ສປປ ລາວ ສືບຕໍ່ໄດ້ຮັບໄວ້ວາງໃຈໃຫ້ເປັນເຈົ້າພາບ ຈັດການແຂ່ງຂັນກິລາປິ່ງປ່ອງເຍົາວະຊົນໂລກ ແລະ ຮຸ່ນທົ່ວໄປ WTT 2026
27/07/2026

ໃນວັນທີ 25 ກໍລະກົດ 2026 ທີ່ໂຮງແຮມ ແລນມາກ ລີເວີໄຊ, ສະຫະພັນກິລາປິ່ງປ່ອງແຫ່ງຊາດລາວ (ສປລ) ໄດ້ຈັດພິທີຖະແຫຼງຂ່າວຢ່າງເປັນທາງການ ເພື່ອປະກາດຄວາມພ້ອມໃນການເປັນເຈົ້າພາບຈັດງານແຂ່ງຂັນກິລາປິ່ງປ່ອງຊາວໜຸ່ມ-ເຍົາວະຊົນໂລກ ແລະ ຮຸ່ນທົ່ວໄປ ລາຍການ “WTT Youth Contender” (ຄັ້ງທີ 4) ແລະ “WTT Feeder Series” (ຄັ້ງທີ 2) ປະຈຳປີ 2026. ງານແຂ່ງຂັນລະດັບໂລກຄັ້ງນີ້ ຈະຈັດຂຶ້ນໃນລະຫວ່າງວັນທີ 30 ກໍລະກົດ ຫາ 8 ສິງຫາ 2026 ຢູ່ທີ່ ສູນການຄ້າ ລາວ-ໄອເຕັກ (ມໍ ຊັ້ນ 7) ນະຄອນຫຼວງວຽງຈັນ.
ງານຖະແຫຼ່ງການຄັ້້ງນີ້ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ກິ່ງມະໂນ ພົມມະໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ຮອງປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ, ທ່ານ ປອ ສຳລານ ພັນຄະວົງ ປະທານສະຫະພັນກິລາປິ່ງປ່ອງແຫ່ງຊາດລາວ, ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ອະດີດລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ປະທານກິດຕິມະສັກ ສະຫະພັນກິລາປິ່ງປ່ອງແຫ່ງຊາດລາວ ທ່ານ ນາງ ວຽງເງິນ ໄຂຄຳພິທູນ ປະທານກິດຕິມະສັກ ສະຫະພັນກິລາໝາກແລ້ແຫ່ງຊາດລາວ, ພ້ອມດ້ວຍບັນດາຫົວໜ້າກົມ-ຮອງກົມ, ຜູ້ສະໜັບສະໜູນ ແລະ ນ້ອງໆນັກກິລາເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ທ່ານ ນາງ ອໍລະໄທ ສັນຕິຄົງຄາ ຮອງປະທານ ສະຫະພັນກິລາປິ່ງປ່ອງແຫ່ງຊາດລາວ ໄດ້ລາຍງານວ່າ: ການທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດງານລະດັບໂລກຢ່າງຕໍ່ເນື່ອງ ເປັນຜົນມາຈາກຄວາມສົມບູນແບບ ແລະ ຄວາມມີມາດຕະຖານໃນການຈັດງານໄລຍະຜ່ານມາ ຈົນເປັນທີ່ຍອມຮັບຈາກສະຫະພັນກິລາປິ່ງປ່ອງອາຊີ ແລະ ສາກົນ. ສຳລັບການແຂ່ງຂັນປີນີ້ ມີກະແສຕອບຮັບຢ່າງຫຼວງຫຼາຍ ໂດຍມີຜູ້ເຂົ້າຮ່ວມຈາກ 22 ປະເທດ ລວມທັງໝົດ 403 ຄົນ, ໃນນັ້ນ ເປັນລາຍການເຍົາວະຊົນ 276 ຄົນ (ນັກກິລາ 193 ຄົນ) ແລະ ຮຸ່ນທົ່ວໄປ 197 ຄົນ (ນັກກິລາ 127 ຄົນ) ປະເພດຊາຍຮຸ່ນທົ່ວໄປມີຜູ້ສະໝັກເກີນໂກຕ້າທີ່ກຳນົດໄວ້. ເຊິ່ງທັບນັກກິລາເຈົ້າພາບ ສປປ ລາວ ໄດ້ສົ່ງນັກກິລາ ແລະ ຄູຝຶກ ເຂົ້າຮ່ວມທັງໝົດ 70 ຄົນ, ອາຍຸລະຫວ່າງ 9 ຫາ 19 ປີ ສຳລັບຮຸ່ນເຍົາວະຊົນ ແລະ ຮຸ່ນທົ່ວໄປ 16 ຄົນ. ການແຂ່ງຂັນຈະມີທັງປະເພດດ່ຽວ ແລະ ປະເພດຄູ່ປະສົມ (ອາຍຸບໍ່ເກີນ 11, 13, 15, 17, 19 ປີ ແລະ ຮຸ່ນທົ່ວໄປ) ຊີງໄຊທັງໝົດ 32 ລາງວັນ. ສຳລັບງົບປະມານ ແລະ ການສະໜັບສະໜູນ, ງານຄັ້ງນີ້ໄດ້ຮັບການອຸປະຖຳອຸປະກອນແຂ່ງຂັນຈາກບໍລິສັດ ເຫີເປຍ ຍິນເຫີ (Yinhe) ພ້ອມດ້ວຍການສະໜັບສະໜູນວັດຖຸ-ເງິນສົດຈາກພາກສ່ວນທຸລະກິດທັງພາຍໃນ ແລະ ຕ່າງປະເທດ ເຊິ່ງເປັນວັດຖຸມູນຄ່າຫຼາຍກວ່າ 5.7 ຕື້ກວ່າກີບ ແລະ 21,000 ໂດລາສະຫະລັດ ພ້ອມທັງເງິນສົດຈຳນວນ 1,248 ລ້ານກີບ.
ໃນໂອກາດນີ້, ທ່ານ ກິ່ງມະໂນ ພົມມະໄຊ ໄດ້ໃຫ້ທິດຊີ້ນຳພ້ອມທັງເນັ້ນໜັກ 7 ບັນຫາສຳຄັນ ໂດຍສະເພາະແມ່ນຄວນມີການຍົກລະດັບການຈັດງານໃຫ້ໄດ້ມາດຕະຖານສາກົນທຸກດ້ານ (ເຕັກນິກ, ການຖ່າຍທອດສົດ, ຄວາມສະຫງົບ); ໂຄສະນາປະຊາສຳພັນໃຫ້ຊາວໜຸ່ມ-ເຍົາວະຊົນລາວ ໄດ້ຕິດຕາມ ແລະ ເຊຍ ຕາມລິຂະສິດຂອງ WTT/ITTF; ຄວນສອດແຊກການໂຄສະນາແຫຼ່ງທ່ອງທ່ຽວທີ່ສວຍງາມຂອງ ສປປ ລາວ ໃຫ້ແກ່ຜູ້ເຂົ້າຮ່ວມຕ່າງປະເທດ; ພວກເຮົາຕ້ອງຮ່ວມກັນເປັນເຈົ້າພາບທີ່ດີ ດ້ວຍການບໍລິການ, ການຕ້ອນຮັບ ແລະ ທັດສະນະຄະຕິທີ່ອົບອຸ່ນ; ຄວນໃຫ້ນັກກິລາ ແລະ ຄູຝຶກ ໄດ້ມີການຝຶກຊ້ອມຢ່າງເຕັມທີ່ ເພື່ອເອົາຊະນະດ້ວຍການເສີມສ້າງມາລະຍາດ ແລະ ມິດຕະພາບທີ່ດີ; ຕ້ອງໃຫ້ຄະນະຈັດງານຕິດຕາມກວດກາແຕ່ລະໜ້າວຽກໃຫ້ສຳເລັດຕາມຄາດໝາຍ; ພາຍຫຼັງຈົບງານແລ້ວຕ້ອງສາມາດສະຫຼຸບ ແລະ ຕີລາຄາຖອດຖອນບົດຮຽນໃຫ້ໄດ້ ເພື່ອເປັນການປັບປຸງ ແລະ ຈັດງານໃນຄັ້ງຕໍ່ໆໄປ.
ໂອກາດດຽວກັນ, ທ່ານ ປອ ສຳລານ ພັນຄະວົງ ໄດ້ສະແດງຄວາມຂອບໃຈຢ່າງເລິກເຊິ່ງຕໍ່ການນຳພັກ-ລັດ, ກະຊວງສຶກສາທິການ ແລະ ກິລາ ຕະຫຼອດຮອດບັນດາຜູ້ສະໜັບສະໜູນ ທີ່ໄດ້ຍົກໃຫ້ເຫັນຜົນງານປະຫວັດສາດໃນປີ 2025 ທີ່ນັກກິລາເຍົາວະຊົນລາວ (ຮຸ່ນອາຍຸບໍ່ເກີນ 11 ປີ ຍິງດ່ຽວ) ສາມາດຍາດໄດ້ອັນດັບ 3 ຮ່ວມມາຄອງ, ເຊິ່ງຖືເປັນແຮງຊຸກດັນສຳຄັນໃນການພັດທະນາວົງການກິລາປິ່ງປ່ອງລາວໃຫ້ກ້າວສູ່ລະດັບສາກົນ.
ພາບ-ຂ່າວໂດຍ: ການຈະນາ
ຂ່າວຫຼ້າສຸດ
- ສສກ ຮ່ວມກັບ ລັດຖະບານອົດສະຕຣາລີ ສົ່ງເສີມຄວາມເປັນຜູ້ນຳຂອງແມ່ຍິງ ແລະ ການປົກປ້ອງເດັກ ໃນຂະແໜງ ການສຶກສາ
- ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີສຶກສາອາຊຽນ ຄັ້ງທີ 14 ແລະ ກອງປະຊຸມປິ່ນອ້ອມ ທີ່ ສິງກະໂປ
- ສປປ ລາວ ສືບຕໍ່ໄດ້ຮັບໄວ້ວາງໃຈໃຫ້ເປັນເຈົ້າພາບ ຈັດການແຂ່ງຂັນກິລາປິ່ງປ່ອງເຍົາວະຊົນໂລກ ແລະ ຮຸ່ນທົ່ວໄປ WTT 2026
- ສສກ ອົບຮົມວຽກງານການຈັດຊື້-ຈັດຈ້າງ ໃຫ້ຜູ້ຮັບຜິດຊອບຂອງບັນດາຫົວໜ່ວຍການເງິນທີ່ຂຶ້ນກັບກະຊວງ
- ຟີຟາ ສັ່ງສອບສວນເຫດການຫຼັງເກມນັດຊີງຊະນະເລີດບານໂລກ 2026
- ລະດົມຄວາມຄິດໃສ່ (ຮ່າງ) ຄຳແນະນຳ ກ່ຽວກັບການສ້າງຕັ້ງ ແລະ ການເຄື່ອນໄຫວຂອງສະພາວິທະຍາສາດແຫ່ງຊາດ
ຂ່າວທີ່ອ່ານຫຼາຍ
- ສສກ ຮ່ວມກັບ ລັດຖະບານອົດສະຕຣາລີ ສົ່ງເສີມຄວາມເປັນຜູ້ນຳຂອງແມ່ຍິງ ແລະ ການປົກປ້ອງເດັກ ໃນຂະແໜງ ການສຶກສາ
- ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີສຶກສາອາຊຽນ ຄັ້ງທີ 14 ແລະ ກອງປະຊຸມປິ່ນອ້ອມ ທີ່ ສິງກະໂປ
- ສປປ ລາວ ສືບຕໍ່ໄດ້ຮັບໄວ້ວາງໃຈໃຫ້ເປັນເຈົ້າພາບ ຈັດການແຂ່ງຂັນກິລາປິ່ງປ່ອງເຍົາວະຊົນໂລກ ແລະ ຮຸ່ນທົ່ວໄປ WTT 2026



