ແຂວງວຽງຈັນ ສະຫຼອງວັນກິລາ-ກາຍຍະກຳແຫ່ງຊາດ ຄົບຮອບ 60 ປີ ຢ່າງຄຶກຄື້ນ
14/07/2026

ໃນຕອນເຊົ້າວັນທີ 14 ກໍລະກົດ 2026 ນີ້, ພະແນກສຶກສາທິການ ແລະກິລາ ແຂວງວຽງຈັນ ໄດ້ຈັດພິທີສະເຫຼີມສະຫຼອງວັນກິລາ-ກາຍະກຳແຫ່ງຊາດ ຄົບຮອບ 60 ປີ (13 ກໍລະກົດ 1966 – 13 ກໍລະກົດ 2026) ຂຶ້ນຢ່າງເບີກບານມ່ວນຊື່ນ ແລະ ມີຄວາມໝາຍຄວາມສຳຄັນ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງວຽງຈັນ, ມີ ທ່ານ ພູວົງ ບຸນຊູ ປະທານຄະນະກຳມະການປົກຄອງແຂວງວຽງຈັນ, ທ່ານ ປອ ບົວຄ່ອງ ແກ້ວອາສາ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງວຽງຈັນ, ພ້ອມດ້ວຍບັນດາທ່ານການນໍາຂັ້ນແຂວງ, ຫົວໜ້າພະແນກການ, ກົມກອງ, ລັດວິສາຫະກິດ, ພະນັກງານວິຊາການ ແລະ ພໍ່ແມ່ປະຊາຊົນ ເຂົ້າຮ່ວມຢ່າງພ້ອມພຽງ.
ການດຳເນີນງານດັ່ງກ່າວ ໄດ້ເລີ່ມຕົ້ນຂຶ້ນຕັ້ງແຕ່ເວລາ 5:30 ໂມງເຊົ້າ ໂດຍມີການເຕົ້າໂຮມມວນຊົນ ຢູ່ທີ່ເດີ່ນຫ້ອງວ່າການແຂວງ, ຈາກນັ້ນໃນເວລາ 6:00 ໂມງ ໄດ້ຮ່ວມກັນເລີ່ມເຄື່ອນຍ້າຍກ້ອນກຳລັງ ຍ່າງແຕ່ຫ້ອງວ່າການແຂວງ ໄປຫາສະພາປະຊາຊົນແຂວງ (ລ້ຽວໄປຕາມເສັ້ນທາງສາຍ A ລ້ຽວໄປຫາຫ້ອງວ່າການແຂວງ) ເພື່ອຮ່ວມກັນອອກກຳລັງກາຍ.
ໂອກາດນີ້, ທ່ານ ພູທະນູເພັດ ໄຊສົມບັດ ຍັງໄດ້ໃຫ້ກຽດກ່າວປາຖະກະຖາເລົ່າມູນເຊື້ອ ວັນກິລາ-ກາຍຍະກຳແຫ່ງຊາດ ເພື່ອສ້າງຄວາມຕື່ນຕົວ ແລະ ສົ່ງເສີມການຫຼິ້ນກິລາ-ກາຍຍະກຳ ໃຫ້ກາຍເປັນຂະບວນການຟົດຟື້ນ ທົ່ວປວງຊົນ, ຫຼັງຈາກນັ້ນ, ໃນເວລາ 7:00 ໂມງ ໄດ້ມີກິດຈະກຳເຕັ້ນແອໂຣບິກ ຮ່ວມກັນ.
ນອກຈາກກິດຈະກຳໃນຕອນເຊົ້າແລ້ວ, ເວລາ 8:30-16:00ໂມງ ຍັງໄດ້ມີການແຂ່ງຂັນກິລາເປຕັງມິດຕະພາບ ຊີງຂັນທ່ານປະທານຄະນະກຳມະການປົກຄອງແຂວງວຽງຈັນ ຢູ່ທີ່ສະໜາມກິລາເປຕັງຂອງແຂວງ.
ພາບ ແລະ ຂ່າວໂດຍ: ກິນດາລອນ
ຂ່າວຫຼ້າສຸດ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ
- ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍາປີ 2026


