ແຂວງຜົ້ງສາລີ ຈັດກິດຈະກຳຍ່າງເພື່ອສຸຂະພາບ ສະຫຼອງວັນສ້າງຕັ້ງກິລາ-ກາຍະກຳແຫ່ງຊາດ ຄົບຮອບ 60 ປີ ຢ່າງຟົດຟື້ນ
13/07/2026

ເພື່ອເປັນການສ້າງຂະບວນການສະເຫຼີມສະຫຼອງວັນສ້າງຕັ້ງກິລາ-ກາຍະກຳແຫ່ງຊາດ ຄົບຮອບ 60 ປີ ໃຫ້ມີເນື້ອໃນຄວາມໝາຍເລິກເຊິ່ງ, ສ້າງຄວາມສາມັກຄີເປັນປຶກແຜ່ນ ແລະ ສົ່ງເສີມສຸຂະພາບພະລານາໄມທີ່ສົມບູນ ໃນຕອນເຊົ້າຂອງວັນທີ 10 ກໍລະກົດ 2026 ນີ້, ຢູ່ທີ່ເດີ່ນຜາມໄຊຂອງແຂວງ ໄດ້ຈັດຂະບວນການຍ່າງເພື່ອສຸຂະພາບ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ອູ່ຄໍາ ຕຸລາພັນ ກໍາມະການປະຈໍາພັກແຂວງ, ຮອງປະທານຄະນະກໍາມະການປົກຄອງແຂວງ, ຜູ້ຊີ້ນໍາຂົງເຂດວັດທະນະທໍາ-ສັງຄົມຂັ້ນແຂວງ, ທ່ານ ຄໍາເພັດ ຈິດປັນຍາ ກໍາມະການພັກແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີບັນດາທ່ານຫົວໜ້າ-ຮອງຫົວໜ້າພະແນກການ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ຕະຫຼອດຮອດຄູ-ອາຈານ ແລະ ມວນຊົນພາຍໃນແຂວງເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ທ່ານ ສອນ ທອງປະເສີດ ຄະນະພັກຮາກຖານ, ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໄດ້ກ່າວວ່າ: ວັນສ້າງຕັ້ງກິລາ-ກາຍະກຳແຫ່ງຊາດ ຄົບຮອບ 60 ປີ (13 ກໍລະກົດ 1966-13 ກໍລະກົດ 2026) ເປັນຂີດໝາຍປະຫວັດສາດອັນສໍາຄັນ ເພື່ອຫວນຄືນມູນເຊື້ອແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງວຽກງານກິລາລາວ, ທັງເປັນການປຸກລະດົມໃຫ້ທົ່ວສັງຄົມຫັນມາໃສ່ໃຈການອອກກຳລັງກາຍ ເພື່ອສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບ ແລະ ມີສຸຂະພາບແຂງແຮງ ພ້ອມກັນພັດທະນາປະເທດຊາດ.
ໃນໂອກາດນີ້, ທ່ານ ອູ່ຄຳ ຕຸລາພັນ ໄດ້ໃຫ້ກຽດກ່າວເປີດພິທີການຍ່າງເພື່ອສຸຂະພາບຢ່າງເປັນທາງການ ພ້ອມທັງໄດ້ຮຽກຮ້ອງໃຫ້ທຸກພາກສ່ວນຮ່ວມແຮງຮ່ວມໃຈກັນ ເຮັດໃຫ້ຂະບວນການຄັ້ງນີ້ເຕັມໄປດ້ວຍຮອຍຍິ້ມ, ຄວາມສາມັກຄີ ແລະ ມີຄວາມເປັນລະບຽບຮຽບຮ້ອຍ. ຈາກນັ້ນ, ສັນຍານປ່ອຍຕົວຂະບວນການຍ່າງມາລະທອນໄດ້ເລີ່ມຂຶ້ນຢ່າງເປັນທາງການ ໂດຍມີຜູ້ເຂົ້າຮ່ວມນັບຮ້ອຍຄົນ. ເສັ້ນທາງຂອງຂະບວນການຍ່າງແມ່ນໄດ້ເລີ່ມຕົ້ນອອກຈາກຈຸດເຕົ້າໂຮມທີ່ເດີ່ນຜາມໄຊ ເຄື່ອນຂະບວນມຸ່ງໜ້າໄປຫາ 4 ແຍກບ້ານບຸນເໜືອ ແລະ ສືບຕໍ່ຍ່າງໄປຫາ 4 ແຍກທາງຂຶ້ນຫ້ອງວ່າການແຂວງ ແລ້ວຈຶ່ງອ້ອມລົງມາສູ່ຈຸດເລີ່ມຕົ້ນ (ເດີ່ນຜາມໄຊ). ຕະຫຼອດເສັ້ນທາງແມ່ນເຕັມໄປດ້ວຍບັນຍາກາດແຫ່ງຄວາມເບີກບານມ່ວນຊື່ນ ແລະ ສະແດງໃຫ້ເຫັນເຖິງພະລັງແຫ່ງຄວາມສາມັກຄີອັນຍິ່ງໃຫຍ່ຂອງທຸກພາກສ່ວນພາຍໃນແຂວງ.
ຂ່າວຫຼ້າສຸດ
- ລາວ-ຍີ່ປຸ່ນ ສືບຕໍ່ຮ່ວມມື ຈັດຕັ້ງປະຕິບັດໂຄງການ ITEAM3 ປັບປຸງຄຸນນະພາບການສຶກສາຄະນິດສາດປະຖົມ ທົ່ວປະເທດ
- ທັບນັກກິລາກະຕໍ້ ຈຳປາສັກ ພ້ອມ 100% ລຸຍຊີງແຊ້ມທົ່ວປະເທດ ພ້ອມຕັ້ງເປົ້າສູ້ຊົນຄວ້າແຊ້ມ ເພື່ອສ້າງສູ່ 2 ງານໃຫຍ່ລະດັບຊາດ
- ສສກ.ນວ ຈະສຸມໃສ່ຊ່ວຍເຫຼືອນັກຮຽນທຸກຍາກ ແກ້ໄຂບັນຫາການປະລະການຮຽນ ທົ່ວນະຄອນຫຼວງວຽງຈັນ
- ສສກ ຮ່ວມກັບ ລັດຖະບານອົດສະຕຣາລີ ສົ່ງເສີມຄວາມເປັນຜູ້ນຳຂອງແມ່ຍິງ ແລະ ການປົກປ້ອງເດັກ ໃນຂະແໜງ ການສຶກສາ
- ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີສຶກສາອາຊຽນ ຄັ້ງທີ 14 ແລະ ກອງປະຊຸມປິ່ນອ້ອມ ທີ່ ສິງກະໂປ
- ສປປ ລາວ ສືບຕໍ່ໄດ້ຮັບໄວ້ວາງໃຈໃຫ້ເປັນເຈົ້າພາບ ຈັດການແຂ່ງຂັນກິລາປິ່ງປ່ອງເຍົາວະຊົນໂລກ ແລະ ຮຸ່ນທົ່ວໄປ WTT 2026


