ແຂວງໄຊຍະບູລີ ຈັດກິດຈະກໍາຍ່າງເພື່ອສຸຂະພາບ ສະຫຼອງວັນສ້າງຕັ້ງກິລາລາວ ຄົບຮອບ 60 ປີ ແລະ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ ຢ່າງຟົດຟື້ນ
14/07/2026

ເພື່ອເປັນການສ້າງຂະບວນການສະເຫຼີມສະຫຼອງວັນກິລາ-ກາຍະກໍາແຫ່ງຊາດຄົບຮອບ 60 ປີ (ວັນທີ 13 ກໍລະກົດ 1966 – 13 ກໍລະກົດ 2026) ແລະ ວັນສ້າງຕັ້ງອົງການສະຫະພັນແມ່ຍິງລາວຄົບຮອບ 71 ປີ (ວັນທີ 20 ກໍລະກົດ 1955 – 20 ກໍລະກົດ 2026) ໃຫ້ມີເນຶ້ອໃນມີຄວາມໝາຍເລິກເຊິ່ງ ແລະ ທັງເປັນການເສີມສ້າງຄວາມສາມັກຄີ ສົ່ງເສີມໃຫ້ທຸກຄົນມີສຸຂະພາບແຂງແຮງມີພາລານາໄມສົມບູນໃນຕອນເຊົ້າຂອງວັນທີ 13 ກໍລະກົດ 2026 ນີ້ ທີ່ເດີນກິລາໃນຮົ່ມແຂວງໄຊຍະບູລີ ໄດ້ຈັດກິດຈະກໍາຍ່າງເພື່ອສຸຂະພາບໂດຍການເຂ້າຮ່ວມຂອງ ທ່ານ ອາເມ ຊົ້ງເຢ້ຍເລັ່ງ ຮອງປະທານຄະນະກໍາມະການປົກຄອງແຂວງໄຊຍະບູລີ, ມີກໍາມະການພັກແຂວງ, ຫົວໜ້າ,ຮອງຫົວໜ້າພະແນກການ,ອົງການ,ກົມກອງ,ຫ້ອງການ,ຕະຫຼອດຮອດເອື້ອຍນ້ອງແມ່ຍິງອ້ອມຂ້າງເຂົ້າຮ່ວມ.
ໃນພິທີ, ທ່ານ ອາເມ ຊົ້ງເຢ້ຍເລັ່ງ ຮອງປະທານຄະນະກໍາມະການປົກຄອງແຂວງ ໄຊຍະບູລີ ໄດ້ໃຫ້ກຽດຂື້ນມີຄໍາເຫັນຕໍ່ສອງວັນດັ່ງກ່າວເຊິ່ງມີບາງຕອນທ່ານໄດ້ກ່າວວ່າ: ວັນກິລາ-ກາຍະກໍາແຫ່ງຊາດ ວັນທີ 13 ກໍລະກົດ ໄດ້ໝູນວຽນບັນຈົບຄົບຮອບ 60 ປີ ແລະ ວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ ເຊິ່ງແມ່ນວັນສໍາຄັນທາງປະຫວັດສາດທີ່ທົ່ວພັກ,ທົ່ວກອງທັບແລະທົ່ວປວງຊົນທັງຊາດໄດ້ພ້ອມກັນຈັດຕັ້ງສະເຫຼີມສະຫຼອງວັນດັ່ງກ່າວໃນຂອບເຂດທົ່ວປະເທດດ້ວຍຄວາມເບີກບານມ່ວນຊື່ນ, ມີຄວາມຮັບຜິດຊອບສູງ, ມີເນື້ອໃນແລະມີບັນຍາກາດຟົດຟື້ນໃນທົ່ວ ແຂວງ ໄຊຍະບູລີ ຂອງພວກເຮົາຍາມໃດຄະນະພັກ, ອົງການປົກຄອງແຂວງ, ຄະນະພັກອົງການປົກຄອງທຸກຂັ້ນໄດ້ຖືວຽກງານກິລາ-ກາຍະກໍາເປັນວຽກງານໜຶ່ງທີ່ສໍາຄັນໃນການພັດທະນາຊັບພະຍາກອນມະນຸດທາງດ້ານສູຂະພາບຮ່າງກາຍ ແລະຈິດໃຈສ້າງໃຫ້ຄົນເຮົາເປັນຜູ້ທີ່ມີຄວາມດຸໝັ່ນ, ອົດທົນ, ທຸ່ນທ່ຽງ, ເຂັ້ມແຂງເສຍສະຫຼະ, ມີລະບຽບວິໄນ, ມີນໍ້າໃຈຮັກຊາດເຮັດໃຫ້ສັງຄົມມີຊີວິດຊີວາ ແລະ ມີບັນຍາກາດເບີກບານມ່ວນຊື່ນແນ່ໃສ່ເພື່ອສົ່ງເສີມດ້ານພອນສະຫວັນຍົກສູງຖະນະບົດບາດກຽດສັກສີຂອງຊາດແລະເພີ່ມທະວີຄວາມສາມັກຄີມິດຕະພາບສາມາດເຊື່ອມໂຍ່ງກັບອານຸພາກພື້ນແລະສາກົນ, ອົງການຈັດຕັ້ງແມ່ຍິງເຊິ່ງເປັນພື້ນຖານໃກ້ແກ່ການສ້າງຕັ້ງສະຫະພັນແມ່ຍິງລາວແມ່ນໄດ້ເລີມຈາກ ໜ່ວຍຍຸວັນນະລີ,ໜ່ວຍແມ່ນັກຮົບ, ໜ່ວຍເອື້ອຍນັກຮົບໄດ້ກໍາເນີດຂຶ້ນແຕ່ໄລຍະຕົ້ນສະໄໝຕໍ່ຕ້ານຈັກກະພັດລ່າເມືອງຂຶ້ນຝຣັ່ງເປັນຕົ້ນມາວັນທີ 20 ກໍລະກົດ 1955 ພັກໄດ້ຈັດຕັ້ງໜ່ວຍຄົ້ນຄວ້າແມ່ຍິງຂຶ້ນຢ່າງເປັນທາງການຊື່ງເປັນຕົ້ນກໍາເນີດຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວໃນປັດຈຸບັນ ເພື່ອນໍາພາອົງການຈັດຕັ້ງແມ່ຍິງ ປຸກລະດົມ ຂົນຂວາຍຂະບວນການແມ່ຍິງໃນທົ່ວປະເທດຊຸກເຊື່ອງຕິດຕໍ່ສົ່ງຂ່າວສົ່ງເອກສານຕ່າງໆລໍາລຽງສະບາຍອາຫານອາວຸດເຄື່ອງນຸ່ງຮົ່ມໃຫ້ພະນັກງານທະຫານທີ່ປະຕິບັດໜ້າທີ່ຢູ່ແນວໜ້າແລະເຂດຄອບຄຸມຂອງສັດຕູປະຕິບັດວຽກງານແນວຫຼັງໄດ້ກາຍເປັນມູນເຊື້ອພິລະອາດຫານມູນເຊື້ອທີ່ດີເດັ່ນຂອງປະຊາຊົນລາວກໍ່ຄືແມ່ຍິງລາວທີ່ໄດ້ສືບທອດກັນມາຈົນຮອດປັດຈຸບັນ.
ພ້ອມດຽວກັນນີ້ຜູ້ເຂົ້າຮ່ວມຍັງໄດ້ຍ່າງເລີ່ມຈາກ 4 ແຍກ ເດີ່ນກິລາໃນຮົ່ມຫາ 3 ແຍກສະໜາມຫຼວງແລ້ວກັບມາຫາ 4 ແຍກເດີ່ນກິລາໃນຮົ່ມແລະຈັດໃຫ້ມີການແລ່ນ 3.000 ແມັດຕືມອີກ.
ຂ່າວ:ວາຄີມ
ພາບ:ບຸນລັ່ນ
ຂ່າວຫຼ້າສຸດ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ
- ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍາປີ 2026
