“ພີທີພີ” ທີມນ້ອງໃໝ່ ປະເດີມໄຊ 2-0 ເຊັດ ເກັບ 3 ແຕ້ມທຳອິດ ການແຂ່ງຂັນກະຕໍ້ ຊີງແຊ້ມທົ່ວປະເທດ ຄັ້ງທີ 1 ປີ 2026
03/08/2026

ການແຂ່ງຂັນກິລາກະຕໍ້ ຊີງແຊ້ມທົ່ວປະເທດ ຄັ້ງທີ 1 ຊີງຂັນທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ປະຈຳປີ 2026 ເລີ່ມຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 31 ກໍລະກົດ 2026 ນີ້ ທີ່ສະໜາມກິລາໃນຮົ່ມ ບູໂດເຊັນເຕີ ນະຄອນຫຼວງວຽງຈັນ ເຊິ່ງໄຮໄລ້ທີ່ໜ້າຕິດຕາມໃນຮອບຄັດເລືອກ ປະເພດທີມດ່ຽວຊາຍ ຮຸ່ນທົ່ວໄປ ສະໂມສອນ ພີທີພີ ເພັດພະຈັນ ປະເສີດ ຈຳກັດຜູ້ດຽວ ທີມນ້ອງໃໝ່ຂອງລາຍການ ໂຊຟອມໄດ້ຢ່າງຮ້ອນແຮງ ແລະ ແຂງແກ່ນ ດ້ວຍການເອົາຊະນະ ສະໂມສອນ ຄຸນນະພາບ ໄປຢ່າງຂາດຂັ້ນ 2-0 ເຊັດ.
ເກມນີ້ ທີມນ້ອງໃໝ່ຢ່າງ ສະໂມສອນ ພີທີພີ ເພັດພະຈັນ ປະເສີດ ຈຳກັດຜູ້ດຽວ ຫຼິ້ນໄດ້ຢ່າງໝັ້ນໃຈ, ວາງແຜນເກມບຸກ ແລະ ເກມຮັບໄດ້ຢ່າງຮອບຄອບ ໂດຍເຊັດທີ 1 ເປີດສາກມາ ພີທີພີ ເພັດພະຈັນ ປະເສີດ ອາໄສຈັງຫວະການເສີບທີ່ແນ່ນອນ ແລະ ການຟາດໜ້າຕາໜ່າງທີ່ເດັດຂາດ ອອກນຳ ແລະ ປິດເຊັດໄປໄດ້ກ່ອນດ້ວຍຄະແນນ 15-7. ສ່ວນເຊັດທີ 2 ຍັງຄົງຫຼິ້ນໄດ້ດີ ແລະ ປັບເກມໄດ້ຢ່າງຕໍ່ເນື່ອງ ຄຸມຈັງຫວະເກມໄວ້ໄດ້ທັງໝົດ ກ່ອນຈະປິດເກມໄປຢ່າງງົດງາມດ້ວຍຄະແນນ 15-6 ລວມເປັນ 2-0 ເຊັດ ປະເດີມຄວ້າ 3 ຄະແນນທຳອິດໄດ້ຢ່າງງົດງາມ.
ຫຼັງຈາກປະເດີມ 3 ແຕ້ມທຳອິດໄດ້ສຳເລັດ, ສະໂມສອນ ພີທີພີ ເພັດພະຈັນ ປະເສີດ ມີຕາຕະລາງລົງສະໜາມຕໍ່ທັນທີໃນນັດທີ 2 ຕອນບ່າຍຂອງມື້ນີ້ (31 ກໍລະກົດ 2026) ໂດຍຈະພົບກັບ ສະໂມສອນ 194 ເພື່ອລຸ້ນເກັບໄຊຊະນະຢ່າງຕໍ່ເນື່ອງໃນຮອບຄັດເລືອກ.
ຂ່າວຫຼ້າສຸດ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ
- ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍາປີ 2026
