ວິທະຍາໄລເຕັກນິກ ລາວ-ເຢຍລະມັນ ແລະ ປາກປ່າສັກ ຮ່ວມກັນຈັດກິດຈະກຳແຂ່ງຂັນກິລາມິດຕະພາບ ສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ ຢ່າງຟົດຟື້ນ
21/07/2026

ໃນວັນທີ 16 ກໍລະກົດ 2026 ທີ່ເດີ່ນເຕະບານວິກຕໍຣີ ນະຄອນຫຼວງວຽງຈັນ, ວິທະຍາໄລເຕັກນິກ ລາວ-ເຢຍລະມັນ ແລະ ວິທະຍາໄລເຕັກນິກ ປາກປ່າສັກ ໄດ້ຮ່ວມກັນຈັດກິດຈະກຳແຂ່ງຂັນກິລາມິດຕະພາບຢ່າງຟົດຟື້ນ ເພື່ອສ້າງຂະບວນການຕ້ອນຮັບ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ (20 ກໍລະກົດ 1955 – 20 ກໍລະກົດ 2026)ືໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ນາງ ສຸດສາຍໃຈ ດວງສະຫວັນ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານສະຫະພັນແມ່ຍິງກະຊວງສຶກສາທິການ ແລະ ກິລາ, ທ່ານ ປອ ສາຍສະໝອນ ງາມສີ ຄະນະໜ່ວຍພັກກົມ, ຮອງຫົວໜ້າກົມອາຊີວະສຶກສາ, ທ່ານ ສຸລິຍາ ປ່າໄຊ ເລຂາຄະນະພັກຮາກຖານ, ຜູ້ອຳນວຍການວິທະຍາໄລເຕັກນິກ ລາວ-ເຢຍລະມັນ ແລະ ທ່ານ ໂພໄຊ ບູລົມ ເລຂາຄະນະພັກຮາກຖານ, ຜູ້ອຳນວຍການວິທະຍາໄລເຕັກນິກ ປາກປ່າສັກ. ນອກນີ້, ຍັງມີຄະນະບໍລິຫານງານສະຫະພັນແມ່ຍິງກະຊວງສຶກສາທິການ ແລະ ກິລາ, ປະທານສະຫະພັນແມ່ຍິງ ພ້ອມດ້ວຍຄະນະພັກ, ເລຂາຊາວໜຸ່ມ, ປະທານສະຫະພັນກຳມະບານ, ຄະນະສາມອົງການຈັດຕັ້ງມະຫາຊົນ ແລະ ສະມາຊິກທັງສອງພາກສ່ວນເຂົ້າຮ່ວມຢ່າງພ້ອມພຽງ.
ການແຂ່ງຂັນກິລາມິດຕະພາບ ຍິງ-ຊາຍ ຂອງ 3 ອົງການຈັດຕັ້ງມະຫາຊົນ ລະຫວ່າງ ວິທະຍາໄລເຕັກນິກ ລາວ-ເຢຍລະມັນ, ວິທະຍາໄລເຕັກນິກ ປາກປ່າສັກ ແລະ ກົມອາຊີວະສຶກສາ ໃນຄັ້ງນີ້ ຈັດຂຶ້ນເພື່ອແນໃສ່ຮັດແໜ້ນຄວາມສາມັກຄີອັນປ່ຽນແປງບໍ່ໄດ້ລະຫວ່າງສະມາຊິກ 3 ອົງການຈັດຕັ້ງມະຫາຊົນຂອງທັງສອງສະຖາບັນ ແລະ ກົມກອງໃຫ້ມີຄວາມສະໜິດສະໜົມ ແລະ ຮັກແພງກັນຍິ່ງໆຂຶ້ນ, ທັງເປັນການສ້າງຂະບວນການສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ ໃຫ້ມີເນື້ອໃນເລິກເຊິ່ງ ແລະ ມີບັນຍາກາດເບີກບານມ່ວນຊື່ນ.
ສຳລັບຜົນການແຂ່ງຂັນໃນຄັ້ງນີ້ ປະກົດວ່າ:
ປະເພດທີມຍິງ ວິທະຍາໄລເຕັກນິກ ປາກປ່າສັກ ສາມາດໄລ່ຕີສະເໝີ ວິທະຍາໄລເຕັກນິກ ລາວ-ເຢຍລະມັນ ໄປດ້ວຍຄະແນນ 1-1 ປະຕູ.
ປະເພດທີມຊາຍ ວິທະຍາໄລເຕັກນິກ ລາວ-ເຢຍລະມັນ ເສຍໃຫ້ ວິທະຍາໄລເຕັກນິກ ປາກປ່າສັກ 3-5 ປະຕູ.
ບັນຍາກາດຕະຫຼອດການແຂ່ງຂັນແມ່ນເຕັມໄປດ້ວຍຄວາມສາມັກຄີ, ມ່ວນຊື່ນ ແລະ ສຽງເຊຍທີ່ດັງສະໜັ່ນຫວັ່ນໄຫວຈາກທັງສອງຝ່າຍ, ເຊິ່ງໄດ້ສ້າງຄວາມປະທັບໃຈໃຫ້ແກ່ຜູ້ເຂົ້າຮ່ວມເປັນຢ່າງຍິ່ງ.
ຂ່າວຫຼ້າສຸດ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ
- ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍາປີ 2026



