Skip to main content

ມວນຊົນຊາວແຂວງຈຳປາສັກ ກວ່າ 1.000 ຄົນ ຮ່ວມກິດຈະກຳສະຫຼອງ 60 ປີ ວັນສ້າງຕັ້ງກິລາລາວ

14/07/2026
ໃນຕອນເຊົ້າຂອງວັນທີ 13 ກໍລະກົດ 2026 ນີ້ ທີ່ສະໜາມກິລາແຂວງຈຳປາສັກ (ຫຼັກ 2), ພະແນກສຶກສາທິການ ແລະ ກິລາແຂວງຈຳປາສັກ ຮ່ວມກັບ ບັນດາສະຫະພັນກິລາອ້ອມຂ້າງແຂວງ ໄດ້ຈັດກິດຈະກຳສະເຫຼີມສະຫຼອງວັນສ້າງຕັ້ງກິລາ-ກາຍະກຳແຫ່ງຊາດລາວ ຄົບຮອບ 60 ປີ (13 ກໍລະກົດ 1966 – 13 ກໍລະກົດ 2026) ຂຶ້ນຢ່າງຍິ່ງໃຫຍ່ ແລະ ຟົດຟື້ນ ໂດຍມີມວນຊົນເຂົ້າຮ່ວມຢ່າງຄຶກຄັກຫຼາຍກວ່າ 1.000 ຄົນ.
ພິທີອັນມີຄວາມໝາຍຄວາມສຳຄັນນີ້ ໄດ້ຮັບກຽດເຂົ້າຮ່ວມໂດຍ ທ່ານ ສົມບູນ ເຮືອງວົງສາ ຄະນະປະຈຳພັກແຂວງ, ຮອງປະທານຄະນະກຳມະການປົກຄອງແຂວງຈຳປາສັກ, ຜູ້ຊີ້ນຳຂົງເຂດວຽກງານວັດທະນະທຳ-ສັງຄົມ, ທ່ານ ປອ ພູວົງ ອະໄພ ກຳມະການພັກແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ພ້ອມດ້ວຍອະດີດການນຳ, ຫົວໜ້າ ແລະ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ຈາກ 9 ເມືອງ ແລະ 1 ນະຄອນປາກເຊ ຕະຫຼອດຮອດພະນັກງານ-ລັດຖະກອນ, ຜູ້ປະກອບການ, ນັກກິລາ ແລະ ມວນຊົນຊາວແຂວງຈຳປາສັກ.
ໃນພິທີ, ທ່ານ ໂພໄຊ ວົງຄຳຊາວ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໄດ້ຂຶ້ນຜ່ານປະຫວັດຄວາມເປັນມາຂອງວົງການກິລາລາວ ໂດຍສັງເຂບ. ທ່ານໄດ້ຍົກໃຫ້ເຫັນເຖິງການເຕີບໃຫຍ່ຂະຫຍາຍຕົວຂອງວົງການກິລາ ທີ່ຕິດພັນກັບຂະບວນການຕໍ່ສູ້ກູ້ຊາດ. ອະດີດການນຳຮຸ່ນກໍ່ຕັ້ງ ເປັນຕົ້ນແມ່ນ ປະທານ ສຸພານຸວົງ, ປະທານ ໄກສອນ ພົມວິຫານ ແລະ ປະທານ ຄຳໄຕ ສີພັນດອນ ລ້ວນແຕ່ໄດ້ນຳໃຊ້ກິລາເປັນພາຫະນະຮັດແໜ້ນຄວາມສາມັກຄີ. ຈົນມາຮອດວັນທີ 13 ກໍລະກົດ 1966, ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ ຈຶ່ງໄດ້ປະກາດສ້າງຕັ້ງກອງກິລາຂຶ້ນຢ່າງເປັນທາງການ ເຊິ່ງເປັນຂີດໝາຍແຫ່ງການກຳເນີດກິລາລາວຍຸກໃໝ່ ແລະ ໄດ້ຮັບການພັດທະນາເລື້ອຍມາ ຈົນຖືກຍົກຖານະຂຶ້ນເປັນ ຄະນະກຳມະການກິລາແຫ່ງຊາດ ໃນປີ 1993.
ໂອກາດດັ່ງກ່າວ, ທ່ານ ສົມບູນ ເຮືອງວົງສາ ໄດ້ໃຫ້ກຽດກ່າວເປີດງານຢ່າງເປັນທາງການ ພ້ອມທັງສະແດງຄວາມຍ້ອງຍໍຊົມເຊີຍຕໍ່ທຸກພາກສ່ວນທີ່ຮ່ວມແຮງຮ່ວມໃຈກັນຈັດງານນີ້ຂຶ້ນ. ທ່ານໄດ້ເນັ້ນໜັກວ່າ: “ວຽກງານກິລາ-ກາຍະກຳ ບໍ່ພຽງແຕ່ແມ່ນການອອກກຳລັງກາຍເພື່ອສຸຂະພາບ, ແຕ່ມັນແມ່ນນະໂຍບາຍອັນສະເໝີຕົ້ນສະເໝີປາຍຂອງພັກ-ລັດ ພາຍໃຕ້ທັດສະນະ ‘ກິລາສ້າງຄົນ, ຄົນສ້າງຊາດ’. ການສົ່ງເສີມກິລາ ແມ່ນການສ້າງຊັບພະຍາກອນມະນຸດໃຫ້ສົມບູນແບບ ແລະ ເປັນອາວຸດອັນແຫຼມຄົມໃນການສະກັດກັ້ນປະກົດການຫຍໍ້ທໍ້ໃນສັງຄົມ, ໂດຍສະເພາະແມ່ນບັນຫາຢາເສບຕິດ.”
ພາຍໃນງານຍັງເຕັມໄປດ້ວຍກິດຈະກຳທີ່ສ້າງບັນຍາກາດເບີກບານມ່ວນຊື່ນຫຼາກຫຼາຍລາຍການ ເປັນຕົ້ນແມ່ນການແຂ່ງຂັນແລ່ນມາຣາທອນ ຮຸ່ນເຍົາວະຊົນ, ຊາວໜຸ່ມ, ອາວຸໂສ ແລະ ຮຸ່ນທົ່ວໄປ, ການແຂ່ງຂັນມວຍນັດພິເສດ ລະຫວ່າງ ລາວ – ກຳປູເຈຍ, ການສະແດງສິລະປະວັດທະນະທຳ “ຟ້ອນຊົນເຜົ່າ” ຈາກຕາແສງໜອງໃສ ເມືອງບາຈຽງຈະເລີນສຸກ ແລະ ການສະແດງສາທິດທັກສະກິລາປະເພດຕ່າງໆ ເຊັ່ນ: ມວຍລາຍລາວ, ເທຄວັນໂດ, ຢູໂດ, ປິ່ງປ່ອງ, ບານບ້ວງ ແລະ ກະຕໍ້.
ການຈັດກິດຈະກຳຢ່າງຍິ່ງໃຫຍ່ໃນຄັ້ງນີ້ ຍັງເປັນການຮ່ວມສະເຫຼີມສະຫຼອງ ວັນໂອແລມປິກແຫ່ງຊາດລາວ ຄົບຮອບ 48 ປີ ແລະ ວັນໂອແລມປິກສາກົນ ຄົບຮອບ 132 ປີ. ພ້ອມກັນນັ້ນ ຍັງຖືເປັນ “ຍຸດທະສາດບຸກທະລຸ” ໃນການຄົ້ນຫານັກກິລາຊ້າງເຜືອກຮຸ່ນໃໝ່ ເພື່ອຫຼໍ່ຫຼອມເປັນກຳລັງສຳຄັນໃຫ້ແກ່ທັບນັກກິລາແຂວງຈຳປາສັກ ໃນການກຽມຄວາມພ້ອມເປັນເຈົ້າພາບ ງານມະຫາກຳກິລາແຫ່ງຊາດ ຄັ້ງທີ 13 ປີ 2028 ອີກດ້ວຍ.
ໃນຕອນທ້າຍຂອງພິທີ, ຄະນະປະທານຍັງໄດ້ໃຫ້ກຽດມອບໃບກຽດຕິຄຸນ ແລະ ໃບຍ້ອງຍໍ ໃຫ້ແກ່ບັນດາຜູ້ອຸປະຖຳທີ່ປະກອບສ່ວນເຮັດໃຫ້ງານຄັ້ງນີ້ປະສົບຜົນສຳເລັດຢ່າງຈົບງາມ.
ແຫຼ່ງຂ່າວ: ຂາວພອນ, ມ້າວຄຳຜິວ ພາບ: ຈັນທະວີສັກ, ຂາວພອນ, ມ້າວຄຳຜິວ