ສສກ ຈັດກິດຈະກຳໃຫຍ່ສະຫຼອງ 60 ປີ ວັນສ້າງຕັ້ງກິລາລາວ, ທ່ານຮອງນາຍົກ ເນັ້ນ 4 ເປົ້າໝາຍຫຼັກ ຍົກລະດັບກິລາລາວສູ່ຄຸນນະພາບໃໝ່
14/07/2026

ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກິດຈະກຳສະຫຼອງວັນສ້າງຕັ້ງກິລາ-ກາຍຍະກຳແຫ່ງຊາດ ຄົບຮອບ 60 ປີ (13 ກໍລະກົດ 1966 – 13 ກໍລະກົດ 2026) ແລະ ວັນຄ້າຍວັນເກີດປະທານ ສຸພານຸວົງ ຄົບຮອບ 117 ປີ (13 ກໍລະກົດ 1909-13 ກໍລະກົດ 2026) ຢ່າງຍິ່ງໃຫຍ່ ແລະ ຟົດຟື້ນ. ຂະນະທີ່ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ສສກ ໄດ້ເນັ້ນໜັກ 4 ເປົ້າໝາຍສຳຄັນ ເພື່ອເຮັດໃຫ້ວຽກງານກິລາ-ກາຍຍະກຳ ເປັນກຳລັງຂັບເຄື່ອນໃນການສ້າງຄົນລາວຮຸ່ນໃໝ່ໃຫ້ມີຄຸນນະພາບ ຕອບສະໜອງການສ້າງສາ ແລະ ພັດທະນາປະເທດຊາດ ໃນໄລຍະໃໝ່.
ພິທີດັ່ງກ່າວຈັດຂຶ້ນໃນວັນທີ 13 ກໍລະກົດ 2026 ທີ່ສະຖາບັນກິລາ-ກາຍຍະກຳ ບ້ານສີເກີດ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ສສກ ທັງເປັນປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ (ຄອລ), ທ່ານ ສິລິລາດທົງສິນ ທອງເພັງ ປະທານຄະນະກໍາມະການປົກຄອງນະຄອນຫຼວງວຽງຈັນ ແລະ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງ ສສກ, ຮອງປະທານ ຄອລ ພ້ອມດ້ວຍບັນດາອະດີດການນຳອາວຸໂສບຳນານ, ແຂກຖືກເຊີນ, ຜູ້ບໍລິຫານກິລາ, ຄູຝຶກ, ນັກກິລາ, ນັກສຶກສາ ແລະ ມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ.
ພາຍໃນງານມີຫຼາຍກິດຈະກຳ ເຊັ່ນ: ການຍ່າງເພື່ອສຸຂະພາບ, ເຕັ້ນແອໂຣບິກ ແລະ ການວາງສະແດງຜົນງານຂອງບັນດາສະຫະພັນກິລາແຫ່ງຊາດ ທັງກິລາຄົນປົກກະຕິ ແລະ ຄົນພິການ ເຊິ່ງໄດ້ຮັບຄວາມສົນໃຈຈາກຜູ້ເຂົ້າຮ່ວມຢ່າງຫຼວງຫຼາຍ.
ໃນໂອກາດນີ້, ທ່ານ ດຣ ພຸທອງ ແສງອາຄົມ ອະດີດລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ແລະ ອະດີດປະທານ ຄອລ ໄດ້ໃຫ້ກຽດປາຖະກະຖາເລົ່າມູນເຊື້ອການເຕີບໃຫຍ່ຂະຫຍາຍຕົວຂອງວົງການກິລາລາວ ຕະຫຼອດໄລຍະ 60 ປີ ທີ່ໄດ້ປະກອບສ່ວນສຳຄັນໃນການພັດທະນາຊັບພະຍາກອນມະນຸດ, ເຮັດໃຫ້ປະຊາຊົນມີສຸຂະພາບແຂງແຮງ ດັ່ງຄຳກ່າວທີ່ວ່າ “ກິລາເປັນຢາວິເສດ”. ພ້ອມນີ້, ທ່ານຍັງໄດ້ຍົກໃຫ້ເຫັນຜົນສຳເລັດອັນຍິ່ງໃຫຍ່ໃນອະດີດ ເຊັ່ນ: ການເປັນເຈົ້າພາບກິລາຊີເກມ ຄັ້ງທີ 25 (ປີ 2009) ແລະ ງານກິລາມະຫາວິທະຍາໄລອາຊຽນ ຄັ້ງທີ 16 (ປີ 2012) ເຊິ່ງເປັນຈຸດປ່ຽນສຳຄັນ ທີ່ເຮັດໃຫ້ຂະບວນການກິລາໃນລາວເຕີບໃຫຍ່ຢ່າງກ້າວກະໂດດ.
ໂອກາດດຽວກັນ, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ໄດ້ຂຶ້ນກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດຂອງວຽກງານກິລາລາວ ແຕ່ກໍໄດ້ຊີ້ໃຫ້ເຫັນຂໍ້ຄົງຄ້າງບາງດ້ານ ໂດຍສະເພາະມາດຕະຖານນັກກິລາ, ການຄຸ້ມຄອງບໍລິຫານ ແລະ ການນຳໃຊ້ໂຄງລ່າງພື້ນຖານ ທີ່ຕ້ອງໄດ້ຮັບການປັບປຸງ. ພ້ອມກັນນັ້ນ, ທ່ານໄດ້ວາງທິດຊີ້ນຳ 4 ເປົ້າໝາຍຫຼັກ ໃຫ້ທຸກພາກສ່ວນນຳໄປຈັດຕັ້ງປະຕິບັດ ຄື: 1. ເພີ່ມທະວີວຽກງານການເມືອງ-ແນວຄິດ: ຕ້ອງປູກຈິດສຳນຶກໃຫ້ນັກກິລາ ແລະ ຜູ້ບໍລິຫານມີນ້ຳໃຈຮັກຊາດ, ມີລະບຽບວິໄນ ແລະ ຖືເອົາກິລາເປັນເຄື່ອງມືສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ໂດຍສະເພາະການຕ້ານໄພຢາເສບຕິດໃນຖັນແຖວຊາວໜຸ່ມ; 2. ພັດທະນາກິລາ-ກາຍຍະກຳເຂົ້າສູ່ຄຸນນະພາບໃໝ່: ສ້າງນັກກິລາພອນສະຫວັນແຕ່ເຍົາໄວ, ສົ່ງເສີມພະລະສຶກສາໃນໂຮງຮຽນທຸກຊັ້ນຮຽນ, ກະກຽມຄວາມພ້ອມແຕ່ຫົວທີໃນການເປັນເຈົ້າພາບຈັດງານມະຫາກຳກິລາຊີເກມ ຄັ້ງທີ 36 ແລະ ອາຊຽນພາຣາເກມ ຄັ້ງທີ 16 ໃນປີ 2031, ພ້ອມທັງປັບປຸງນິຕິກຳ ແລະ ການຄຸ້ມຄອງບໍລິຫານກິລາໃຫ້ເປັນລະບົບມືອາຊີບຫຼາຍຂຶ້ນ; 3. ຄຸ້ມຄອງ ແລະ ນຳໃຊ້ງົບປະມານ, ໂຄງລ່າງພື້ນຖານໃຫ້ເກີດປະໂຫຍດສູງສຸດ: ຄົ້ນຄວ້າແຫຼ່ງທຶນເຂົ້າກອງທຶນກິລາໃຫ້ໂປ່ງໃສ, ເອົາໃຈໃສ່ປົກປັກຮັກສາສະໜາມກິລາ ໂດຍສະເພາະສະໜາມກິລາເຈົ້າອານຸວົງ ທີ່ໄດ້ຮັບການຊ່ວຍເຫຼືອຈາກຍີ່ປຸ່ນ ຄາດວ່າຈະມອບຮັບໃນເດືອນຕຸລາ 2026 ນີ້ ບໍ່ໃຫ້ຊຸດໂຊມ, ພ້ອມທັງຊຸກຍູ້ພາກເອກະຊົນໃຫ້ເຂົ້າມາມີສ່ວນຮ່ວມໃນການພັດທະນາກິລາ; 4. ຍົກສູງຂີດຄວາມສາມາດບຸກຄະລາກອນ ແລະ ການຮ່ວມມືສາກົນ: ຍົກລະດັບສະຖາບັນກິລາ-ກາຍຍະກຳ ຂຶ້ນເປັນ “ສະຖາບັນກິລາ-ກາຍຍະກຳແຫ່ງຊາດ”, ສ້າງຄູຝຶກ ແລະ ກຳມະການໃຫ້ໄດ້ມາດຕະຖານສາກົນ, ພ້ອມທັງແລກປ່ຽນບົດຮຽນ ແລະ ຍາດແຍ່ງການຊ່ວຍເຫຼືອດ້ານວິທະຍາສາດການກິລາ ຈາກປະເທດເພື່ອນມິດຍຸດທະສາດ.
ໃນຕອນທ້າຍ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ສສກ ຍັງໄດ້ຮຽກຮ້ອງໃຫ້ທົ່ວປວງຊົນ ແລະ ທຸກພາກສ່ວນໃນສັງຄົມ ຮ່ວມແຮງຮ່ວມໃຈກັນສ້າງບາດກ້າວບຸກທະລຸໃໝ່ໃຫ້ກິລາລາວ ພາຍໃຕ້ຄຳຂວັນທີ່ວ່າ: “ກິລາ-ກາຍຍະກຳລາວ ຄົບຮອບ 60 ປີ ໝັ້ນຍືນ!” “ພັກປະຊາຊົນ ປະຕິວັດລາວ ຜູ້ຈັດຕັ້ງ ແລະ ນຳພາທຸກໄຊຊະນະຂອງປະຕິວັດລາວ ໝັ້ນຍືນ!”.
(ພາບ-ຂ່າວ ໂດຍ: ສົງການ ພັນແພງດີ)
ຂ່າວຫຼ້າສຸດ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ
- ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍາປີ 2026



