ຮົງກົງ ແລະ ມາເລເຊຍ ຄອງຂັນຊະນະເລີດທີມຄູ່ປະສົມ ການແຂ່ງຂັນປິ່ງປ່ອງຊາວໜຸ່ມໂລກ 2026 ຮຸ່ນ U-19 ແລະ U-15 ທີ່ ສປປ ລາວ

ໃນຕອນແລງຂອງວັນທີ 1 ສິງຫາ 2026 ທີ່ສູນການຄ້າໄອເຕັກມໍ ນະຄອນຫຼວງວຽງຈັນ ໄດ້ມີການແຂ່ງຂັນຮອບຊີງຊະນະເລີດ ແລະ ມອບຂັນລາງວັນໃຫ້ແກ່ນັກກິລາໃນປະເພດຄູ່ປະສົມ ຍິງ-ຊາຍຮຸ່ນອາຍຸ 19 ປີ ແລະ 15 ປີ ໃນການແຂ່ງຂັນກິລາປິ່ງປ່ອງຊາວໜຸ່ມ-ເຍົາວະຊົນໂລກ ແລະ ຮຸ່ນທົ່ວໄປ ລາຍການ “WTT Youth Contender” ຄັ້ງທີ 4 ແລະ “WTT Feeder Series” ຄັ້ງທີ 2 ປະຈຳປີ 2026 ຊຶ່ງການແຂ່ງຂັນແມ່ນໄດ້ເລີ່ມຂຶ້ນວັນທີ 30 ກໍລະກົດຜ່ານມາ, ໂດຍໃຫ້ກຽດເຂົ້າຮ່ວມຊົມ ແລະ ມອບຂັນລາງວັນຂອງ ທ່ານ ປອ ສຳລານ ພັນຄະວົງ ປະທານສະຫະພັນກິລາປິ່ງປ່ອງແຫ່ງຊາດລາວ, ທ່ານ ເສີນ ຫຼົງຮຸຍ ຫົວໜ້າພະແນກ ທະນາຄານ ແຫ່ງ ປະເທດຈີນ ສາຂານະຄອນຫຼວງວຽງຈັນ, ທ່ານ ນາງ ວຽງເງິນ ໄຂຄຳພິທູນ ປະທານທີ່ປຶກສາກິຕິມະສັກສະຫະພັນໝາກແລ້ລາວ, ທ່ານ ວູຫຼິງ ຜູ້ອຳນວຍການບໍລິສັດ ວູຫຼິງ ຈຳກັດ, ມີຄະນະບໍລິຫານງານສະຫະພັນກິລາປິ່ງປ່ອງແຫ່ງຊາດລາວ ແລະ ບັນດາແຂກເຂົ້າຮ່ວມຊົມດ້ວຍບັດຍາກາດຟົດຟື້ນ.
ສໍາລັບຜົນການແຂ່ງຂັນຮອບຊີງຊະນະເລີດ ຮຸ່ນຄູ່ປະສົມ U-19 ທ້າວ ຫວ່ອງວັນໄຮ່ (Wong wan hai) ແລະ ນາງ ມາກ ມິງ ຊຳ ( Mak Ming Shum ) ທີມເຂດປົກຄອງພິເສດຮົງກົງ (ຈີນ), ເອົາຊະນະ ທ້າວ ຫວັງ ເພ່ຍ ຢູ (HUANG Pei-You) ແລະ ນາງ ຫຼິນ ຮວນ ທິງ ( LIN Huan Ting ) ຈາກໄຕ້ຫວັນ 3-0 ເຊັດ. ສ່ວນຮຸ່ນຄູ່ປະສົມ U-15 ທ້າວ ມູຮຳມັັດ ຟາອິດ ( Muhammad Faiz ) ແລະ ນາງ ໂມດ ດາເນຍ (Mohd Dania) ທີມມາເລເຊຍ ເອົາຊະນະ ທ້າວ ລູ່ ຊື້ ຢວນ (LU Shih-Yuan) ແລະ ນາງ ເຊ່ຍ ຈື້ ເສິນ ( SIE Jhih Chen ) ຈາກໄຕ້ຫວັນ 3-2 ເຊັດ.
ໃນການແຂ່ງຂັນກິລາປິ່ງປ່ອງຊາວໜຸ່ມເຍົາວະຊົນໂລກປີນີ້ ມີນັກກິລາຈາກຈຳນວນ 403 ຄົນ ຈາກ 22 ປະເທດເຂົ້າຮ່ວມ. ໃນນັ້ນ, ເປັນລາຍການເຍົາວະຊົນ 276 ຄົນ ແລະ ຮຸ່ນທົ່ວໄປ 197 ຄົນ. ຂະນະທີ່ ເຈົ້າພາບລາວເຮົາສົ່ງນັກກິລາ ແລະ ຄູຝຶກເຂົ້າຮ່ວມທັງໝົດ 70 ຄົນ ອາຍຸ 9-19 ປີ, ສຳລັບຮຸ່ນເຍົາວະຊົນ ແລະ ຮຸ່ນທົ່ວໄປ ມີ 16 ຄົນ ແຂ່ງຂັນກັນທັງປະເພດດ່ຽວ ແລະ ປະເພດຄູ່ປະສົມ ອາຍຸບໍ່ເກີນ 11 ປີ, 13 ປີ, 15 ປີ, 17 ປີ ແລະ 19 ປີ ແລະ ຮຸ່ນທົ່ວໄປ ຊີງໄຊທັງໝົດ 32 ລາຍການ.
ພາບ-ຂ່າວໂດຍ: ການຈະນາ
ຂ່າວຫຼ້າສຸດ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ
- ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍາປີ 2026
