Skip to main content

ການແຂ່ງຂັນກະຕໍ້ ຊີງແຊ້ມທົ່ວປະເທດ ຄັ້ງທີ I ປະຈຳປີ 2026 ເປີດສາກຊີງໄຊຢ່າງເປັນທາງການ

03/08/2026
ໃນວັນທີ 31 ກໍລະກົດ 2026 ຢູ່ທີ່ສູນກິລາບູໂດເຊັນເຕີ ນະຄອນຫຼວງວຽງຈັນ ໄດ້ມີພິທີເປີດການແຂ່ງຂັນກິລາກະຕໍ້ ຊີງແຊ້ມທົ່ວປະເທດ ຄັ້ງທີ I ປະຈຳປີ 2026 ຊີງຂັນທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ຢ່າງເປັນທາງການ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ປະທານສະຫະພັນກິລາກະຕໍ້ ແລະ ຊິນລອນ ແຫ່ງຊາດລາວ, ທ່ານ ທອງລີ ສີສຸລິດ ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ແລະ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍແຂກຖືກເຊີນ, ຜູ້ໃຫ້ການສະໜັບສະໜູນ, ຄະນະຮັບຜິດຊອບຈັດການແຂ່ງຂັນ, ຄະນະນຳ, ຄູຝຶກ ແລະ ນັກກິລາ ຢ່າງພ້ອມພຽງ.
ໃນພິທີ, ທ່ານ ອານຸສອນ ເຄນກິຕິສັກ ຮອງປະທານ ແລະ ເລຂາທິການ ສະຫະພັນກິລາກະຕໍ້ ແລະ ຊິນລອນແຫ່ງຊາດລາວ ໄດ້ຂຶ້ນລາຍງານວ່າ: ການຈັດການແຂ່ງຂັນຄັ້ງນີ້ ແມ່ນປະຕິບັດຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ເລກທີ 4210/ສສກ, ລົງວັນທີ 10 ກໍລະກົດ 2026. ການແຂ່ງຂັນແມ່ນດຳເນີນລະຫວ່າງວັນທີ 31 ກໍລະກົດ ຫາ 02 ສິງຫາ 2026 ໂດຍມີຈຸດປະສົງເພື່ອເຕົ້າໂຮມຄວາມສາມັກຄີຂອງຄະນະນັກກິລາ ແລະ ແຟນກິລາກະຕໍ້ທົ່ວປະເທດ; ສົ່ງເສີມ ແລະ ພັດທະນາກິລາກະຕໍ້ລາວໃຫ້ເຕີບໃຫຍ່ຂະຫຍາຍໂຕຢ່າງຍືນຍົງ; ເປັນເວທີໃຫ້ນັກກິລາລະດັບສະໂມສອນ ແລະ ທີມຊາດ ໄດ້ທົດສອບສີຕີນ, ປັບປຸງເຕັກນິກການຫຼິ້ນ ແລະ ກຽມຄວາມພ້ອມສູງສຸດ; ຄັດເລືອກນັກກິລາຮຸ່ນສືບທອດທີ່ມີພອນສະຫວັນຈາກກຸ່ມກະຊວງ, ແຂວງ ແລະ ສະໂມສອນຕ່າງໆ ເພື່ອນໍາມາສ້າງເປັນນັກກິລາທີມຊາດ.
ນອກຈາກນັ້ນ, ການແຂ່ງຂັນຄັ້ງນີ້ ຖືເປັນການກຽມຄວາມພ້ອມຂອງທັບນັກກິລາກະຕໍ້ທີມຊາດລາວ ເພື່ອກ້າວສູ່ 3 ລາຍການໃຫຍ່ລະດັບໂລກ ແລະ ອາຊີ ໃນປີ 2026 ເປັນຕົ້ນແມ່ນການແຂ່ງຂັນກິລາກະຕໍ້ຊີງແຊ້ມໂລກ ທີ່ປະເທດໄທ ເປັນເຈົ້າພາບ; ງານແຂ່ງຂັນກິລາເອຊຽນເກມ (Asian Games) ຄັ້ງທີ 20 ທີ່ປະເທດຍີ່ປຸ່ນ ເປັນເຈົ້າພາບ; ງານແຂ່ງຂັນກິລາມະຫາວິທະຍາໄລອາຊຽນ ຄັ້ງທີ 22 ທີ່ປະເທດມາເລເຊຍ ເປັນເຈົ້າພາບ.
ໂອກາດດັ່ງກ່າວ, ທ່ານ ສັນຕິສຸກ ສິມມາລາວົງ ໄດ້ກ່າວເປີດການແຂ່ງຂັນຢ່າງເປັນທາງການ ໂດຍໄດ້ເນັ້ນໃສ່ຄວາມພ້ອມ 100% ໃນທຸກໆດ້ານຂອງການຈັດງານ ພ້ອມທັງສະແດງຄວາມຂອບໃຈຢ່າງສູງມາຍັງທຸກໆພາກສ່ວນ ໂດຍສະເພາະບໍລິສັດຜູ້ອຸປະຖຳ ທີ່ໃຫ້ການສະໜັບສະໜູນ ແລະ ຊຸກຢູ່ງານແຂ່ງຂັນຄັ້ງນີ້ໃຫ້ເກີດຂຶ້ນຢ່າງຍິ່ງໃຫຍ່. ການແຂ່ງຂັນໃນຄັ້ງນີ້ ມີຄະນະນຳ, ຄູຝຶກ ແລະ ນັກກິລາ ເຂົ້າຮ່ວມທັງໝົດ 185 ຄົນ ຈາກ 22 ສະໂມສອນ ທົ່ວປະເທດ, ມີການຊີງໄຊທັງໝົດ 4 ປະເພດ ຄື: ທີມດ່ຽວຊາຍ ຮຸ່ນທົ່ວໄປ, ທີມດ່ຽວຊາຍ ຮຸ່ນອາຍຸບໍ່ເກີນ 16 ປີ (U16), ທີມຄູ່ຍິງ ຮຸ່ນທົ່ວໄປ ແລະ ທີມ 4 ຄົນຊາຍ ຮຸ່ນທົ່ວໄປ.
ສຳລັບປະເພດເງິນລາງວັນ ປະເພດທີມ 4 ຄົນຊາຍ ຮຸ່ນທົ່ວໄປ ຊະນະເລີດ ໄດ້ຮັບຂັນ 1 ໜ່ວຍ, ຫຼຽນຄຳ ພ້ອມເງິນສົດ 15.000.000 ກີບ, ຮອງຊະນະເລີດ ໄດ້ຮັບຫຼຽນເງິນ ພ້ອມເງິນສົດ 10.000.000 ກີບ ແລະ ອັນດັບທີ 3 ຮ່ວມ (2 ລາງວັນ) ໄດ້ຮັບຫຼຽນທອງ ພ້ອມເງິນສົດ ລາງວັນລະ 5.000.000 ກີບ; ປະເພດທີມດ່ຽວຊາຍ ແລະ ທີມຄູ່ຍິງ ຮຸ່ນທົ່ວໄປ ຊະນະເລີດ ໄດ້ຮັບຂັນ 1 ໜ່ວຍ, ຫຼຽນຄຳ ພ້ອມເງິນສົດ 10.000.000 ກີບ, ຮອງຊະນະເລີດ ໄດ້ຮັບຫຼຽນເງິນ ພ້ອມເງິນສົດ 5.000.000 ກີບ, ອັນດັບທີ 3 ຮ່ວມ (2 ລາງວັນ) ໄດ້ຮັບຫຼຽນທອງ ພ້ອມເງິນສົດ ລາງວັນລະ 3.000.000 ກີບ; ປະເພດທີມດ່ຽວຊາຍ ຮຸ່ນອາຍຸບໍ່ເກີນ 16 ປີ ຊະນະເລີດ ໄດ້ຮັບຂັນ 1 ໜ່ວຍ, ຫຼຽນຄຳ ພ້ອມເງິນສົດ 5.000.000 ກີບ, ຮອງຊະນະເລີດ ໄດ້ຮັບຫຼຽນເງິນ ພ້ອມເງິນສົດ 3.000.000 ກີບ, ອັນດັບທີ 3 ຮ່ວມ (2 ລາງວັນ) ໄດ້ຮັບຫຼຽນທອງ ພ້ອມເງິນສົດ ລາງວັນລະ 2.000.000 ກີບ.
ຂ່າວໂດຍ: ບົວລະພາ
ພາບໂດຍ: ຄະນະຮັບຜິດຊອບຈັດການແຂ່ງຂັນ