ປະກາດກົງຈັກການຈັດຕັ້ງຄະນະບໍລິຫານງານສະຫະພັນກິລາພິກເກີບອນແຫ່ງຊາດລາວ ຢ່າງເປັນທາງການ
03/08/2026

ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດພິທີປະກາດກົງຈັກການຈັດຕັ້ງຄະນະບໍລິຫານງານສະຫະພັນກິລາພິກເກີບອນແຫ່ງຊາດລາວ ຢ່າງເປັນທາງການ ໂດຍແຕ່ງຕັ້ງທ່ານ ຮສ.ປອ ຫຼ້າວັນ ວົງຄຳສານ ຫົວໜ້າຫ້ອງການ ກະຊວງ ສສກ ເປັນປະທານ ສ່ວນທ່ານ ອັກແຊນ ອາໂນໄທ ແລະ ທ່ານ ສິນສະຫວັນ ແກ້ວວັນໄຊ ເປັນຮອງປະທານ.
ພິທີປະກາດ ຮັບຮອງເອົາກົງຈັກການຈັດຕັ້ງຄະນະບໍລິຫານງານ ສະຫະພັນກິລາພິກເກີບອນແຫ່ງຊາດລາວ (ສົກປີ 2026-2030) ຈັດຂຶ້ນ ໃນວັນທີ 30 ກໍລະກົດ 2026 ທີ່ສຳນັກງານກະຊວງສຶກສາທິການ ແລະ ກິລາ (ຕຶກເຈົ້າອານຸວົງ), ໂດຍການເຂົ້າຮ່ວມເປັນປະທານ ແລະ ມອບຂໍ້ຕົກລົງຂອງທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ຮອງປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ ທັງເປັນປະທານຄະນະກຳມະການພາຣາແລມປິກແຫ່ງຊາດລາວ, ມີທ່ານ ຮສ.ປອ ຫຼ້າວັນ ວົງຄຳສານ ຫົວໜ້າຫ້ອງການ ກະຊວງ ສສກ ປະທານສະຫະພັນກິລາພິກເກີບອນແຫ່ງຊາດລາວ ພ້ອມດ້ວຍຄະນະ, ພະນັກງານທີ່ກ່ຽວຂ້ອງ ແລະ ສື່ມວນຊົນເຂົ້າຮ່ວມ.
ໃນພິທີ, ທ່ານ ວຽງທອງ ພົນທະຈັກ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງ ສສກ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການຮັບຮອງເອົາການສ້າງຕັ້ງຄະນະບໍລິຫານງານ ສະຫະພັນກິລາພິກເກີບອນແຫ່ງຊາດລາວ ສົກປີ 2026-2030 ເຊິ່ງມີຄະນະບໍລິຫານງານ 10 ທ່ານ, ໃນນັ້ນ ແຕ່ງຕັ້ງທ່ານ ຮສ.ປອ ຫຼ້າວັນ ວົງຄຳສານ ຫົວໜ້າຫ້ອງການກະຊວງ ສສກ ເປັນປະທານ ສ່ວນທ່ານ ອັກແຊນ ອາໂນໄທ ຜູ້ອຳນວຍການສະໂມສອນກິລາອາໂນໄທ ແລະ ທ່ານ ສິນສະຫວັນ ແກ້ວວັນໄຊ ຫົວໜ້າຜູ້ບໍລິຫານ ບໍລິສັດ ເອັນນາຈີ ເທັກໂຊລາ ເປັນຮອງປະທານ ແລະ ທ່ານ ອານຸຊາ ບຸບຜາ ຫົວໜ້າຄ້າຍທຳມະເພື່ອເຍົາວະຊົນ ແລະ ຊາວໜຸ່ມ ເປັນເລຂາທິການ.
ໂອກາດນີ້, ທ່ານ ກິ່ງມະໂນ ພົມມະຫາໄຊ ກໍໄດ້ຮຽກຮ້ອງໃຫ້ຄະນະບໍລິຫານງານສະຫະພັນກິລາພິກເກີບອນແຫ່ງຊາດລາວ ຊຸດໃໝ່ ຊຶ່ງເປັນຊຸດປະຫວັດສາດໜ້າໃໝ່ຂອງວົງການກິລາວ ພ້ອມກັນແບ່ງປັນຄວາມຮັບຜິດຊອບໃຫ້ຈະແຈ້ງ, ວາງແຜນຍຸດທະສາດການພັດທະນາກິລາດັ່ງກ່າວຢ່າງລະອຽດ ຕ້ອງນຳພາ-ຊີ້ນຳກິລານີ້ໃຫ້ມີການພັດທະນາໃຫ້ເຕີຍໃຫຍ່ຂະຫຍາຍຕົວຢ່າງກວ້າງຂວາງ ໂດຍສຸມໃສ່ໃຫ້ຂະບວນການການແຂ່ງຂັນຢ່າງຕໍ່ເນື່ອງ ເພື່ອສົ່ງເສີມການພັດທະນາກິລາພິກເກີບອນລາວ ໃຫ້ເປັນທີ່ຮັບຮູ້ ແລະ ມີການຫຼິ້ນຢ່າງແຜ່ຫຼາຍໃນສັງຄົມລາວ.
ໂອກາດດັ່ງກ່າວ, ທ່ານ ຮສ.ປອ ຫຼ້າວັນ ວົງຄຳສານ ກໍໄດ້ກ່າວສະແດງຄວາມຮູ້ສຶກພາກພູມໃຈແລະ ຂໍຂອບໃຈຕໍ່ທິດຊີ້ນຳອັນມີຄຸນຄ່າຂອງທ່ານຮອງລັດຖະມົນຕີ ສສກ ພ້ອມຈະນຳເອົາທິດຊີ້ນຳດັ່ງກ່າວໄປຜັນຂະຫຍາຍເປັນແຜນງານ, ແຜນວຽກລະອຽດ ລວມເຖິງຈັດແບ່ງຄວາມຮັບຜິດຊອບ ເພື່ອພ້ອມກັນພັດທະນາກິລາພິກເກີບອນ ໃຫ້ເປັນທີ່ນິຍົມໃນສັງຄົມ ແລະ ຂະຫຍາຍສູ່ສະຖານການສຶກສາໃນຂອບເຂດທົວປະດທດໃຫ້ຫຼາຍຂຶ້ນ ພ້ອມຈະສູ້ຊົນໃຫ້ກິລາດັ່ງກ່າວ ສາມາດເປັນກິລາສາທິດ ໃນງານກິລາແຫ່ງຊາດ ຈະຈັດຂຶ້ນ ໃນປີ 2028 ນີ້ ໃຫ້ປະກົດຜົນເປັນຈິງ ສາມາດຄັດເລືອກນັກກິລາຜູ້ທີ່ມີຄວາມຮູ້ຄວາມສາມາດ ສົ່ງເຂົ້າຮ່ວມແຂ່ງຂັນສ້າງຜົນງານໃນລະດັບພາກພື້ນ, ອະນຸພາກພື້ນ ແລະ ສາກົນ ສ້າງກຽດສັກສີມາສູ່ປະເທດຊາດ ໃນຕໍ່ໜ້າ.
ໃນພິທີຍັງມີການມອບ-ຮັບເຄື່ອງ ແລະ ອຸປະກອນກິລາ ພິກເກີບອນ ຈາກຜູ້ສະໜັບສະໜູນເຄື່ອງກິລາດົງລຶກ ຊຶ່ງເປັນຜະລິດຕະພັນຈາກ ສສ ຫວຽດນາມ ອີກດ້ວຍ.
ພາບ ແລະ ຂ່າວໂດຍ: ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ຮົງກົງ ແລະ ມາເລເຊຍ ຄອງຂັນຊະນະເລີດທີມຄູ່ປະສົມ ການແຂ່ງຂັນປິ່ງປ່ອງຊາວໜຸ່ມໂລກ 2026 ຮຸ່ນ U-19 ແລະ U-15 ທີ່ ສປປ ລາວ
- ສ.ເກົາຫຼີ-ໄຕ້ຫວັນ-ຍີ່ປຸ່ນ ຄອງລາງວັນຊະນະເລີດ ແຂ່ງຂັນປິ່ງປ່ອງຊາວໜຸ່ມໂລກ 2026 ຮຸ່ນ U-13 ແລະ U-17 ທີ່ ລາວ
- ສລດ ປະຊຸມປະເມີນຂໍ້ແຂ່ງຂັນ 3 ດີ, 4 ບຸກ ແລະ 5 ເປັນເຈົ້າ ປະຈຳປີ 2026 ພ້ອມມອບຫຼຽນກາລະນຶກ 50 ປີ ໃຫ້ພະນັກງານດີເດັ່ນ
- ການແຂ່ງຂັນກະຕໍ້ ຊີງແຊ້ມທົ່ວປະເທດ ຄັ້ງທີ I ປະຈຳປີ 2026 ເປີດສາກຊີງໄຊຢ່າງເປັນທາງການ
- ສົມລາຄາເຕັງແຊ້ມ! ຈຳປາສັກ ຊະນະ ຊ້າງບິນ ແບບສະບາຍ 2-0 ເຊັດ ປະເດີມໄຊ ກະຕໍ້ທີມດ່ຽວຊາຍ ຊີງແຊ້ມທົ່ວປະເທດ ຄັ້ງທີ 1 ປີ 2026
- “ພີທີພີ” ທີມນ້ອງໃໝ່ ປະເດີມໄຊ 2-0 ເຊັດ ເກັບ 3 ແຕ້ມທຳອິດ ການແຂ່ງຂັນກະຕໍ້ ຊີງແຊ້ມທົ່ວປະເທດ ຄັ້ງທີ 1 ປີ 2026
ຂ່າວທີ່ອ່ານຫຼາຍ
- ຮົງກົງ ແລະ ມາເລເຊຍ ຄອງຂັນຊະນະເລີດທີມຄູ່ປະສົມ ການແຂ່ງຂັນປິ່ງປ່ອງຊາວໜຸ່ມໂລກ 2026 ຮຸ່ນ U-19 ແລະ U-15 ທີ່ ສປປ ລາວ
- ສ.ເກົາຫຼີ-ໄຕ້ຫວັນ-ຍີ່ປຸ່ນ ຄອງລາງວັນຊະນະເລີດ ແຂ່ງຂັນປິ່ງປ່ອງຊາວໜຸ່ມໂລກ 2026 ຮຸ່ນ U-13 ແລະ U-17 ທີ່ ລາວ
- ສລດ ປະຊຸມປະເມີນຂໍ້ແຂ່ງຂັນ 3 ດີ, 4 ບຸກ ແລະ 5 ເປັນເຈົ້າ ປະຈຳປີ 2026 ພ້ອມມອບຫຼຽນກາລະນຶກ 50 ປີ ໃຫ້ພະນັກງານດີເດັ່ນ



