ທັບນັກກິລາກະຕໍ້ ຈຳປາສັກ ພ້ອມ 100% ລຸຍຊີງແຊ້ມທົ່ວປະເທດ ພ້ອມຕັ້ງເປົ້າສູ້ຊົນຄວ້າແຊ້ມ ເພື່ອສ້າງສູ່ 2 ງານໃຫຍ່ລະດັບຊາດ
28/07/2026

ທັບນັກກິລາກະຕໍ້ ແຂວງຈຳປາສັກ ປະກາດຄວາມພ້ອມ 100% ເຂົ້າຮ່ວມການແຂ່ງຂັນກິລາກະຕໍ້ ຊີງແຊ້ມທົ່ວປະເທດ ຄັ້ງທີ 1 ຊີງຂັນ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ປະຈຳປີ 2026 ໂດຍສົ່ງເຂົ້າຮ່ວມ 3 ລາຍການ ແລະ ຕັ້ງເປົ້າໝາຍສູ້ຊົນຄວ້າແຊ້ມມາຄອງໃຫ້ໄດ້ຢ່າງໜ້ອຍ 1 ລາຍການ.
ທ່ານ ໂອດອນ ໄຊຍະສາດ ປະທານສະຫະພັນກີລາກະຕໍ້ ແຂວງຈຳປາສັກ ທັງເປັນຫົວໜ້າຄູຝຶກ ໄດ້ໃຫ້ສໍາພາດວ່າ: ໃນການແຂ່ງຂັນຄັ້ງນີ້ ແຂວງຈຳປາສັກ ໄດ້ສົ່ງນັກກິລາເຂົ້າຮ່ວມທັງໝົດ 3 ລາຍການ ປະກອບມີ: ທີມດ່ຽວຊາຍ ຮຸ່ນທົ່ວໄປ, ທີມຊາຍ 4 ຄົນ ຮຸ່ນທົ່ວໄປ
ແລະ ທີມດ່ຽວຊາຍ ຮຸ່ນອາຍຸບໍ່ເກີນ 16 ປີ. ສຳລັບການກຽມຄວາມພ້ອມ ແລະ ການຝຶກຊ້ອມ ແມ່ນໄດ້ແບ່ງອອກເປັນ 2 ສະຖານທີ່ ຄື:
ຮຸ່ນອາຍຸບໍ່ເກີນ 16 ປີ ແມ່ນຝຶກຊ້ອມຢູ່ສະໜາມກິລາແຂວງຈຳປາສັກ (ຫຼັກ 2) ເຊິ່ງໄດ້ຊ້ອມມາເກືອບ 1 ເດືອນແລ້ວ ແລະ ເຫັນວ່ານັກກິລາທຸກຄົນມີຄວາມພ້ອມແລ້ວ 100%. ສ່ວນຮຸ່ນທົ່ວໄປ (6 ຄົນ) ເຊິ່ງເປັນນັກກິລາທີມຊາດທັງໝົດ ທີ່ຈະລົງແຂ່ງຂັນໃນລາຍການທີມດ່ຽວຊາຍ ແລະ ທີມຊາຍ 4 ຄົນ ແມ່ນໄດ້ຝຶກຊ້ອມຢູ່ນະຄອນຫຼວງວຽງຈັນ. ປັດຈຸບັນ ທຸກຄົນມີຟອມການຫຼິ້ນທີ່ດີ ແລະ ພ້ອມ 100% ແລ້ວ ໂດຍຕັ້ງເປົ້າໝາຍສູ້ຊົນຄວ້າແຊ້ມມາຄອງໃຫ້ໄດ້ຢ່າງນ້ອຍ 1 ລາຍການ.
ທ່ານ ປະທານສະຫະພັນກິລາກະຕໍ້ ແຂວງຈຳປາສັກ ໄດ້ເນັ້ນຢ້ຳຕື່ມອີກວ່າ: ການສົ່ງນັກກິລາເຂົ້າຮ່ວມແຂ່ງຂັນໃນຄັ້ງນີ້ ແມ່ນມີຄວາມໝາຍຄວາມສຳຄັນຢ່າງຍິ່ງ ເພາະເປັນການສ້າງຄວາມຕໍ່ເນື່ອງໃນການພັດທະນານັກກິລາຂອງແຂວງ ໃຫ້ມີຄວາມພ້ອມໄລຍະຍາວ ເພື່ອກຽມຮັບມືກັບ 2 ງານກິລາໃຫຍ່ລະດັບຊາດ ໃນອະນາຄົດ ຄື: ງານກິລານັກຮຽນທົ່ວປະເທດ ຄັ້ງທີ 8 ທີ່ແຂວງເຊກອງ ໃນປີ 2027 ແລະ ງານກິລາແຫ່ງຊາດ ຄັ້ງທີ 13 ທີ່ແຂວງຈຳປາສັກ ຮັບກຽດເປັນເຈົ້າພາບ ໃນປີ 2028. ນອກຈາກນີ້, ຖ້ານັກກິລາຊຸດນີ້ສາມາດເຮັດຜົນງານໄດ້ຕາມເປົ້າໝາຍ ທາງສະຫະພັນກໍພ້ອມທີ່ຈະມີອັດສີດຢ່າງເຕັມຄວາມສາມາດ ເພື່ອເປັນຂວັນ ແລະ ກຳລັງໃຈ.
ສຳລັບການແຂ່ງຂັນກິລາກະຕໍ້ ຊີງແຊ້ມທົ່ວປະເທດ ຄັ້ງທີ 1 ຊີງຂັນທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ປີ 2026 ຈະຈັດຂຶ້ນໃນລະຫວ່າງ ວັນທີ 31 ກໍລະກົດ ຫາ 2 ສິງຫາ 2026 ຢູ່ທີ່ສະໜາມກິລາໃນຮົ່ມ ບູໂດເຊັນເຕີ. ການແຂ່ງຂັນຄັ້ງນີ້ ປະກອບມີ 4 ລາຍການ ຄື: ທີມດ່ຽວຊາຍ ຮຸ່ນທົ່ວໄປ, ທີມດ່ຽວຊາຍ ຮຸ່ນອາຍຸບໍ່ເກີນ 16 ປີ, ທີມຄູ່ຍິງ ຮຸ່ນທົ່ວໄປ ແລະ ທີມຊາຍ 4 ຄົນ ຮຸ່ນທົ່ວໄປ. ປັດຈຸບັນ ມີທັບນັກກິລາຈາກກະຊວງ, ຂະແໜງການ, ແຂວງ ແລະ ສະໂມສອນ ທົ່ວປະເທດ ສະໝັກເຂົ້າຮ່ວມຢ່າງຄຶກຄື້ນ ລວມທັງໝົດ 22 ສະໂມສອນ.
ຂ່າວຫຼ້າສຸດ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ
- ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍາປີ 2026
