Skip to main content

ສກຂ ຫຼວງພະບາງ ຄວ້າແຊ້ມກິລາບານເຕະອາວຸໂສ ສະຫຼອງວັນສ້າງຕັ້ງກິລາລາວ ຄົບຮອບ 60 ປີ

14/07/2026
ການແຂ່ງຂັນກິລາບານເຕະອາວຸໂສ ລາຍການ ເຕະ 7 ຮັບ 1 ຂຶ້ນຢ່າງເປັນຂະບວນການຟົດຟື້ນ ໃນວັນທີ 11 ກໍລະກົດ 2026 ນີ້ ຢູ່ທີ່ສະໜາມກິລາບານເຕະຫຍ້າທຽມໂອເວັນ ນະຄອນຫຼວງພະບາງ ແຂວງຫຼວງພະບາງ ເພື່ອເປັນການສະເຫຼີມສະຫຼອງວັນສ້າງຕັ້ງກິລາ-ກາຍະກຳແຫ່ງຊາດລາວ ຄົບຮອບ 60 ປີ (13 ກໍລະກົດ 1966 – 13 ກໍລະກົດ 2026) ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ປອ ບຸນເຫຼືອ ສິນໄຊວໍຣະວົງ ປະທານຄະນະກໍາມະການປົກຄອງແຂວງຫຼວງພະບາງ, ທ່ານ ປອ ສຸລິເດດ ແກ້ວບົວລະເພັດ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ, ມີບັນດາຮອງຫົວໜ້າພະແນກ, ຄະນະກຳມະການຕັດສິນ ພ້ອມດ້ວຍທັບນັກກິລາ ຈາກພາກສ່ວນຕ່າງໆ ເຂົ້າຮ່ວມຢ່າງພ້ອມພຽງ.
ການຈັດການແຂ່ງຂັນກິລາບານເຕະຮຸ່ນອາວຸໂສໃນຄັ້ງນີ້ ກໍເພື່ອເປັນການສ້າງຂະບວນການສະເຫຼີມສະຫຼອງວັນສ້າງຕັ້ງກິລາ-ກາຍະກຳແຫ່ງຊາດ ຄົບຮອບ 60 ປີໃຫ້ມີບັນຍາກາດເບີກບານມ່ວນຊື່ນ ແລະ ຟົດຟື້ນ. ເຊິ່ງການແຂ່ງຂັນ ປະກອບມີທີມຄະນະນັກກິລາເຂົ້າຮ່ວມທັງໝົດ 4 ທີມ ຄື: ພະແນກສຶກສາທິການ ແລະ ກິລາແຂວງ, ນະຄອນຫຼວງພະບາງ, ບໍລິສັດລາວຟອດ ສາຂາແຂວງຫຼວງພະບາງ ແລະ ທີມທະນາຄານເອັດທີແບັງ, ສ່ວນການແຂ່ງຂັນແມ່ນແບ່ງເປັນ 2 ຮອບ ໂດຍຮອບທີ 1 ແມ່ນຊອກຫາຜູ້ຊະເລີດເພື່ອເຂົ້າມາຊີງຊະນະເລີດໃນຮອບທີ 2, ສ່ວນທີມໃດເສຍແມ່ນ ມາແຂ່ງຂັນເພື່ອຊີງອັນດັບທີ 3 ແລະ ອັນດັບ 4, ເຊິ່ງໃນຮອບຊີງຊະນະເລີດ ເປັນການພົບກັນລະຫວ່າງ ທີມພະແນກສຶກສາທິການ ແລະ ກິລາແຂວງ ພົບກັບ ນະຄອນຫຼວງພະບາງ ສ່ວນຄູ່ທີ່ຊີງອັນດັບທີ 3 ເປັນການພົບກັນລະຫວ່າງ ທີມທະນາຄານເອັດທີແບັງ ພົບກັບ ບໍລິສັດລາວຟອດ ສາຂາແຂວງຫຼວງພະບາງ. ຜ່ານການແຂ່ງຂັນໃນຄູ່ຊີງຊະນະເລີດແມ່ນຫຼີ້ນໄດ້ຢ່າງໂດດເດັ່ນທັງ 2 ທີມ ດ້ວຍການພັດປ່ຽນກັນຂື້ນນຳປະຕູແຕ່ໜ້າເສຍດາຍໃນ 5 ນາທີສຸດທ້າຍຄະນະນັກກິລານະຄອນຫຼວງພະບາງພາດທ່າໃຫ້ພະແນກສຶກສາທິການ ແລະ ກິລາແຂວງໄລ່ຍິງເພີ່ມ 2 ປະຕູ ເຮັດໃຫ້ພະແນກສຶກສາທິການ ແລະ ກິລາແຂວງບຽດແຊງເອົາຊະນະນະຄອນຫຼວງພະບາງໄປໄດ້ແບບດຸເດືອດ ດ້ວຍ 8 ປະຕູ ຕໍ່ 7 ພະແນກສຶກສາທິການ ແລະ ກິລາແຂວງຄວ້າແຊັມລາຍການນີ້ໄປຄອງ, ນະຄອນຫຼວງພະບາງ ຮອງແຊັມ, ສ່ວນອັນດັບທີ 3 ເປັນທີມ ບໍລິສັດລາວຟອດ ສາຂາຫຼວງພະບາງ, ອັນດັບທີ 4 ທະນາຄານເອັດທີແບັງ.
ໂອກາດນີ້, ທ່ານ ປອ ບຸນເຫຼືອ ສິນໄຊວໍຣະວົງ ໄດ້ໃຫ້ກຽດມອບຂັນລາງວັນ ພ້ອມທັງກ່າວສະແດງຄວາມຍ້ອງຍໍຊົມເຊີມມາຍັງຄະນະນັກກິລາແຕ່ລະທີມທີ່ໄດ້ທຸມເທເຫື່ອແຮງປະກອບສ່ວນເຂົ້າການແຂ່ງແຂ່ງເຮັດໃຫ້ການແຂ່ງຂັນໃນຄັ້ງນີ້ ເຕັມໄປດ້ວຍຄວາມໝາຍສຳຄັນໃນການສ້າງຂະບວນການສະເຫຼີມສະຫຼອງວັນສ້າງຕັ້ງກິລາ-ກາຍະກຳແຫ່ງຊາດ ຄົບຮອບ 60 ປີ ໃຫ້ມີບັນຍາກາດຄືກຄືນມ່ວນຊື່ນ, ທັງເປັນການເສີມສ້າງຮັດແໜ້ນຄວາມສາມັກຄີເຮັດໃຫ້ກັບພະນັກງານໄດ້ອອກກຳລັງກາຍຮ່ວມກັນ.
ພາບ-ຂ່າວ: ສອນອາຄົມ ແກ້ວຄຳເພັດ ພະແນກສຶກສາທິການ ແລະ ກິລາແຂວງ