ສົມລາຄາເຕັງແຊ້ມ! ຈຳປາສັກ ຊະນະ ຊ້າງບິນ ແບບສະບາຍ 2-0 ເຊັດ ປະເດີມໄຊ ກະຕໍ້ທີມດ່ຽວຊາຍ ຊີງແຊ້ມທົ່ວປະເທດ ຄັ້ງທີ 1 ປີ 2026
03/08/2026

ເປີດສາກຢ່າງເປັນທາງການ ແລະ ຟົດຟື້ນ ການແຂ່ງຂັນກິລາກະຕໍ້ ຊີງແຊ້ມທົ່ວປະເທດ ຄັ້ງທີ 1 ຊີງຂັນທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ປະຈຳປີ 2026 ໃນຕອນເຊົ້າວັນທີ 31 ກໍລະກົດ 2026 ນີ້ ທີ່ສະໜາມກິລາໃນຮົ່ມ ບູໂດເຊັນເຕີ ນະຄອນຫຼວງວຽງຈັນ ເຊິ່ງອີກໜຶ່ງຄູ່ໄຮໄລ້ທີ່ໜ້າຕິດຕາມໃນຮອບຄັດເລືອກ ປະເພດທີມດ່ຽວຊາຍ ຮຸ່ນທົ່ວໄປ ທັບນັກກິລາກະຕໍ້ ແຂວງຈຳປາສັກ ທີມເຕັງແຊ້ມຂອງລາຍການ ໂຊຟອມໄດ້ຢ່າງໂດດເດັ່ນ ແລະ ສົມລາຄາ ເປີດສະໜາມນັດທຳອິດດ້ວຍການເອົາຊະນະ ທີມຊ້າງບິນ ໄປຢ່າງເດັດຂາດ 2-0 ເຊັດ.
ເກມນີ້ ທັງສອງທີມສູ້ກັນຢ່າງສູສີ ແລະ ມ່ວນຊື່ນ, ແຕ່ເປັນທາງດ້ານ ແຂວງຈຳປາສັກ ທີ່ອາໄສຄວາມເກົາເກມ ແລະ ເກມບຸກທີ່ແນ່ນອນກວ່າຈາກການຂຶ້ນຟາດຂອງ ໜຸ່ມ ສຸວັນນະດີ ນັກກິລາກະຕໍ້ທີມຊາດລາວ ໂດຍເຊັດທີ 1 ທັງສອງທີມຍາດແຍ່ງແຕ້ມກັນຢ່າງດຸເດືອດ, ກ່ອນທີ່ ແຂວງຈຳປາສັກ ຈະອາໄສຈັງຫວະຂຶ້ນຟາດ ແລະ ເສີບຄະແນນສຳຄັນ ເດັດຂາດກວ່າເອົາຊະນະໄປໄດ້ກ່ອນດ້ວຍຄະແນນ 15-12. ສ່ວນໃນເຊັດທີ 2 ທີມຊ້າງບິນ ພະຍາຍາມເລັ່ງເກມບຸກ ດ້ວຍການເກັບຄະແນນອອກນຳໄປກ່ອນ ເພື່ອຫວັງເກັບເຊັດຄືນ, ແຕ່ ແຂວງຈຳປາສັກ ຍັງຄຸມຈັງຫວະເກມໄດ້ດີ ແລະ ແກ້ເກມໄດ້ຢ່າງເດັດຂາດ ປິດເກມໄປດ້ວຍຄະແນນ 15-12 ສົ່ງຜົນໃຫ້ ແຂວງຈຳປາສັກ ຊະນະ ທີມຊ້າງບິນ 2-0 ເຊັດ 15-12 ແລະ 15-12 ຄະແນນ ປະເດີມເກັບ 3 ຄະແນນທຳອິດໄດ້ຢ່າງງົດງາມ.
ໂປຣແກຣມນັດຕໍ່ໄປ ທັບນັກກິລາກະຕໍ້ ແຂວງຈຳປາສັກ ມີຄິວລົງສະໜາມຕໍ່ທັນທີໃນນັດທີ 2 ຕອນບ່າຍຂອງມື້ນີ້ (31 ກໍລະກົດ 2026) ໂດຍຈະພົບກັບ ທີມຄຣີນິກປົວແຂ້ວ ເພື່ອລຸ້ນເກັບໄຊຊະນະຢ່າງຕໍ່ເນື່ອງໃນຮອບຄັດເລືອກ.
ຂ່າວຫຼ້າສຸດ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ
- ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍາປີ 2026
