດຍທ່ານ ວຽງໄຊ ວິໄລກຸນ ປະທານສະໂມສອນ ດັບເບິນຢູໄອຈີ ນາຄາ ກໍໄດ້ມີຄະນະນຳກິລາຈາກກະຊວງສຶກສາທິການ ແລະ ກິລາ ພ້ອມຂະບວນລົດຈັກ ຮາເລ້ ຈຳນວນ 50 ຄັນ ນຳພາແຫ່ຂະບວນ ຕາມທ້ອງຖະໜົນຢ່າງເປັນຂະບວນຄຶກຄື້ນ ກ່ອນໄດ້ຮັບການຕ້ອນຮັບຢ່າງສົມກຽດທີ່ປະຕູໄຊ ໂດຍທ່ານ ປອ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກຳມະການປົກຄອງ ນະຄອນຫຼວງວຽງຈັນ ພ້ອມດ້ວຍບັນດາຄະນະພະແນກອ້ອມຂ້າງ ແລະ ມວນຊົນທັງຊາວລາວ ແລະ ຊາວຕ່າງຊາດ ຕະຫຼອດຮອດຜູ້ປົກຄອງ ຮ່ວມສະແດງຄວາມຍິນດີ.
ທ່ານ ຕົ້ນຈັກກິດ ນ້ອຍສົມສີ ຫົວໜ້າຄູຝຶກສະໂມສອນ ດັບເບິນຢູໄອຈີ ນາຄາ ໃຫ້ສຳພາດວ່າ: ກ່ອນຈະປ້ອງກັນແຊ໋ມໃນການແຂ່ງຂັນລາຍການດັ່ງກ່າວ ພວກເຮົາໄດ້ເດີນທາງໄປເກັບຕົວຝຶກຊ້ອມເປັນເດືອນ ຕອນນີ້ ຄິດຮອດເຂົ້າໜ້ຽວ ແລະ ຕຳໝາກຮຸ່ງແຮງ ນັກກິລາທຸກຄົນຊຸດນີ້ ພ້ອມພຽງກັນສູ້ໄດ້ເຕັມທີ່ ເຮັດຜົນງານອອກມາດີຫຼາຍ ສາມາດເອົາຊະນະຄູແຂ່ງຂັນ ຂາດຮອຍ ແລະ ກໍປ້ອງກັນແຊ໋ມໄດ່ສຳເລັດ ງານຕໍ່ໄປ ພວກເຮົາຈະໄດ້ກຽມໄປແຂ່ງຂັນທີ່ນະຄອນ ຊຽງໄຮ ສປ ຈີນ ເຊິ່ງເປັນລາຍການ ທີ່ລັດຖະບານຈີນ ຈັດຂຶ້ນ ໂດຍໄດ້ມີການຊີນເອົາ 8 ສະໂມສອນລະດັບຊັ້ນນຳ ຈາກລະຊາດມາຮ່ວມຊີງໄຊ, ໃນນັ້ນ ກໍມີສະໂມສອນ ບາເຊໂລນາ ແລະ ທີມດັງ ໃນປະເທດຍີ່ປຸ່ນ ມາຮ່ວມແຂ່ງຂັນ ຂໍຝາກເປັນກຳລັງໃຈໃຫ້ຫຼານນ້ອຍທຸກຄົນຕື່ມ ແລ້ວພວກເຮົາຈະພະຍາຍາມຍາດແຊ໋ມ ມາຝາກ ເພື່ອຄວາມພາກພູມໃຈຂອງຊາວລາວທຸກຄົນ.
ຂ່າວໂດຍ: ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ສສກ ຮ່ວມກັບ ລັດຖະບານອົດສະຕຣາລີ ສົ່ງເສີມຄວາມເປັນຜູ້ນຳຂອງແມ່ຍິງ ແລະ ການປົກປ້ອງເດັກ ໃນຂະແໜງ ການສຶກສາ
- ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີສຶກສາອາຊຽນ ຄັ້ງທີ 14 ແລະ ກອງປະຊຸມປິ່ນອ້ອມ ທີ່ ສິງກະໂປ
- ສປປ ລາວ ສືບຕໍ່ໄດ້ຮັບໄວ້ວາງໃຈໃຫ້ເປັນເຈົ້າພາບ ຈັດການແຂ່ງຂັນກິລາປິ່ງປ່ອງເຍົາວະຊົນໂລກ ແລະ ຮຸ່ນທົ່ວໄປ WTT 2026
- ສສກ ອົບຮົມວຽກງານການຈັດຊື້-ຈັດຈ້າງ ໃຫ້ຜູ້ຮັບຜິດຊອບຂອງບັນດາຫົວໜ່ວຍການເງິນທີ່ຂຶ້ນກັບກະຊວງ
- ຟີຟາ ສັ່ງສອບສວນເຫດການຫຼັງເກມນັດຊີງຊະນະເລີດບານໂລກ 2026
- ລະດົມຄວາມຄິດໃສ່ (ຮ່າງ) ຄຳແນະນຳ ກ່ຽວກັບການສ້າງຕັ້ງ ແລະ ການເຄື່ອນໄຫວຂອງສະພາວິທະຍາສາດແຫ່ງຊາດ
ຂ່າວທີ່ອ່ານຫຼາຍ
- ສສກ ຮ່ວມກັບ ລັດຖະບານອົດສະຕຣາລີ ສົ່ງເສີມຄວາມເປັນຜູ້ນຳຂອງແມ່ຍິງ ແລະ ການປົກປ້ອງເດັກ ໃນຂະແໜງ ການສຶກສາ
- ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີສຶກສາອາຊຽນ ຄັ້ງທີ 14 ແລະ ກອງປະຊຸມປິ່ນອ້ອມ ທີ່ ສິງກະໂປ
- ສປປ ລາວ ສືບຕໍ່ໄດ້ຮັບໄວ້ວາງໃຈໃຫ້ເປັນເຈົ້າພາບ ຈັດການແຂ່ງຂັນກິລາປິ່ງປ່ອງເຍົາວະຊົນໂລກ ແລະ ຮຸ່ນທົ່ວໄປ WTT 2026



