ຈຳປາສັກ ຄອງແຊ້ມ 2 ລາຍການ ການແຂ່ງຂັນກິລາກະຕໍ້ ຊີງແຊ້ມທົ່ວປະເທດ ຄັ້ງທີ 1 ຊີງຂັນທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ປະຈຳປີ 2026
09/08/2026

ໃນຕອນບ່າຍວັນທີ 2 ສິງຫາ 2026 ໄດ້ມີພິທີປິດການແຂ່ງຂັນກິລາກະຕໍ້ ຊີງແຊ້ມທົ່ວປະເທດ ຄັ້ງທີ 1 ຊີງຂັນທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ປະຈໍາປີ 2026 ຢ່າງເປັນທາງການ ຢູ່ສະໜາມກິລາບູໂດເຊັນເຕີ ນະຄອນຫຼວງວຽງຈັນ ຫຼັງດຳເນີນມາແຕ່ວັນທີ 31 ກໍລະກົດ ຜ່ານມາ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພົນເອກ ຄໍາລຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານ ປອ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ປະທານສະຫະພັນກິລາກະຕໍ້ ແລະ ຊິນລອນແຫ່ງຊາດລາວ ແລະ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະນໍາ, ຜູ້ແທນຈາກບັນດາກະຊວງ, ຂະແໜງການ, ຕົວແທນບໍລິສັດຜູ້ສະໜັບສະໜູນ, ຄູຝຶກ, ນັກກິລາ ແລະ ມວນຊົນຢ່າງພ້ອມພຽງ.
ໃນພິທີ, ທ່ານ ອານຸສອນ ເຄນກິດຕິສັກ, ຮອງປະທານ ແລະ ເລຂາທິການ ສະຫະພັນກິລາກະຕໍ້ ແລະ ຊິນລອນແຫ່ງຊາດລາວ ໄດ້ລາຍງານສະຫຼຸບຜົນການຈັດການແຂ່ງຂັນວ່າ: ການແຂ່ງຂັນຄັ້ງນີ້ຈັດຂຶ້ນ ເພື່ອສ້າງຂະບວນການແຂ່ງຂັນກິລາກະຕໍ້ໃຫ້ມີຄວາມຟົດຟື້ນ, ເຕັມໄປດ້ວຍຄວາມສາມັກຄີ, ທົດສອບສີມື ແລະ ສະແດງຄວາມສາມາດຂອງນັກກິລາ; ພ້ອມທັງຄັດເລືອກ ແລະ ພັດທະນານັກກິລາຮຸ່ນສືບທອດ ຈາກບັນດາແຂວງ, ກະຊວງ ແລະ ສະໂມສອນຕ່າງໆ ເພື່ອກຽມຄວາມພ້ອມເຂົ້າຮ່ວມການແຂ່ງຂັນໃນເວທີສາກົນ. ເຊິ່ງການແຂ່ງຂັນໃນຄັ້ງນີ້ ມີນັກກິລາເຂົ້າຮ່ວມທັງໝົດ 185 ຄົນ ຈາກ 22 ພາກສ່ວນ ທົ່ວປະເທດ, ໂດຍແບ່ງການແຂ່ງຂັນອອກເປັນ 4 ລາຍການ ຄື: ທີມດ່ຽວຊາຍ ຮຸ່ນທົ່ວໄປ, ທີມດ່ຽວຊາຍ ຮຸ່ນອາຍຸບໍ່ເກີນ 16 ປີ (U16), ທີມຄູ່ຍິງ ຮຸ່ນທົ່ວໄປ ແລະ ທີມ 4 ຄົນຊາຍ ຮຸ່ນທົ່ວໄປ.
ຜ່ານການແຂ່ງຂັນເປັນເວລາ 3 ວັນ ຜົນປະກົດວ່າ: ປະເພດທີມດ່ຽວຊາຍ ຮຸ່ນອາຍຸບໍ່ເກີນ 16 ປີ (U16) ຊະນະເລີດ ສະໂມສອນ ຄລີນິກປົວແຂ້ວ ພັດທະນາ ໄດ້ຮັບຂັນ 1 ໜ່ວຍ, ຫຼຽນຄໍາ ພ້ອມເງິນສົດ 5.000.000 ກີບ; ຮອງຊະນະເລີດ ສະໂມສອນ ນ້ອງເຈນນ້າ ໄດ້ຮັບຫຼຽນເງິນ ພ້ອມເງິນສົດ 3.000.000 ກີບ; ອັນດັບ 3 ຮ່ວມ ແຂວງຈໍາປາສັກ ແລະ ໂຮງຮຽນ ມສ ອານຸສິນ ໄດ້ຮັບຫຼຽນທອງ ພ້ອມເງິນສົດ ທີມລະ 2.000.000 ກີບ.
ປະເພດ ທີມດ່ຽວຊາຍ ຮຸ່ນທົ່ວໄປ ຊະນະເລີດ ແຂວງຈໍາປາສັກ ໄດ້ຮັບຂັນ 1 ໜ່ວຍ, ຫຼຽນຄໍາ ພ້ອມເງິນສົດ 10.000.000 ກີບ; ຮອງຊະນະເລີດ ສະໂມສອນ ພິທີພີ ເພັດພະຈັນ ປະເສີດ ຈຳກັດຜູ້ດຽວ ໄດ້ຮັບຫຼຽນເງິນ ພ້ອມເງິນສົດ 5.000.000 ກີບ; ອັນດັບ 3 ຮ່ວມ ສະໂມສອນ ຊ້າງບິນ ແລະ ສະໂມສອນ ຄຸນນະພາບ ໄດ້ຮັບຫຼຽນທອງ ພ້ອມເງິນສົດ ທີມລະ 3.000.000 ກີບ
ປະເພດ ທີມຄູ່ຍິງ ຮຸ່ນທົ່ວໄປ ຊະນະເລີດ ສະໂມສອນ ບໍລິສັດ ຊາຍຄຸນຄໍາ ພັດທະນາກໍ່ສ້າງ ໄດ້ຮັບຂັນ 1 ໜ່ວຍ, ຫຼຽນຄໍາ ພ້ອມເງິນສົດ 10.000.000 ກີບ; ຮອງຊະນະເລີດ ສະໂມສອນ ຄລີນິກປົວແຂ້ວ ພັດທະນາ ໄດ້ຮັບຫຼຽນເງິນ ພ້ອມເງິນສົດ 5.000.000 ກີບ; ອັນດັບ 3 ຮ່ວມ ສະໂມສອນ ນ້ອງເຈນນ້າ ແລະ ແຂວງວຽງຈັນ ໄດ້ຮັບຫຼຽນທອງ ພ້ອມເງິນສົດ ທີມລະ 3.000.000 ກີບ.
ປະເພດ ທິມ 4 ຄົນຊາຍ ຮຸ່ນທົ່ວໄປ ຊະນະເລີດ ແຂວງຈໍາປາສັກ ໄດ້ຮັບຂັນ 1 ໜ່ວຍ, ຫຼຽນຄໍາ ພ້ອມເງິນສົດ 15.000.000 ກີບ; ຮອງຊະນະເລີດ ກະຊວງປ້ອງກັນປະເທດ ໄດ້ຮັບຫຼຽນເງິນ ພ້ອມເງິນສົດ 10.000.000 ກີບ; ອັນດັບ 3 ຮ່ວມ ສະໂມສອນ ຊ້າງບິນ ແລະ ສະໂມສອນ ພິທີພີ ເພັດພະຈັນ ປະເສີດ ຈຳກັດຜູ້ດຽວ ໄດ້ຮັບຫຼຽນທອງ ພ້ອມເງິນສົດ ທີມລະ 5.000.000 ກີບ.
ພ້ອມນັ້ນໃນພິທີ, ທ່ານ ພົນເອກ ຄໍາລຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ໃຫ້ກຽດມອບເງິນລາງວັນໃຫ້ແກ່ທີມຊະນະເລີດທັງ 4 ລາຍການ ໂດຍໄດ້ຮັບທີມລະ 25,000,000 ກີບ ລວມເປັນເງິນທັງໝົດ 100,000,000 ກີບ. ນອກຈາກນີ້, ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ມອບເງິນອຸປະຖໍາພິເສດ ຈໍານວນ 200,000,000 ກີບ ໃຫ້ແກ່ສະຫະພັນກິລາກະຕໍ້ ແລະ ຊິນລອນແຫ່ງຊາດລາວ ເພື່ອໃຊ້ເຂົ້າໃນການກຽມຄວາມພ້ອມ ແລະ ເຂົ້າຮ່ວມການແຂ່ງຂັນ ໃນງານມະຫາກິລາ ເອຊຽນເກມ (Asian Games) ຢູ່ປະເທດຍີ່ປຸ່ນ ໃນຕໍ່ໜ້າ.
ພາບ-ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ
ຂ່າວຫຼ້າສຸດ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ
- ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍາປີ 2026



