ແຂວງຜົ້ງສາລີ ປາຖະກະຖາມູນເຊື້ອວັນສ້າງຕັ້ງກິລາ-ກາຍະກໍາແຫ່ງຊາດ ຄົບຮອບ 60 ປີ
13/07/2026

ໃນຕອນເຊົ້າຂອງວັນທີ 10 ກໍລະກົດ 2026 ນີ້ ທີ່ສະໂມສອນແຂວງຜົ້ງສາລີ ຈັດພິທີສະເຫຼີມສະຫຼອງເລົ່າມູນເຊື້ອວັນສ້າງຕັ້ງກິລາ – ກາຍະກໍາແຫ່ງຊາດ ຄົບຮອບ 60 ປີ (13 ກໍລະກົດ 1966 – 13 ກໍລະກົດ 2026) ຢ່າງເປັນທາງການ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ອູ່ຄໍາ ຕຸລາພັນ ກໍາມະການປະຈໍາພັກແຂວງ, ຮອງປະທານຄະນະກຳມະການປົກຄອງແຂວງ, ຜູ້ຊີ້ນໍາຂົງເຂດວັດທະນະທໍາ-ສັງຄົມຂັ້ນແຂວງ, ມີທ່ານ ຄໍາເພັດ ຈິດປັນຍາ ກໍາມະການພັກແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ບັນດາທ່ານ ຄະນະພະແນກ, ຄະນະນຳພະແນກການອ້ອມຂ້າງແຂວງ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ຕະຫຼອດຮອດຄູ-ອາຈານ ແລະ ມວນຊົນພາຍໃນແຂວງເຂົ້າຮ່ວມຢ່າງພ້ອມພຽງ.
ກ່ອນການເປີດພິທີ, ຜູ້ເຂົ້າຮ່ວມໄດ້ຮັບຊົມການສະແດງສິລະປະ ຈາກໜ່ວຍວັນນະຄະດີຂອງກອງກໍາລັງປ້ອງກັນຊາດ, ປ້ອງກັນຄວາມສະຫງົບແຂວງ, ໜ່ວຍວັນນະຄະດີຈາກບ້ານນໍ້າຍ່ອງໃໝ່ ແລະ ບ້ານໂອ້ມ່າດ້ວຍບັນຍາກາດຟົດຟື້ນ ແລະ ເບີກບານມ່ວນຊື່ນ.ຈາກນັ້ນ, ທ່ານ ຄໍາເພັດ ຈິດປັນຍາ ກໍາມະການພັກແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໃຫ້ກຽດຂຶ້ນເລົ່າມູນເຊື້ອປະຫວັດຄວາມເປັນມາຂອງການສ້າງຕັ້ງກິລາ-ກາຍະກໍາແຫ່ງຊາດຄົບຮອບ 60 ປີ (13 ກໍລະກົດ 1966 – 13 ກໍລະກົດ 2026) ເຊິ່ງທ່ານໄດ້ຍົກໃຫ້ເຫັນການກໍາເນີດຂອງກິລາ-ກາຍະກໍາທີ່ຖອດແບບອອກມາຈາກວິທີຊິວິດຈິງຂອງການຕໍ່ສູ້ ແລະ ການທຳມາຫາກິນຂອງຄົນໃນຍຸກເກົ່າ, ການເຕີບໃຫຍ່ຂະຫຍາຍຕົວຂອງກິລາ-ກາຍະກໍາກ່ອນ ແລະ ຫຼັງໄດ້ຮັບການປົດປ່ອຍປະເທດຊາດອອກຈາກແອກປົກຄອງຂອງພວກລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ ກ້າວສູ່ການພັດທະນາວຽກງານກິລາ-ກາຍະກໍາໂດຍພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວ.
ໃນໂອກາດທີ່ມີຄວາມໝາຍສໍາຄັນນີ້, ປະທານພິທີໄດ້ໂອ້ລົມ ແລະ ເນັ້ນໜັກຄືນການເຕີບໃຫຍ່ຂະຫຍາຍ ຕົວ ຂອງກິລາ-ກາຍະກໍາແຫ່ງຊາດລາວ ກໍຄືວຽກງານວິທະຍາສາດ, ສຶກສາ ແລະ ກິລາ ລວມທັງການຂະຫຍາຍຕົວຂອງການພັດທະນາເສດຖະກິດ-ສັງຄົມ ແຕ່ລະໄລຍະ, ການເຕີບໃຫຍ່ທາງດ້ານການຈັດຕັ້ງ, ຈຳນວນພົນ ແລະ ການເຄື່ອນໄຫວທາງດ້ານການແຂ່ງຂັນກິລາປະເພດຕ່າງໆ ໄດ້ມີການເປີດກ້ວາງສູ່ຄຸນນະພາບໃໝ່ ແລະ ມີການປ່ຽນແປງໃຫຍ່ຫຼວງຮອບດ້ານ, ການຂະຫຍາຍຕົວ ແລະ ພັດທະນາຂຶ້ນເລື້ອຍໆຂອງວຽກງານກິລາ-ກາຍະກຳພາຍໃນແຂວງໃນໄລຍະຜ່ານມາ. ສັງລວມຜົນສໍາເລັດ, ດ້ານອ່ອນຂໍ້ຄົງຄ້າງ ແລະ ບົດຮຽນການນໍາພາ ຊີ້ນໍາຂອງຄະນະບໍລິຫານງານພັກແຂວງຜົ້ງສາລີ ໃນແຕ່ລະສະໄໝ, ແຕ່ລະຮຸ່ນ ຕໍ່ວຽກງານກິລາ-ກາຍະກໍາຕິດພັນກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຂວງຜົ້ງສາລີ. ພ້ອມດຽວກັນນີ້, ເພື່ອສືບຕໍ່ປົກປັກຮັກສາໝາກຜົນຂອງການປະຕິວັດ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງແຂວງຜົ້ງສາລີ, ໝາກຜົນການນໍາພາຂອງຄະນະບໍລິຫານງານພັກແຂວງຜົ້ງສາລີ ແຕ່ສະໄໝທີ I ຫາສະໄໝທີ XII ກໍຄືການພັດທະນາວຽກງານກິລາ-ກາຍະກໍາໃຫ້ນັບມື້ກ້າວໄປສູ່ຄຸນນະພາບໃໝ່; ທ່ານ ຍັງໄດ້ຮຽກຮ້ອງໃຫ້ທຸກພາກສ່ວນ ຈົ່ງພ້ອມກັນສືບຕໍ່ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງ, ຍົກລະດັບຂີດຄວາມສາມາດໃນການບໍລິຫານວຽກງານກິລາ-ກາຍະກໍາ ພ້ອມທັງສືບຕໍ່ຊຸກຍູ້ຂະບວນການແຂ່ງຂັນກິລາປະເພດຕ່າງ ແນໃສ່ກໍ່ສ້າງກໍາລັງນັກກິລາແຕ່ລະຮຸ່ນ, ແຕ່ລະປະເພດໃຫ້ມີຄວາມເຂັ້ມແຂງ ສາມາດຮອງຮັບເຂົ້າຮ່ວມຂະບວນການແຂ່ງຂັນໃນທຸກລະດັບທັງພາຍໃນ, ພາກພື້ນ ແລະ ສາກົນ ຄຽງຄູ່ກັບການຈັດຕັ້ງປະຕິບັດວຽກງານກິລາ-ກາຍະກໍາເພື່ອສົ່ງເສີມໃຫ້ມວນຊົນທຸກເພດ, ທຸກໄວໃນທົ່ວແຂວງໃຫ້ມີການພັດທະນາ, ມີການຄວບຄຸມ ແລະ ຍົກລະດັບການບໍລິຫານສຸຂະພາບຂອງຕົນນັບມື້ດີຂຶ້ນ.
ໂອກາດດຽວກັນນີ້, ໃນພິທີຍັງໄດ້ມອບລາງວັນໃຫ້ແກ່ທີມນັກກິລາທີ່ສາມາດຍາດໄດ້ລາງວັນອັນດັບທີ I, ທີ II , ທີ III ຕາມລໍາດັບ ພ້ອມທັງມອບໃບກຽດຕິຄຸນໃຫ້ແກ່ພາກສ່ວນທີ່ໃຫ້ການສະໜັບສະໜູນຊ່ວຍເຫຼືອທາງດ້ານວັດຖຸປັດໄຈ ຕໍ່ການຈັດກິດຈະກໍາຄັ້ງນີ້ ແລະ ມອບລາງວັນຊົມເຊີຍໃຫ້ແກ່ກອງສິລະປະວັນນະຄະດີແຕ່ລະໜ່ວຍ.
ຂ່າວ: ຂ່າວສານ ສກຂ ຜົ້ງສາລີ
ຂ່າວຫຼ້າສຸດ
- ໂຮງຮຽນ ສີຫາວົງ ວິທະຍາ ສະຫຼຸບສົກຮຽນ 2025-2026 ພ້ອມເປີດວິໄສທັດຍຸກດິຈິຕອນ ແລະ AI ໃນສົກຮຽນໜ້າ
- ໂຮງຮຽນ ສະຖາພອນ ສະຫຼຸບຜົນການຮຽນ-ການສອນ ປະຈຳສົກຮຽນ 2025-2026
- ຮອງລັດຖະມົນຕີ ສສກ ເນັ້ນສື່ມວນຊົນ ຍົກລະດັບທັກສະ ແລະ ປັບຕົວເຂົ້າກັບຍຸກ AI ເພື່ອຄວາມວ່ອງໄວທັນເຫດການ
- ສໍາມະນາເຊື່ອມຊຶມເອກະສານ ເພື່ອກະກຽມໃຫ້ກອງປະຊຸມວຽກສື່ມວນຊົນທົ່ວປະເທດ ຄັ້ງທີ I
- ແຂວງຜົ້ງສາລີ ປາຖະກະຖາມູນເຊື້ອວັນສ້າງຕັ້ງກິລາ-ກາຍະກໍາແຫ່ງຊາດ ຄົບຮອບ 60 ປີ
- ເປີດຂະບວນການຂ່ຳນັບຮັບຕ້ອນກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ຢ່າງເປັນທາງການ


