Skip to main content

ສ.ເກົາຫຼີ-ໄຕ້ຫວັນ-ຍີ່ປຸ່ນ ຄອງລາງວັນຊະນະເລີດ ແຂ່ງຂັນປິ່ງປ່ອງຊາວໜຸ່ມໂລກ 2026 ຮຸ່ນ U-13 ແລະ U-17 ທີ່ ລາວ

03/08/2026
ໃນຕອນແລງຂອງວັນທີ 31 ກໍລະກົດ 2026 ທີ່ໄອເຕັກ ມໍ ຊັ້ນ 7 ນະຄອນຫຼວງວຽງຈັນ ໄດ້ມີການແຂ່ງຂັນຮອບຊີງຊະນະເລີດ ແລະ ມອບຂັນລາງວັນໃຫ້ແກ່ນັກກິລາໃນປະເພດ ດ່ຽວຍິງ ແລະ ດ່ຽວຊາຍຮຸ່ນອາຍຸ 13 ປີ ແລະ 17 ປີ ໃນການແຂ່ງຂັນກິລາປິ່ງປ່ອງຊາວໜຸ່ມ-ເຍົາວະຊົນໂລກ ແລະ ຮຸ່ນທົ່ວໄປ ລາຍການ “WTT Youth Contender” ຄັ້ງທີ 4 ແລະ “WTT Feeder Series” ຄັ້ງທີ 2 ປະຈຳປີ 2026 ຊຶ່ງການແຂ່ງຂັນແມ່ນໄດ້ເລີ່ມຂຶ້ນວັນທີ 30 ກໍລະກົດຜ່ານມາ, ໂດຍໃຫ້ກຽດເຂົ້າຮ່ວມຊົມ ແລະ ມອບຂັນລາງວັນຂອງທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະກິລາ, ຮອງປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ, ທ່ານ ປອ ສຳລານ ພັນຄະວົງ ປະທານສະຫະພັນກິລາປິ່ງປ່ອງແຫ່ງຊາດລາວ, ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ປະທານສະພາທີ່ປຶກສາສະຫະພັນກິລາປິ່ງປ່ອງແຫ່ງຊາດ, ພ້ອມດ້ວຍຄະນະບໍລິຫານງານສະຫະພັນກິລາປິ່ງປ່ອງແຫ່ງຊາດລາວ, ຜູ້ບໍລິຫານ ບໍລິສັດລາວເວີນ ແລະ ຮອງຜູ້ອຳນວຍການທະນາຄານ ICBC ແລະ ຜູ້ໃຫ້ການສະໜັບສະໜູນເຂົ້າຮ່ວມ.
ສໍາລັບຮອບຊີງຊະນະເລີດ ຮຸ່ນອາຍຸ 13 ປີ ປະເພດດ່ຽວຍິງ ນາງ ດູ ຊີຮະຍອນ (Du sihyeon) ນັກກິລາຈາກ ສ.ເກົາຫຼີ ເອົາຊະນະ kim yunseo ເພື່ອນຮ່ວມຊາດໄປ 3-0 ເກມ ຮັບຂັນຊະນະເລີດໄປຄອງ, ສ່ວນປະເພດດ່ຽວຊາຍ ທ້າວ ລິນ ຕິນ ເຊືອ (Lin tin xeu) ຈາກໄຕ້ຫວັນ ທີ່ເອົາຊະນະ ທ້າວ ລີ ຊຶງຢູນ (Lee seungyoon) ຈາກ ສ.ເກົາຫຼີ 3-1 ເກມ ຮັບຂັນຊະນະເລີດໄປຄອງ. ຂະນະທີ່ຮຸ່ນອາຍຸ 17 ປີ ໃນປະເພດດ່ຽວຍິງ ນາງ ມິກຸ ມັດຊຶຊິມະ (Miku Matsushima) ຈາກຍີ່ປຸ່ນ ເອົາຊະນະ ນາງ ຮໍ ເຍຣິມ (HEO yerim) 3-0 ເກມ ຮັບຂັນຊະນະເລີດໄປຄອງ, ສ່ວນປະເພດດ່ຽວຊາຍ ທ້າວ ມາ ຍອງມິນ (Ma yeongmin) ຈາກ ສ.ເຫົາຫຼີ ເອົາຊະນະ ທ້າວ ເຈິ້ງ ມິນຊິວ (Cheng Min hsiu) ຈາກໄຕ້ຫວັນ 3-1 ເກມ ຮັບຂັນຊະນະເລີດໄປຄອງ.
ໃນການແຂ່ງຂັນກິລາປິ່ງປ່ອງຊາວໜຸ່ມເຍົາວະຊົນໂລກ ປີນີ້ ມີນັກກິລາຈາກຈຳນວນ 403 ຄົນ ຈາກ 22 ປະເທດເຂົ້າຮ່ວມ. ໃນນັ້ນ, ເປັນລາຍການເຍົາວະຊົນ 276 ຄົນ ແລະ ຮຸ່ນທົ່ວໄປ 197 ຄົນ. ຂະນະທີ່ ເຈົ້າພາບລາວເຮົາສົ່ງນັກກິລາ ແລະ ຄູຝຶກເຂົ້າຮ່ວມທັງໝົດ 70 ຄົນ ອາຍຸ 9-19 ປີ, ສຳລັບຮຸ່ນເຍົາວະຊົນ ແລະ ຮຸ່ນທົ່ວໄປ ມີ 16 ຄົນ ແຂ່ງຂັນກັນທັງປະເພດດ່ຽວ ແລະ ປະເພດຄູ່ປະສົມ ອາຍຸບໍ່ເກີນ 11 ປີ, 13 ປີ, 15 ປີ, 17 ປີ ແລະ 19 ປີ ແລະ ຮຸ່ນທົ່ວໄປ ຊີງໄຊທັງໝົດ 32 ລາຍການ.
ພາບ-ຂ່າວ: ບົວລະພາ