“ມະຫາໂຊກ” ຄວ້າແຊ້ມກະຕໍ້ ຊີງຂັນປະທານຄະນະກຳມະການປົກຄອງ ແຂວງຈຳປາສັກ ສະຫຼອງ 60 ປີ ວັນສ້າງຕັ້ງກິລາລາວ
14/07/2026

ການແຂ່ງຂັນກິລາກະຕໍ້ ປະເພດຄູ່ຮຸ່ນທົ່ວໄປ ຊີງຂັນທ່ານປະທານຄະນະກຳມະການປົກຄອງແຂວງຈຳປາສັກ ປະຈຳປີ 2026 ປິດສາກລົງຢ່າງຈົບງາມ ໂດຍແມ່ນ “ທີມມະຫາໂຊກ” ຕົວແທນຈາກແຂວງຈຳປາສັກ ທີ່ໂຊຟອມເກັ່ງໄດ້ຢ່າງໂດດເດັ່ນ ຄວ້າແຊ້ມໄປຄອງຢ່າງສົມກຽດ.
ງານແຂ່ງຂັນດັ່ງກ່າວ ໄດ້ຈັດຂຶ້ນຢ່າງຟົດຟື້ນໃນລະຫວ່າງວັນທີ 11-12 ກໍລະກົດ 2026 ທີ່ສະໜາມກິລາແຂວງຈຳປາສັກ (ສະໜາມກິລາໃນຮົ່ມບານບ້ວງ) ເຊິ່ງເປັນການຮ່ວມມືກັນລະຫວ່າງ ສະຫະພັນກິລາກະຕໍ້ແຂວງຈຳປາສັກ ແລະ ຮ້ານຂາຍເຄື່ອງກິລາ ດີພີ ສະປອດ (DP Sports). ຈຸດປະສົງຫຼັກກໍເພື່ອເປັນການສົ່ງເສີມການພັດທະນາກິລາກະຕໍ້ ແລະ ສ້າງຂະບວນການຂໍ່ານັບຮັບຕ້ອນ ສະເຫຼີມສະຫຼອງ ວັນສ້າງຕັ້ງກິລາ-ກາຍະກຳແຫ່ງຊາດ ຄົບຮອບ 60 ປີ (13 ກໍລະກົດ 1966 – 13 ກໍລະກົດ 2026). ການແຂ່ງຂັນຄັ້ງນີ້ ໄດ້ຮັບຄວາມສົນໃຈຢ່າງຫຼວງຫຼາຍ ໂດຍມີທີມເຂົ້າຮ່ວມຊີງໄຊທັງໝົດ 16 ທີມ ເຊິ່ງປະກອບມີບັນດາສະໂມສອນພາຍໃນແຂວງຈຳປາສັກ, ຕົວແທນຈາກຕ່າງແຂວງເຊກອງ 3 ທີມ, ສະຫວັນນະເຂດ 1 ທີມ ແລະ ຍັງມີທີມຮັບເຊີນຈາກແຂວງອຸບົນຣາຊະທານີ ປະເທດໄທ ເຂົ້າຮ່ວມອີກ 1 ທີມ.
ຜ່ານການແຂ່ງຂັນປະຊັນສີມືກັນຢ່າງດຸເດືອດຕະຫຼອດ 2 ວັນເຕັມ ຜົນການແຂ່ງຂັນປາກົດວ່າ: ລາງວັນຊະນະເລີດ ຕົກເປັນຂອງ ທີມມະຫາໂຊກ ຈາກແຂວງຈຳປາສັກ ໄດ້ຮັບເງິນລາງວັນ 3.000.000 ກີບ ພ້ອມຂັນຊະນະເລີດ 1 ໜ່ວຍ; ລາງວັນຮອງຊະນະເລີດ ໄດ້ແກ່ ທີມມາດາມປ໋ອບ ໄດ້ຮັບເງິນລາງວັນ 2.000.000 ກີບ ແລະ ລາງວັນອັນດັບທີ 3 ໄດ້ແກ່ ທີມຈາກເມືອງໄຊບູລີ ແຂວງສະຫວັນນະເຂດ ໄດ້ຮັບເງິນລາງວັນ 1.000.000 ກີບ.
ໃຫ້ກຽດເຂົ້າຮ່ວມຊົມ ແລະ ມອບລາງວັນໂດຍ ທ່ານ ສົມບູນ ເຮືອງວົງສາ ຮອງປະທານຄະນະກຳມະການປົກຄອງແຂວງຈຳປາສັກ, ທ່ານ ປອ ພູວົງ ອາໄພ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຈຳປາສັກ ແລະ ທ່ານ ໂພໄຊ ວົງຄຳຊາວ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຈຳປາສັກ, ມີຄະນະນຳ, ຄູຝຶກ ແລະ ນັກກິລາແຕ່ລະພາກສ່ວນ ຕະຫຼອດກອງເຊຍຢ່າງພ້ອມພຽງ.
ຂ່າວຫຼ້າສຸດ
- ສສກ ປຶກສາຫາລືຜົນການປະເມີນຜົນການຮຽນ ໂດຍນໍາໃຊ້ມາດຕະຖານຄຸນນະພາບຂັ້ນພື້ນຖານຊັ້ນປະຖົມສຶກສາ
- ມອບ-ຮັບໜ້າທີ່ ຫົວໜ້າກົມກວດກາ ກະຊວງ ສສກ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່
- ສສກ-ສະຫະລັດອາເມຣິກາ ສືບຕໍ່ຮ່ວມມືໂຄງການສົ່ງເສີມການສອນພາສາອັງກິດ ໄລຍະ 2 ປີ
- ສສພຊ ຈັດຕັ້ງປະຕິບັດໂຄງການຮ່ວມມືດ້ານການສຶກສາພົນລະເມືອງໂລກ ປະຈຳປີ 2026
- ຈຳປາສັກ ພ້ອມເຂົ້າຮ່ວມແຂ່ງຂັນກະຕໍ້ ຊີງແຊ້ມທົ່ວປະເທດ ຄັ້ງທີ 1 ປີ 2026
- ລາວ-ຫວຽດນາມ ຮ່ວມມືສົ່ງເສີມທັກສະການປ້ອງກັນການລ່ວງລະເມີດທາງເພດ ສຳລັບເດັກອາຍຸ 3-5 ປີ


